ດັ່ງນັ້ນ ຖ້າພຣະເຈົ້າໃຫ້ພວກເຂົາ ໄດ້ຮັບຂອງພຣະຣາຊທານຢ່າງດຽວກັນກັບໃຫ້ພວກເຮົາ ເມື່ອພວກເຮົາໄດ້ຮັບເຊື່ອໃນອົງພຣະເຢຊູຄຣິດເຈົ້າ, ຝ່າຍຂ້າພະເຈົ້າເປັນຜູ້ໃດ ຈຶ່ງຈະຂັດຂວາງພຣະເຈົ້າໄດ້.”
ເມື່ອພວກເຂົາໄດ້ຍິນດັ່ງນັ້ນແລ້ວ, ຕ່າງກໍເຊົາຕິຕຽນເປໂຕ ແລ້ວໄດ້ພາກັນສັນລະເສີນພຣະເຈົ້າໂດຍກ່າວວ່າ, “ຖ້າເປັນດັ່ງນີ້ ກໍແມ່ນພຣະເຈົ້າທີ່ໃຫ້ຄົນຕ່າງຊາດມີໂອກາດກັບໃຈໃໝ່ ແລະຮັບຊີວິດໃໝ່ເໝືອນກັນ.”