YouVersion 標識
搜索圖示

ປະຖົມມະການ 46

46
ຢາໂຄບ​ພາ​ຄອບຄົວ​ໄປ​ທີ່​ເອຢິບ
1ຢາໂຄບ​ໄດ້​ມ້ຽນ​ມັດ​ເອົາ​ສິ່ງຂອງ​ທັງໝົດ​ທີ່​ຕົນ​ມີ​ຢູ່ ແລະ​ໄປ​ເມືອງ​ເບເອນເຊບາ ບ່ອນ​ທີ່​ເພິ່ນ​ໄດ້​ຖວາຍບູຊາ​ແກ່​ພຣະເຈົ້າ​ຂອງ​ອີຊາກ​ພໍ່​ຂອງຕົນ. 2ໃນ​ຄືນ​ນັ້ນ ພຣະເຈົ້າ​ໄດ້​ກ່າວ​ກັບ​ຢາໂຄບ​ທາງ​ຄວາມຝັນ​ວ່າ, “ຢາໂຄບ ຢາໂຄບ​ເອີຍ.”
ເພິ່ນ​ຂານ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”
3ພຣະອົງ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າ ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ໄປ​ປະເທດ​ເອຢິບ. ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ທະວີ​ຂຶ້ນ​ເປັນ​ຊົນຊາດ​ໃຫຍ່​ຢູ່​ໃນ​ທີ່ນັ້ນ. 4ເຮົາ​ຈະ​ໄປ​ປະເທດ​ເອຢິບ​ກັບ​ເຈົ້າ ແລະ​ເຮົາ​ຈະ​ນຳ​ເອົາ​ເຊື້ອສາຍ​ຂອງ​ເຈົ້າ ກັບຄືນ​ມາ​ສູ່​ດິນແດນ​ນີ້​ອີກ. ໂຢເຊັບ​ຈະ​ຢູ່​ນຳ​ເຈົ້າ​ເມື່ອ​ເວລາ​ເຈົ້າ​ຕາຍ.”
5ແລ້ວ​ຢາໂຄບ​ກໍ​ອອກ​ໄປ​ຈາກ​ເມືອງ​ເບເອນເຊບາ. ພວກ​ລູກຊາຍ​ໄດ້​ເອົາ​ພໍ່​ຂອງ​ພວກ​ຕົນ, ພວກ​ເດັກນ້ອຍ ແລະ​ເມຍ​ຂອງ​ພວກເຂົາ ຂຶ້ນ​ຂີ່​ກວຽນ​ທີ່​ກະສັດ​ເອຢິບ​ໄດ້​ສົ່ງ​ມາ​ຮັບ. 6ພວກເຂົາ​ເອົາ​ຝູງສັດ​ກັບ​ຊັບສົມບັດ​ທັງໝົດ​ທີ່​ມີ​ໃນ​ການາອານ ອອກ​ເດີນທາງ​ໄປ​ສູ່​ປະເທດ​ເອຢິບ. 7ຢາໂຄບ​ໄດ້​ນຳ​ເອົາ​ເຊື້ອສາຍ​ທັງໝົດ​ຂອງຕົນ​ໄປ​ນຳ​ດັ່ງນີ້: ບັນດາ​ລູກຊາຍ​ຂອງ​ເພິ່ນ, ບັນດາ​ຫລານຊາຍ​ຂອງ​ເພິ່ນ, ບັນດາ​ລູກສາວ​ຂອງ​ເພິ່ນ ແລະ​ບັນດາ​ຫລານສາວ​ຂອງ​ເພິ່ນ.
8ເຊື້ອສາຍ​ຂອງ​ຢາໂຄບ​ທີ່​ໄປ​ປະເທດ​ເອຢິບ​ກັບ​ເພິ່ນ​ມີ​ຣູເບັນ​ລູກຊາຍ​ກົກ​ຂອງ​ເພິ່ນ 9ແລະ​ພວກ​ລູກຊາຍ​ຂອງ​ຣູເບັນ​ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ. 10ຊີເມໂອນ​ແລະ​ພວກ​ລູກຊາຍ​ຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ​ລູກ​ທີ່​ເກີດ​ຈາກ​ຍິງ​ຊາວ​ການາອານ​ຊື່​ວ່າ ຊາອູນ. 11ເລວີ​ແລະ​ລູກຊາຍ​ຂອງຕົນ: ເກໂຊນ, ໂກຮາດ ແລະ​ເມຣາຣີ. 12ຢູດາ​ແລະ​ພວກ​ລູກຊາຍ​ຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ ແລະ​ເຊຣາ. (ສ່ວນ​ເອຣະ​ກັບ​ໂອນານ ລູກຊາຍ​ສອງ​ຄົນ​ຂອງ​ຢູດາ​ນັ້ນ ຕາຍ​ທີ່​ການາອານ) ພ້ອມ​ດ້ວຍ​ລູກຊາຍ​ຂອງ​ເປເຣັດ​ຊື່​ວ່າ ເຮຊະໂຣນ ແລະ​ຮາມູນ. 13ອິດຊາຄາ​ກັບ​ພວກ​ລູກຊາຍ​ຂອງຕົນ: ໂຕລາ, ປູອາ, ຢາຊຸບ ແລະ​ຊີມໂຣນ. 14ເຊບູໂລນ​ກັບ​ພວກ​ລູກຊາຍ​ຂອງຕົນ: ເສເຣັດ, ເອໂລນ ແລະ​ຢາເລເອນ. 15ຄົນ​ເຫຼົ່ານັ້ນ​ແມ່ນ​ລູກຊາຍ​ຂອງ​ນາງ​ເລອາ ທີ່​ໄດ້​ເກີດ​ໃຫ້​ຢາໂຄບ​ໃນ​ເມໂຊໂປຕາເມຍ ລວມທັງ​ນາງ​ດີນາ​ລູກສາວ​ຂອງຕົນ​ດ້ວຍ. ເມື່ອ​ນັບ​ລວມ​ທັງໝົດ​ແລ້ວ ເຊື້ອສາຍ​ທີ່​ສືບ​ມາ​ຈາກ​ນາງ​ເລອາ ມີ​ຢູ່ 33 ຄົນ.
16ກາດ​ແລະ​ບັນດາ​ລູກຊາຍ​ຂອງຕົນ: ເຊໂຟນ, ຮັກກີ, ຊູນີ, ເອຊະໂບນ, ເອຣີ, ອາໂຣດ ແລະ​ອາເຣລີ. 17ອາເຊ​ແລະ​ພວກ​ລູກຊາຍ​ຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິຢາ, ແລະ​ນາງ​ເສຣາ​ລູກສາວ​ຂອງ​ລາວ ພ້ອມ​ທັງ​ລູກຊາຍ​ຂອງ​ເບຣິຢາ: ເຮເບ​ແລະ​ມັນກີເອນ. 18ພວກ 16 ຄົນ​ນີ້​ແມ່ນ​ເຊື້ອສາຍ​ຂອງ​ຢາໂຄບ ທີ່​ສືບ​ມາ​ຈາກ​ນາງ​ຊີລະປາ ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ເລອາ ລູກສາວ​ຂອງຕົນ.
19ສ່ວນ​ຣາເຊັນ ເມຍ​ຂອງ​ຢາໂຄບ ມີ​ລູກຊາຍ​ສອງ​ຄົນ: ໂຢເຊັບ​ແລະ​ເບັນຢາມິນ. 20ຢູ່​ໃນ​ປະເທດ​ເອຢິບ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ມານາເຊ​ແລະ​ເອຟຣາອິມ ທີ່​ໄດ້​ນຳ​ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ​ປະໂຣຫິດ​ແຫ່ງ​ເມືອງ​ເຮລີໂອໂປລີ. 21ລູກຊາຍ​ຂອງ​ເບັນຢາມິນ ມີ​ດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ ແລະ​ອາກເດ. 22ພວກ​ສິບສີ່​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ທີ່​ສືບ​ມາ​ຈາກ​ນາງ​ຣາເຊັນ.
23ດານ​ແລະ​ລູກຊາຍ​ຂອງຕົນ​ຊື່​ວ່າ ຮູຊິມ. 24ເນັບທາລີ​ແລະ​ລູກຊາຍ​ຂອງຕົນ ມີ​ດັ່ງນີ້: ຢາເຊເອນ, ກູນີ, ເຢເຊ ແລະ​ຊິນເລັມ. 25ພວກ​ເຈັດ​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ທີ່​ສືບ​ມາ​ຈາກ​ນາງ​ບິນຮາ ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ຣາເຊັນ​ລູກສາວ​ຂອງຕົນ.
26ຈຳນວນ​ເຊື້ອສາຍ​ແທ້ໆ​ທັງໝົດ​ຂອງ​ຢາໂຄບ​ທີ່​ໄປ​ຢູ່​ໃນ​ປະເທດ​ເອຢິບ​ມີ 66 ຄົນ; ໂດຍ​ບໍ່​ນັບ​ເມຍ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ. 27ໂຢເຊັບ​ມີ​ລູກຊາຍ​ທີ່​ເກີດ​ຢູ່​ໃນ​ປະເທດ​ເອຢິບ​ສອງ​ຄົນ. ເມື່ອ​ຮວບຮວມ​ຄອບຄົວ​ຂອງ​ຢາໂຄບ​ທັງໝົດ ທີ່​ໄປ​ຢູ່​ໃນ​ປະເທດ​ເອຢິບ​ແລ້ວ​ມີ 70 ຄົນ.
ຢາໂຄບ​ແລະ​ຄອບຄົວ​ໃນ​ປະເທດ​ເອຢິບ
28ຢາໂຄບ​ໄດ້​ສົ່ງ​ຢູດາ​ໄປ​ບອກ​ໂຢເຊັບ​ລ່ວງໜ້າ ເພື່ອ​ໃຫ້​ມາ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ. ເມື່ອ​ພວກເຂົາ​ມາ​ຮອດ 29ໂຢເຊັບ​ຈຶ່ງ​ຂີ່​ລົດມ້າ​ອອກ​ໄປ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ​ທັນທີ. ເມື່ອ​ທັງສອງ​ພົບ​ກັນ ໂຢເຊັບ​ຈຶ່ງ​ຟ້າວ​ກອດ​ຄໍ​ພໍ່​ຂອງຕົນ​ໄຫ້​ສະອື້ນ​ເປັນ​ເວລາ​ນານ. 30ຢາໂຄບ​ເວົ້າ​ກັບ​ໂຢເຊັບ​ວ່າ, “ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ ເມື່ອ​ໄດ້​ເຫັນ​ໜ້າ​ລູກ​ແລະ​ຮູ້​ວ່າ​ລູກ​ຍັງ​ມີ​ຊີວິດ​ຢູ່.”
31ແລ້ວ​ໂຢເຊັບ​ກໍ​ກ່າວ​ຕໍ່​ພວກ​ອ້າຍ ຕະຫລອດ​ທັງ​ຄອບຄົວ​ທັງໝົດ​ຂອງ​ພໍ່​ຕົນ​ວ່າ, “ຂ້ອຍ​ຕ້ອງ​ໄປ​ບອກ​ໃຫ້​ກະສັດ​ຮູ້​ວ່າ ພວກ​ອ້າຍ​ນ້ອງ​ກັບ​ຄອບຄົວ​ທັງໝົດ​ຂອງ​ພໍ່​ຂ້ອຍ ທີ່​ໄດ້​ອາໄສ​ຢູ່​ໃນ​ການາອານ​ນັ້ນ​ມາ​ຮອດ​ແລ້ວ. 32ຂ້ອຍ​ຈະ​ບອກ​ເພິ່ນ​ວ່າ ພວກເຈົ້າ​ເປັນ​ຄົນລ້ຽງແກະ​ແລະ​ລ້ຽງ​ງົວ ແລະ​ພວກເຈົ້າ​ໄດ້​ເອົາ​ຝູງແກະ​ກັບ​ຝູງງົວ​ພ້ອມ​ທຸກສິ່ງ​ທີ່​ມີ​ນັ້ນ​ມາ​ນຳ. 33ເມື່ອ​ກະສັດ​ເອີ້ນ​ພວກເຈົ້າ​ໄປ​ຖາມ​ເຖິງ​ວິຊາ​ອາຊີບ​ຂອງ​ພວກເຈົ້າ 34ໃຫ້​ພວກເຈົ້າ​ຕອບ​ວ່າ, ພວກເຈົ້າ​ລ້ຽງ​ສັດ​ເປັນ​ອາຊີບ​ເໝືອນ​ດັ່ງ​ບັນ​ພະບຸລຸດ​ຂອງ​ພວກເຮົາ. ໂດຍ​ວິທີ​ນີ້​ກະສັດ​ກໍ​ຈະ​ອະນຸຍາດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້.” ໂຢເຊັບ​ແນະນຳ​ເຊັ່ນນີ້ ເພາະ​ຊາວ​ເອຢິບ​ບໍ່​ມັກ​ພວກ​ລ້ຽງແກະ.

醒目顯示

分享

複製

None

想要在所有設備上保存你的醒目顯示嗎? 註冊或登入