1
ກິດຈະການ 9:15
ພຣະຄຳພີລາວສະບັບສະໄໝໃໝ່
LCV
ແຕ່ອົງພຣະຜູ້ເປັນເຈົ້າກ່າວແກ່ອານາເນຍວ່າ, “ຈົ່ງໄປສາ! ເພາະວ່າຊາຍຄົນນີ້ເປັນເຄື່ອງມືທີ່ເຮົາໄດ້ເລືອກໄວ້ເພື່ອໃຫ້ປະກາດນາມຂອງເຮົາກັບຄົນຕ່າງຊາດ, ບັນດາກະສັດຂອງພວກເຂົາ ແລະ ຊາວອິດສະຣາເອນ.
Vergelijk
Ontdek ກິດຈະການ 9:15
2
ກິດຈະການ 9:4-5
ລາວລົ້ມລົງພື້ນດິນ ແລະ ໄດ້ຍິນສຽງໜຶ່ງກ່າວຕໍ່ລາວວ່າ, “ໂຊໂລ, ໂຊໂລເອີຍ, ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?” ໂຊໂລໄດ້ຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງຄືຜູ້ໃດ?” ພຣະອົງຕອບວ່າ, “ເຮົາຄືເຢຊູຜູ້ທີ່ເຈົ້າກຳລັງຂົ່ມເຫັງ”.
Ontdek ກິດຈະການ 9:4-5
3
ກິດຈະການ 9:17-18
ແລ້ວອານາເນຍກໍໄປ ແລະ ເຂົ້າໄປໃນເຮືອນນັ້ນ. ລາວໄດ້ວາງມືໃສ່ໂຊໂລ, ລາວເວົ້າວ່າ, “ອ້າຍໂຊໂລ, ອົງພຣະຜູ້ເປັນເຈົ້າຄືພຣະເຢຊູເຈົ້າ ຜູ້ທີ່ໄດ້ປາກົດແກ່ເຈົ້າລະຫວ່າງທາງທີ່ເຈົ້າກຳລັງມານັ້ນ ໄດ້ສົ່ງເຮົາມາເພື່ອວ່າເຈົ້າຈະໄດ້ເຫັນຮຸ່ງອີກ ແລະ ເພື່ອເຈົ້າຈະໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ”. ທັນໃດນັ້ນ, ກໍມີສິ່ງໜຶ່ງເໝືອນເກັດປາຕົກຈາກຕາຂອງໂຊໂລ ແລະ ເພິ່ນກໍເຫັນຮຸ່ງໄດ້ອີກ. ໂຊໂລຈຶ່ງລຸກຂຶ້ນ ແລະ ຮັບບັບຕິສະມາ.
Ontdek ກິດຈະການ 9:17-18