Akara Njirimara YouVersion
Akara Eji Eme Ọchịchọ

ລະບຽບ^ພວກເລວີ 2

2
ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ
1ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ພືດຜົນ​ເປັນເມັດ​ແກ່​ພຣະເຈົ້າຢາເວ ໃຫ້​ຜູ້ນັ້ນ​ບົດ​ເປັນ​ແປ້ງ​ເສຍ​ກ່ອນ, ຖອກ​ນໍ້າມັນ​ໝາກກອກເທດ​ໃສ່ ແລະ​ເອົາ​ກຳຍານ​ໃສ່​ດ້ວຍ 2ແລະ​ໃຫ້​ລາວ​ນຳ​ສິ່ງ​ນັ້ນ​ມາ​ໃຫ້​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ. ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເອົາ​ແປ້ງ​ກຳ​ໜຶ່ງ ພ້ອມ​ນໍ້າມັນ​ແລະ​ເຄື່ອງຫອມ ມາ​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. 3ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ທີ່​ຍັງເຫລືອ​ຢູ່​ນັ້ນ ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.
4ຖ້າ​ເຄື່ອງ​ຖວາຍ​ນັ້ນ​ເປັນ​ເຂົ້າຈີ່​ທີ່​ອົບ​ໃສ່​ເຕົາ​ແລ້ວ ຕ້ອງ​ໃຫ້​ເປັນ​ເຂົ້າຈີ່​ບໍ່ມີ​ເຊື້ອ​ແປ້ງ; ມັນ​ອາດ​ເຮັດ​ເປັນ​ກ້ອນ​ປົນ​ນໍ້າມັນ​ໝາກກອກເທດ ຫລື​ເປັນ​ເຂົ້າໜົມ​ແຜ່ນ​ບາງໆ​ທາ​ກັບ​ນໍ້າມັນ​ໝາກກອກເທດ​ກໍໄດ້.
5ຖ້າ​ເຄື່ອງ​ຖວາຍ​ເປັນ​ເຂົ້າຈີ່​ປີ້ງ​ທີ່​ເທິງ​ເຫຼັກ​ປີ້ງ ຕ້ອງ​ໃຫ້​ເຮັດ​ດ້ວຍ​ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແຕ່​ບໍ່​ໃຫ້​ມີ​ເຊື້ອແປ້ງ. 6ຈົ່ງ​ຫັກ​ເຂົ້າຈີ່​ນັ້ນ​ເປັນ​ຕ່ອນ​ນ້ອຍໆ​ພ້ອມ​ທັງ​ຖອກ​ນໍ້າມັນ​ໃສ່ ເມື່ອ​ພວກເຈົ້າ​ນຳ​ມາ​ຖວາຍ.
7ຖ້າ​ເຄື່ອງ​ຖວາຍ​ເປັນ​ເຂົ້າໜົມ​ຈືນ​ໃສ່​ໝໍ້ຂາງ ຕ້ອງ​ໃຫ້​ເຮັດ​ດ້ວຍ​ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແລ້ວ​ຈຶ່ງ​ຈືນ. 8ຈົ່ງ​ນຳ​ເຂົ້າໜົມ​ຈືນ​ນັ້ນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ໂດຍ​ມອບ​ໃຫ້​ປະໂຣຫິດ​ຜູ້​ຈະ​ນຳ​ໄປ​ວາງ​ເທິງ​ແທ່ນບູຊາ. 9ປະໂຣຫິດ​ຈະ​ຮັບ​ເອົາ​ສ່ວນ​ໜຶ່ງ ແລ້ວ​ກໍ​ນຳ​ໄປ​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. 10ສ່ວນ​ເຄື່ອງ​ຖວາຍ​ທີ່​ເຫຼືອ​ນັ້ນ​ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ​ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.
11ພືດຜົນ​ເປັນເມັດ​ໃດໆ​ຊຶ່ງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ຕ້ອງ​ບໍ່​ໃຫ້​ມີ​ເຊື້ອ​ແປ້ງ ຢ່າ​ຖວາຍ​ອາຫານ​ໃດໆ​ທີ່​ມີ​ເຊື້ອແປ້ງ ຫລື​ນໍ້າເຜິ້ງ​ແກ່​ພຣະເຈົ້າຢາເວ​ເປັນ​ເດັດຂາດ. 12ພືດຜົນ​ເປັນເມັດ​ຫົວປີ​ທີ່​ພວກເຈົ້າ​ເກັບກ່ຽວ​ໄດ້​ແຕ່ລະ​ປີ​ນັ້ນ ຕ້ອງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ເຄື່ອງ​ຖວາຍ​ເຊັ່ນ​ນີ້​ຢ່າ​ໄດ້​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. 13ຈົ່ງ​ເອົາ​ເກືອ​ໃສ່​ພືດຜົນ​ເປັນເມັດ​ທຸກໆ​ຊະນິດ​ທີ່​ນຳ​ມາ​ຖວາຍ​ນັ້ນ ເພາະວ່າ​ເກືອ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ ລະຫວ່າງ​ເຈົ້າ​ກັບ​ພຣະເຈົ້າ. (ເຈົ້າ​ຕ້ອງ​ເອົາ​ເກືອ​ໃສ່​ເຄື່ອງ​ຖວາຍ​ທຸກ​ຊະນິດ). 14ເມື່ອ​ເຈົ້າ​ນຳ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ໄດ້​ແຕ່ລະ​ປີ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຢ້າງ​ໄຟ​ຫລື​ບົດ​ໃຫ້​ໝຸ່ນ​ລະອຽດ​ເສຍ​ກ່ອນ ຈຶ່ງ​ນຳ​ມາ​ຖວາຍ. 15ຈົ່ງ​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່ ແລະ​ເອົາ​ເຄື່ອງຫອມ​ໃສ່​ເທິງ​ເຄື່ອງ​ຖວາຍ​ນັ້ນ. 16ປະໂຣຫິດ​ຈະ​ຕ້ອງ​ເຜົາ​ສ່ວນ​ໜຶ່ງ​ຂອງ​ອາຫານ, ນໍ້າມັນ ແລະ​ເຄື່ອງຫອມ​ທັງໝົດ ຖວາຍ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ.

Mee ka ọ bụrụ isi

Kesaa

Mapịa

None

Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye