Akara Njirimara YouVersion
Akara Eji Eme Ọchịchọ

ລະບຽບ^ພວກເລວີ 4

4
ເຄື່ອງຖວາຍ​ລຶບລ້າງ​ບາບ​ໂດຍ​ບໍ່​ເຈດຕະນາ
1ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ 2ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ເຮັດ​ບາບ ແລະ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໂດຍ​ບໍ່ຕັ້ງໃຈ ຕ້ອງ​ໃຫ້​ຜູ້ນັ້ນ​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້:
3ຖ້າ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ເຮັດ​ບາບ ແລະ​ໄດ້​ນຳ​ຄວາມຜິດ​ມາ​ສູ່​ປະຊາຊົນ; ເພື່ອ​ລຶບລ້າງ​ບາບ​ຂອງຕົນ ເພິ່ນ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳ​ໜິ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. 4ເພິ່ນ​ຈະ​ຕ້ອງ​ນຳ​ງົວເຖິກ​ໂຕ​ນັ້ນ​ໄປ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ, ໃຫ້​ລາວ​ວາງ​ມື​ຂອງ​ຕົນ​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ໃນ​ທີ່ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ. 5ແລ້ວ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ກໍ​ຈະ​ເອົາ​ເລືອດ​ບາງ​ສ່ວນ​ຂອງ​ງົວເຖິກ​ໂຕ​ນັ້ນ ຖື​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ. 6ເມື່ອ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ແລ້ວ ເພິ່ນ​ກໍ​ຈະ​ຊິດ​ໃສ່​ທາງ​ໜ້າ​ຜ້າກັ້ງ​ສັກສິດ​ເຈັດ​ເທື່ອ​ຕໍ່ໜ້າ​ພຣະເຈົ້າຢາເວ. 7ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ຂອງ​ແຈ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ເພິ່ນ​ຈະ​ຖອກ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາ​ຖວາຍບູຊາ ແທ່ນ​ນີ້​ຢູ່​ໃກ້​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. 8ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ໄຂມັນ​ຂອງ​ງົວ​ທັງໝົດ, ໄຂມັນ​ຂອງ​ເຄື່ອງ​ໃນ, 9ຂອງ​ໝາກໄຂ່ຫລັງ​ທັງສອງ​ກັບ​ໄຂມັນ​ທີ່​ຕິດ​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມ​ຫໍ່ຕັບ​ຈະ​ເອົາ​ອອກ​ພ້ອມ​ກັບ​ໝາກໄຂ່ຫຼັງ. 10ປະໂຣຫິດ​ຈະ​ຕ້ອງ​ເອົາ​ໄຂມັນ​ເຫຼົ່ານັ້ນ ເຜົາ​ເທິງ​ແທ່ນ​ເປັນ​ເຄື່ອງບູຊາ​ດ້ວຍໄຟ ໂດຍ​ໃຫ້​ເຮັດ​ຢ່າງ​ດຽວກັນ​ກັບ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. 11ສ່ວນ​ໜັງ, ຊີ້ນ, ຫົວ, ຂາ ແລະ​ເຄື່ອງໃນ​ໄສ້​ພຸງ​ນັ້ນ 12ໃຫ້​ຫາມ​ອອກ​ໄປ​ນອກ​ຄ້າຍ ບ່ອນ​ທີ່​ທຳ​ຄວາມ​ສະອາດ​ຄື​ບ່ອນ​ຖິ້ມ​ຂີ້ເຖົ່າ ແລ້ວ​ໃຊ້​ຟືນ​ເຜົາ​ສິ່ງ​ເຫຼົ່ານັ້ນ​ເສຍ.
13ຖ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ລະບຽບ​ການ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ 14ແລະ​ຕໍ່ມາ ເມື່ອ​ບາບ​ນັ້ນ​ໄດ້​ເປັນ​ທີ່​ຮູ້ຈັກ​ກັນ​ແລ້ວ ຊຸມຊົນ​ອິດສະຣາເອນ​ຈະ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ມາ​ຖວາຍ​ເພື່ອ​ເປັນ​ການ​ລຶບລ້າງ​ບາບ. ພວກເຂົາ​ຈະ​ຕ້ອງ​ນຳ​ງົວ​ນັ້ນ​ມາ​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ. 15ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ອິດສະຣາເອນ ຈະ​ຕ້ອງ​ເອົາ​ມື​ວາງ​ລົງ​ເທິງ​ຫົວ​ງົວ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຂ້າປາດຄໍ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ. 16ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ຈະ​ເອົາ​ເລືອດ​ບາງ​ສ່ວນ​ເຂົ້າ​ໄປ​ທາງ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ; 17ເພິ່ນ​ຈະ​ໃຊ້​ນິ້ວ​ມື​ຈຸ່ມ​ລົງ​ໃນ​ເລືອດ ແລະ​ຊິດ​ເລືອດ​ນັ້ນ​ໃສ່​ທາງ​ໜ້າ​ຜ້າກັ້ງ​ສັກສິດ​ເຈັດ​ເທື່ອ​ຕໍ່ໜ້າ​ພຣະເຈົ້າຢາເວ. 18ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ທັງຫລາຍ​ຂອງ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖອກ​ເລືອດ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາບູຊາ. ແທ່ນ​ນີ້​ຢູ່​ທາງ​ປະຕູເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. 19ແລ້ວ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ກໍ​ຈະ​ເອົາ​ໄຂມັນ​ທັງໝົດ​ອອກ ໄປ​ເຜົາ​ເທິງ​ແທ່ນບູຊາ. 20ເພິ່ນ​ຈະ​ເຮັດ​ຢ່າງ​ດຽວກັນ​ກັບ​ງົວ ທີ່​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ໂດຍ​ພິທີ​ນີ້ ເພິ່ນ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ແກ່​ປະຊາຊົນ ແລະ​ປະຊາຊົນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ. 21ຕໍ່ມາ ເພິ່ນ​ຈະ​ເອົາ​ງົວ​ທີ່​ໄດ້​ຄົວ​ແລ້ວ​ທັງ​ໂຕ​ນັ້ນ ຫາມ​ອອກ​ໄປ​ເຜົາ​ນອກ​ຄ້າຍ ເໝືອນ​ດັ່ງ​ເຜົາ​ງົວ​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ. ອັນ​ນີ້​ແມ່ນ​ການ​ຖວາຍ ເພື່ອ​ລຶບລ້າງ​ບາບ​ຂອງ​ຊຸມຊົນ.
22ຖ້າ​ຜູ້ປົກຄອງ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ 23ຕໍ່ມາ ເມື່ອ​ລາວ​ຮູ້​ວ່າ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ໄປ​ນັ້ນ​ເປັນ​ບາບ ລາວ​ຈະ​ຕ້ອງ​ນຳ​ແບ້ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ. 24ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ປາດ​ຄໍ​ສັດ​ນັ້ນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ຖວາຍ​ບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ. 25ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ນັ້ນ ແລະ​ທາ​ມັນ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ສ່ວນ​ເລືອດ​ທີ່​ເຫຼືອ ໃຫ້​ເພິ່ນ​ຖອກ​ໃສ່​ຕີນ​ແທ່ນ​ນັ້ນ. 26ແລ້ວ​ເພິ່ນ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ ດັ່ງ​ເຜົາ​ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຜູ້ປົກຄອງ ແລະ​ຜູ້ປົກຄອງ​ນັ້ນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.
27 ຖ້າ​ຄົນ​ສາມັນ​ທຳມະດາ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ 28ຕໍ່ມາ ເມື່ອ​ລາວ​ຮູ້​ວ່າ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ໄປ​ນັ້ນ​ເປັນ​ບາບ ລາວ​ຈະ​ຕ້ອງ​ນຳ​ແບ້​ແມ່​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ. 29ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ. 30ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ສັດ ແລະ​ທາ​ມັນ​ໃສ່​ຍອດ​ແທ່ນ​ທີ່​ແຈ​ຂອງ​ແທ່ນ​ບູຊາ ແລະ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ໃສ່​ຕີນ​ຂອງ​ແທ່ນ​ນັ້ນ. 31ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.
32ຖ້າ​ຊາຍ​ຄົນ​ໜຶ່ງ​ນຳ​ແກະ​ມາ​ຖວາຍ​ເປັນ​ພິທີ​ລຶບລ້າງ​ບາບ ຕ້ອງ​ໃຫ້​ເປັນ​ແກະແມ່​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ. 33ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ​ນັ້ນ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ດ້ວຍ​ໄຟ. 34ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ ແລະ​ທາ​ມັນ​ໃສ່​ຍອດ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ແລະ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ຂອງ​ແທ່ນ​ນັ້ນ. 35ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ແກະ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ ເປັນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.

Mee ka ọ bụrụ isi

Kesaa

Mapịa

None

Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye