ກິດຈະການ 25:6-7
ກິດຈະການ 25:6-7 LCV
ຫລັງຈາກພັກຢູ່ກັບພວກເຂົາໄດ້ແປດຫາສິບວັນແລ້ວ, ເຟຊະໂຕກໍລົງໄປທີ່ເມືອງກາຍຊາເຣຍ. ໃນວັນຕໍ່ມາ ເຟຊະໂຕນັ່ງໃນສານພິຈາລະນາຄະດີ ແລະ ສັ່ງໃຫ້ນຳເອົາໂປໂລເຂົ້າມາຊ້ອງໜ້າເພິ່ນ. ເມື່ອໂປໂລເຂົ້າມາແລ້ວ, ພວກຢິວທີ່ລົງມາຈາກເຢຣູຊາເລັມກໍເຂົ້າໄປຢືນອ້ອມໂປໂລໄວ້. ພວກເຂົານຳເອົາຂໍ້ກ່າວຫາທີ່ຮ້າຍແຮງຫລາຍປະການຕໍ່ສູ້ໂປໂລ, ແຕ່ພວກເຂົາບໍ່ສາມາດພິສູດໄດ້.


