ໃນຂະນະທີ່ພວກເຂົາທັງຫລາຍກຳລັງນະມັດສະການອົງພຣະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຢູ່ນັ້ນ, ພຣະວິນຍານບໍລິສຸດເຈົ້າກໍກ່າວວ່າ, “ຈົ່ງແຍກບາຣະນາບາ ແລະ ໂຊໂລໄວ້ສຳລັບງານທີ່ເຮົາໄດ້ເອີ້ນໃຫ້ພວກເຂົາເຮັດ”. ດັ່ງນັ້ນ ຫລັງຈາກທີ່ພວກເຂົາໄດ້ຖືສິນອົດອາຫານ ແລະ ອະທິຖານແລ້ວ, ພວກເຂົາກໍໄດ້ວາງມືໃສ່ພວກເພິ່ນທັງສອງແລ້ວສົ່ງພວກເພິ່ນອອກໄປ.