1
ໂຣມ 5:8
ພຣະຄຳພີສັກສິ
ພຄພ
ແຕ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກເຮົາເຫັນວ່າ ພຣະອົງຊົງຮັກພວກເຮົາຫລາຍເທົ່າໃດ ຄືຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງຍອມຕາຍແທນເຮົາທັງຫລາຍ.
對照
ໂຣມ 5:8 探索
2
ໂຣມ 5:5
ແລະຄວາມໄວ້ວາງໃຈ ບໍ່ຫ່ອນເຮັດໃຫ້ມີຄວາມເສຍໃຈ ເພາະຜິດຫວັງ ເພາະເຫັນວ່າພຣະເຈົ້າຊົງເປັ່ງຄວາມຮັກຂອງພຣະອົງເຂົ້າໃນໃຈຂອງພວກເຮົາໂດຍທາງພຣະວິນຍານບໍຣິສຸດເຈົ້າ ຊຶ່ງພຣະອົງໄດ້ຊົງປະທານໃຫ້ແກ່ເຮົາທັງຫລາຍແລ້ວ.
ໂຣມ 5:5 探索
3
ໂຣມ 5:3-4
ຫລາຍກວ່ານັ້ນອີກ ພວກເຮົາກໍມີຄວາມຊົມຊື່ນຍິນດີໃນຄວາມຍາກລຳບາກດ້ວຍ ເພາະຮູ້ແລ້ວວ່າຄວາມຍາກລຳບາກນັ້ນ ເຮັດໃຫ້ເກີດມີຄວາມອົດທົນ ແລະຄວາມອົດທົນນັ້ນ ເຮັດໃຫ້ເຮົາເປັນຄົນທີ່ພຣະເຈົ້າຊົງເຫັນຊອບ ແລະການທີ່ຊົງເຫັນຊອບນັ້ນເຮັດໃຫ້ມີຄວາມໄວ້ວາງໃຈ.
ໂຣມ 5:3-4 探索
4
ໂຣມ 5:1-2
ດ້ວຍເຫດນີ້ ເມື່ອພວກເຮົາໄດ້ຊົງຖືວ່າເປັນຄົນຊອບທຳ ເພາະດ້ວຍຄວາມເຊື່ອແລ້ວພວກເຮົາຈຶ່ງມີ ສັນຕິສຸກກັບພຣະເຈົ້າໂດຍທາງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. ໂດຍທາງພຣະອົງ ເຮົາຈຶ່ງໄດ້ເຂົ້າໄປໃນຮົ່ມພຣະຄຸນ ຊຶ່ງບັດນີ້ພວກເຮົາຕັ້ງໝັ້ນຢູ່ດ້ວຍຄວາມເຊື່ອ ແລະພວກເຮົາຊື່ນຊົມຍິນດີ ໃນຄວາມຫວັງວ່າຈະໄດ້ມີສ່ວນໃນສະຫງ່າຣາສີຂອງພຣະເຈົ້າ
ໂຣມ 5:1-2 探索
5
ໂຣມ 5:6
ຂະນະທີ່ພວກເຮົາຍັງຂາດກຳລັງຢູ່ນັ້ນ ພຣະຄຣິດໄດ້ຕາຍເພື່ອຊ່ວຍຄົນບາບຕາມເວລາທີ່ເໝາະສົມ.
ໂຣມ 5:6 探索
6
ໂຣມ 5:9
ດ້ວຍເຫດນັ້ນ ເມື່ອພວກເຮົາໄດ້ຊົງຖືວ່າເປັນຄົນຊອບທຳແລ້ວ ດ້ວຍເລືອດຂອງພຣະອົງ ຫລາຍກວ່ານັ້ນອີກ ພວກເຮົາຈະໄດ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າໂດຍພຣະອົງ.
ໂຣມ 5:9 探索
7
ໂຣມ 5:19
ດ້ວຍວ່າ, ມະນຸດທຸກຄົນຕົກເປັນຄົນມີບາບກຳ ເພາະມະນຸດຄົນດຽວທີ່ບໍ່ເຊື່ອຟັງສັນໃດ, ຄົນຈຳນວນຫລາຍ ກໍຈະໄດ້ຊົງຖືວ່າເປັນຄົນຊອບທຳ ເພາະພຣະອົງຜູ້ດຽວທີ່ໄດ້ຊົງເຊື່ອຟັງສັນນັ້ນ.
ໂຣມ 5:19 探索
8
ໂຣມ 5:11
ບໍ່ພຽງແຕ່ເທົ່ານັ້ນ ພວກເຮົາຍັງຊື່ນຊົມຍິນດີໃນພຣະເຈົ້າໂດຍທາງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຜູ້ຊົງເປັນເຫດໃຫ້ເຮົາທັງຫລາຍໄດ້ຄືນດີກັບພຣະເຈົ້າ.
ໂຣມ 5:11 探索
主頁
聖經
計劃
影片