Akara Njirimara YouVersion
Akara Eji Eme Ọchịchọ

ລະບຽບ^ພວກເລວີ 3

3
ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ
1ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ສັດ​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ​ເພື່ອ​ຄວາມ​ສາມັກຄີທຳ ຕ້ອງ​ໃຫ້​ຜູ້ນັ້ນ​ຖວາຍ​ງົວເຖິກ ຫລື​ງົວແມ່ ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ຕໍ່ໜ້າ​ພຣະເຈົ້າຢາເວ. 2ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ວາງ​ມື​ໃສ່​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ສັດ​ທີ່​ທາງ​ເຂົ້າ​ປະຕູ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ຈະ​ຖອກ​ເລືອດ​ງົວ​ໃສ່​ຂ້າງ​ແທ່ນບູຊາ​ທັງ​ສີ່​ຂ້າງ. 3ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ນັ້ນ ຈົ່ງ​ເອົາ​ສ່ວນ​ໜຶ່ງ​ຂອງ​ສັດ​ມາ​ຖວາຍ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ​ຄື: ໄຂມັນ​ທີ່​ຕິດ​ກັບ​ເຄື່ອງ​ໃນ​ທັງໝົດ 4ໝາກໄຂ່ຫລັງ​ສອງ​ໜ່ວຍ​ກັບ​ໄຂມັນ​ທີ່​ຕິດ​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ. 5ພວກ​ປະໂຣຫິດ​ຈະ​ຕ້ອງ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ ເທິງ​ແທ່ນບູຊາ​ແລະ​ເຄື່ອງ​ຖວາຍ​ອື່ນໆ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.
6ຖ້າ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ​ນັ້ນ ເປັນ​ແກະ​ຫລື​ແບ້ ຈະ​ເປັນ​ໂຕ​ເຖິກ​ຫລື​ໂຕ​ແມ່​ກໍດີ ຕ້ອງ​ໃຫ້​ເປັນ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ. 7ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ​ໂຕໜຶ່ງ ເພິ່ນ​ຕ້ອງ​ນຳ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. 8ຈົ່ງ​ໃຫ້​ຜູ້ນັ້ນ​ວາງ​ມື​ລົງ​ເທິງ​ຫົວ​ແກະ ແລະ​ຂ້າປາດຄໍ​ສັດ​ນັ້ນ​ທີ່​ທາງ​ດ້ານໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ບັນດາ​ປະໂຣຫິດ​ຈະ​ຕ້ອງ​ຖອກ​ເລືອດ​ແກະ​ນັ້ນ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ 9ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ນັ້ນ ຈົ່ງ​ເອົາ​ສ່ວນ​ໜຶ່ງ​ຂອງ​ສັດ​ມາ​ຖວາຍ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ຕາມ​ພິທີ​ຖວາຍ​ອາຫານ​ຄື: ໄຂມັນ, ໄຂມັນ​ຂອງ​ຫາງ​ແປະ​ກະດູກ​ສັນຫລັງ 10ແລະ​ໄຂມັນ​ທັງໝົດ​ທີ່​ຫຸ້ມຫໍ່​ເຄື່ອງ​ໃນ, ໝາກໄຂ່ຫລັງ​ທັງສອງ​ໜ່ວຍ​ກັບ​ໄຂມັນ​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມ​ຫໍ່ຕັບ. 11ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ເພື່ອ​ເປັນ​ການ​ຖວາຍ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ.
12ຖ້າ​ຊາຍ​ຄົນ​ໜຶ່ງ​ຖວາຍ​ແບ້​ໂຕໜຶ່ງ ເພິ່ນ​ຕ້ອງ​ນຳ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. 13ຈົ່ງ​ໃຫ້​ຜູ້ນັ້ນ​ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ ແລະ​ຂ້າປາດຄໍ​ແບ້​ນັ້ນ​ຢູ່​ທາງ​ດ້ານໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກ​ປະໂຣຫິດ​ຈະ​ຕ້ອງ​ຖອກ​ເລືອດ​ແບ້​ນັ້ນ ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ 14ຈາກ​ເຄື່ອງຖວາຍ​ບູຊາ​ນັ້ນ ຈົ່ງ​ເອົາ​ສ່ວນໜຶ່ງ​ມາ​ຖວາຍ​ບູຊາ​ດ້ວຍໄຟ ເພື່ອ​ເປັນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ​ຄື: ໄຂມັນ​ທັງໝົດ​ທີ່​ຫຸ້ມຫໍ່​ຢູ່​ໃນ​ເຄື່ອງ​ໃນ, 15ໝາກໄຂ່ຫລັງ​ທັງສອງ​ໜ່ວຍ​ກັບ​ໄຂມັນ​ທີ່​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ. 16ບັນດາ​ປະໂຣຫິດ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ເທິງ​ແທ່ນບູຊາ ເປັນ​ອາຫານ​ບູຊາ​ເຜົາ​ດ້ວຍ​ໄຟ​ທີ່​ເປັນ​ກິ່ນ​ຫອມຫວນ ໄຂມັນ​ທັງໝົດ​ເປັນ​ຂອງ​ພຣະເຈົ້າຢາເວ. 17ຢ່າ​ໃຫ້​ຊາວ​ອິດສະຣາເອນ​ຄົນ​ໃດ​ກິນ​ໄຂມັນ ຫລື​ກິນ​ເລືອດ; ອັນ​ນີ້​ແມ່ນ​ລະບຽບການ ທີ່​ຊາວ​ອິດສະຣາເອນ​ຕ້ອງ​ຢຶດຖື​ຕະຫລອດໄປ​ບໍ່​ວ່າ​ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ໃດ​ກໍຕາມ.

Mee ka ọ bụrụ isi

Kesaa

Mapịa

None

Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye