ມາຣະໂກ 4
4
ຄຳອຸປະມາເລື່ອງຜູ້ຫວ່ານ
(ມທ 13:1-9; ລກ 8:4-8)
1ຕໍ່ມາ ພຣະເຢຊູເຈົ້າໄດ້ສັ່ງສອນອີກທີ່ແຄມທະເລສາບຄາລີເລ ປະຊາຊົນໝູ່ໃຫຍ່ມາເຕົ້າໂຮມກັນ ແລ້ວມາຫາພຣະອົງ ຈົນພຣະອົງຂຶ້ນໄປນັ່ງຢູ່ໃນເຮືອຫ່າງຈາກຝັ່ງ, ສ່ວນປະຊາຊົນນັ້ນຢູ່ເທິງບົກຕາມແຄມຝັ່ງ. 2ພຣະອົງໃຊ້ຄຳອຸປະມາຫລາຍເລື່ອງເພື່ອສອນພວກເຂົາ ແລະໃນຕອນນີ້ພຣະອົງໄດ້ສອນໂດຍກ່າວວ່າ,
3“ຈົ່ງຟັງໃຫ້ດີ ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ. 4ຂະນະທີ່ເຂົາຫວ່ານເມັດພືດໃນນາຢູ່ນັ້ນ ບາງເມັດຕົກຕາມຫົນທາງ ແລະຝູງນົກໄດ້ມາສັບກິນເມັດນັ້ນເສຍ. 5ບາງເມັດຕົກໃສ່ດິນທີ່ມີຫີນ ຄືບ່ອນທີ່ມີດິນໜ້ອຍຫີນຫລາຍ ເມັດເຫຼົ່ານີ້ຈຶ່ງງອກຂຶ້ນໄດ້ໄວ ເພາະພື້ນດິນບໍ່ເລິກ. 6ແລະເມື່ອແສງແດດກ້າ ພືດທີ່ຮາກບໍ່ເລິກນັ້ນ ກໍແຫ້ມແດດ ແລະຫ່ຽວແຫ້ງໄປ. 7ບາງເມັດຕົກໃສ່ກາງພຸ່ມໜາມ ແລ້ວພຸ່ມໜາມເຫຼົ່ານີ້ກໍໃຫຍ່ຂຶ້ນ ແລະຫຸ້ມຮັດພືດເຫຼົ່ານັ້ນໄວ້ຈຶ່ງເກີດຜົນບໍ່ໄດ້. 8ແຕ່ບາງເມັດຕົກໃສ່ດິນດີ, ພືດກໍງອກງາມແລະຈະເລີນຂຶ້ນ ຈຶ່ງເກີດຜົນ: ສາມສິບຕໍ່, ຫົກສິບຕໍ່ ແລະຮ້ອຍຕໍ່.”
9ພຣະເຢຊູເຈົ້າຈຶ່ງໄດ້ກ່າວວ່າ, “ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
ຈຸດປະສົງຂອງຄຳອຸປະມາ
(ມທ 13:10-17; ລກ 8:9-10)
10ເມື່ອພຣະເຢຊູເຈົ້າຢູ່ຕາມລຳພັງແລ້ວ ພວກຕິດຕາມພຣະອົງບາງຄົນ ແລະສາວົກສິບສອງຄົນຈຶ່ງຖາມພຣະອົງກ່ຽວກັບຄຳອຸປະມາດັ່ງກ່າວ. 11ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພຣະເຈົ້າໄດ້ເປີດເຜີຍໃຫ້ພວກເຈົ້າໄດ້ຮູ້ຈັກຄວາມເລິກລັບແຫ່ງອານາຈັກຂອງພຣະເຈົ້າ ສຳລັບຄົນຜູ້ທີ່ຢູ່ນອກ ພວກເຂົາຟັງຮູ້ທຸກຢ່າງໄດ້ໂດຍອາໄສຄຳອຸປະມາ 12ເພື່ອວ່າ
‘ພວກເຂົາເບິ່ງແລ້ວເບິ່ງອີກກໍຈະບໍ່ເຫັນ
ຟັງແລ້ວຟັງອີກ ແຕ່ກໍຈະບໍ່ເຂົ້າໃຈ
ຖ້າພວກເຂົາຮູ້ ຄົງຫັນກັບຄືນ
ມາຫາພຣະເຈົ້າ
ແລະ ຮັບການອະໄພ.”’
ພຣະເຢຊູເຈົ້າອະທິບາຍຄຳອຸປະມາເລື່ອງຜູ້ຫວ່ານ
(ມທ 13:18-23; ລກ 8:11-15)
13ແລ້ວພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ຖ້າພວກເຈົ້າບໍ່ເຂົ້າໃຈຄຳອຸປະມານີ້ແລ້ວ ພວກເຈົ້າຈະເຂົ້າໃຈຄຳອຸປະມາເລື່ອງອື່ນໄດ້ຢ່າງໃດ? 14ຜູ້ຫວ່ານນັ້ນ ໄດ້ແກ່ຜູ້ຫວ່ານພຣະທຳຂອງພຣະເຈົ້າ. 15ເມັດທີ່ຕົກຕາມຖະໜົນຫົນທາງ ຄືຄົນທີ່ໄດ້ຍິນພຣະທຳນັ້ນແລ້ວ ທັນໃດນັ້ນ ມານຊາຕານກໍມາຍາດຊີງເອົາພຣະທຳທີ່ຫວ່ານໃນໃຈເຂົານັ້ນໄປເສຍ. 16ສ່ວນເມັດທີ່ຕົກໃສ່ດິນທີ່ມີຫີນ ໄດ້ແກ່ຄົນທີ່ໄດ້ຍິນພຣະທຳແລ້ວ ກໍຮັບເອົາໄວ້ທັນທີ ດ້ວຍຄວາມຍິນດີ. 17ຍ້ອນບໍ່ມີຮາກໃນຕົນເອງຈຶ່ງທົນຢູ່ບໍ່ໄດ້ດົນ. ດັ່ງນັ້ນ ເມື່ອໄດ້ຮັບຄວາມຍາກລຳບາກ ຫລືຖືກຂົ່ມເຫັງເພາະພຣະທຳນັ້ນ ເຂົາຈຶ່ງທໍ້ຖອຍໃຈທັນທີ. 18ເມັດພືດທີ່ຕົກໃສ່ກາງພຸ່ມໜາມ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳ, 19ແຕ່ເຂົາມີຄວາມກັງວົນເຖິງຊີວິດນີ້, ການຢາກຮັ່ງຢາກມີ, ຕະຫລອດທັງຄວາມຕ້ອງການທຸກສິ່ງທຸກຢ່າງ ໄດ້ເຂົ້າມາຫຸ້ມຮັດພຣະທຳໄວ້ ພຣະທຳຈຶ່ງບໍ່ເກີດຜົນ 20ສ່ວນເມັດພືດທີ່ຕົກໃສ່ດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳແລ້ວ ຕ້ອນຮັບເອົາໄວ້ຈຶ່ງເກີດຜົນສາມສິບຕໍ່, ຫົກສິບຕໍ່ ແລະຮ້ອຍຕໍ່.”
ຄຳອຸປະມາເລື່ອງໂຄມໄຟ
(ລກ 8:16-18)
21ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ມີຜູ້ໃດທີ່ໄຕ້ໂຄມໄຟໄວ້ ແລ້ວເອົາເຂົ້າໄວ້ໃນຖັງ ຫລືເອົາວາງໄວ້ຢູ່ກ້ອງຕຽງນອນ? ບໍ່ແມ່ນເຂົາຕັ້ງໄວ້ເທິງທີ່ສູງບໍ? 22ສິ່ງໃດທີ່ຖືກເຊື່ອງໄວ້ຈະຖືກນຳອອກມາປາກົດໃຫ້ເຫັນ ແລະສິ່ງໃດທີ່ເປັນຄວາມລັບກໍຈະຖືກນຳມາເປີດເຜີຍໃຫ້ຮູ້. 23ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
24ພຣະອົງກ່າວຕໍ່ໄປອີກວ່າ, “ຈົ່ງລະວັງໃນສິ່ງທີ່ພວກເຈົ້າໄດ້ຟັງ ພວກເຈົ້າຈະຕວງໃຫ້ຄົນອື່ນດ້ວຍເຄື່ອງຜອງຢ່າງໃດ, ພຣະເຈົ້າກໍຈະຕວງໃຫ້ກັບພວກເຈົ້າດ້ວຍເຄື່ອງຜອງຢ່າງນັ້ນ ທັງຈະຊົງເພີ່ມເຕີມໃຫ້ອີກ. 25ດ້ວຍວ່າ, ຜູ້ທີ່ມີຢູ່ແລ້ວກໍຈະໄດ້ຮັບຕື່ມອີກ, ແຕ່ຜູ້ທີ່ບໍ່ມີແມ່ນແຕ່ສິ່ງທີ່ມີຢູ່ພຽງເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ.”
ຄຳອຸປະມາເລື່ອງເມັດພືດ
26ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ອານາຈັກຂອງພຣະເຈົ້າກໍເປັນຄືດັ່ງນີ້: ມີຄົນໜຶ່ງຫວ່ານເມັດພືດໃສ່ນາຂອງຕົນ. 27ເຂົານອນຫລັບໃນເວລາກາງຄືນ ແລະຕື່ນຂຶ້ນໃນເວລາກາງເວັນ ພໍດີເມັດພືດນັ້ນກໍງອກ ແລະຈະເລີນເຕີບໃຫຍ່ຂຶ້ນ ແລະເຂົາບໍ່ສາມາດເຂົ້າໃຈວ່າມັນເປັນໄປໄດ້ຢ່າງໃດ. 28ແມ່ນຜືນແຜ່ນດິນເອງທີ່ເຮັດໃຫ້ເມັດພືດງອກງາມຈົນເກີດຜົນຄື: ທຳອິດເປັນຕົ້ນອ່ອນແຕກອອກ ຕໍ່ມາ ເປັນຮວງເຂົ້າຂຽວ ແລະໃນທີ່ສຸດກໍມີເມັດຕຶ່ງເຕັມຮວງ. 29ຄັນເມັດເຂົ້າສຸກແລ້ວ ລາວກໍໃຊ້ຄົນໄປກ່ຽວ ເພາະເວລາເກັບກ່ຽວໄດ້ມາເຖິງແລ້ວ.”
ຄຳອຸປະມາເລື່ອງແກ່ນຜັກກາດ
(ມທ 13:31-32,34; ລກ 13:18-19)
30ພຣະເຢຊູເຈົ້າກ່າວວ່າ, “ອານາຈັກຂອງພຣະເຈົ້າຈະປຽບຄືຫຍັງ? ຫລືຈະໃຊ້ຄຳອຸປະມາຢ່າງໃດເພື່ອອະທິບາຍເຖິງອານາຈັກນີ້? 31ກໍປຽບເໝືອນແກ່ນຜັກກາດເມັດໜຶ່ງ, ເມື່ອຫວ່ານລົງໄປໃນດິນມັນກໍນ້ອຍກວ່າເມັດໃດໆທັງໝົດໃນໂລກ. 32ເມື່ອຫວ່ານລົງໄປແລ້ວມັນກໍປົ່ງຂຶ້ນ ແລະກາຍເປັນຕົ້ນທີ່ໃຫຍ່ກວ່າຜັກທັງປວງ ແລະແຕກກິ່ງກ້ານໃຫຍ່ອອກ ພໍທີ່ພວກນົກປ່າມາເຮັດຮັງຢູ່ໄດ້.”
33ພຣະເຢຊູເຈົ້າໄດ້ກ່າວພຣະທຳ ເປັນຄຳອຸປະມາຫລາຍເລື່ອງຢ່າງດຽວກັນນີ້ໃຫ້ພວກເຂົາຟັງ ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້. 34ພຣະອົງບໍ່ໄດ້ກ່າວກັບພວກເຂົາໂດຍໃຊ້ຄຳອຸປະມາເທົ່ານັ້ນ, ແຕ່ເມື່ອພຣະອົງຢູ່ຕາມລຳພັງກັບສາວົກແລ້ວ, ພຣະອົງກໍອະທິບາຍທຸກໆສິ່ງສູ່ພວກເພິ່ນຟັງໂດຍສະເພາະ.
ພຣະເຢຊູເຈົ້າຊົງຫ້າມລົມພະຍຸ
(ມທ 8:23-27; ລກ 8:22-25)
35ຕອນຄໍ່າໃນວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາຂ້າມທະເລສາບໄປຟາກນັ້ນເທາະ.” 36ສະນັ້ນ ພວກເພິ່ນຈຶ່ງລາປະຊາຊົນ ແລ້ວລົງໄປໃນເຮືອທີ່ພຣະເຢຊູເຈົ້ານັ່ງຢູ່ແລ້ວ ແລະພາກັນຂີ່ໄປ, ນອກນີ້ຍັງມີເຮືອລຳອື່ນອີກຫລາຍລຳໄປນຳດ້ວຍ. 37ແລ້ວລົມພະຍຸກໍເລີ່ມພັດມາແຮງ ແລະຟອງນໍ້າຊັດເຂົ້າເຮືອຈົນເຮືອເກືອບຈະເຕັມດ້ວຍນໍ້າ. 38ສ່ວນພຣະເຢຊູເຈົ້ານັ້ນ ນອນໝູນໝອນຫລັບຢູ່ທ້າຍເຮືອ. ສະນັ້ນ ພວກສາວົກຈຶ່ງໄປປຸກພຣະອົງວ່າ, “ອາຈານເອີຍ, ທ່ານບໍ່ເປັນຫ່ວງພວກຂ້ານ້ອຍບໍ? ພວກຂ້ານ້ອຍກຳລັງຈະຈົມນໍ້າຕາຍຢູ່ແລ້ວ.”
39ພຣະອົງຈຶ່ງຕື່ນຂຶ້ນມາ ແລະກ່າວແກ່ທະເລວ່າ, “ງຽບສະຫງົບແມ”.
ແລ້ວລົມກໍເຊົາ ຟອງນໍ້າກໍສະຫງົບງຽບທົ່ວໄປ.
40ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ພວກສາວົກຂອງພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍັງບໍ່ມີຄວາມເຊື່ອບໍ?”
41ແຕ່ພວກເພິ່ນຕົກໃຈຢ້ານຫລາຍທັງເວົ້າຕໍ່ກັນແລະກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດໜໍ? ແມ່ນແຕ່ລົມ ແລະຟອງທະເລກໍຍອມຟັງຄວາມເພິ່ນ.”
@ 2012 United Bible Societies. All Rights Reserved.