1
ກິດຈະການ 2:38
ພຣະຄຳພີສັກສິ
ພຄພ
ເປໂຕກ່າວແກ່ພວກເຂົາວ່າ, “ແຕ່ລະຄົນໃນພວກທ່ານ ຕ້ອງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ເພື່ອວ່າບາບກຳຂອງພວກທ່ານຈະໄດ້ຮັບການອະໄພ ແລະພວກທ່ານກໍຈະໄດ້ຮັບຂອງປະທານຈາກພຣະເຈົ້າ ຄືພຣະວິນຍານບໍຣິສຸດເຈົ້າ.
နှိုင်းယှဉ်
ກິດຈະການ 2:38ရှာဖွေလေ့လာလိုက်ပါ။
2
ກິດຈະການ 2:42
ພວກເຂົາໄດ້ຕັ້ງໝັ້ນຢູ່ໃນຄຳສອນຂອງພວກອັກຄະສາວົກ ເຂົ້າຮ່ວມໃນກຸ່ມສາມັກຄີທຳ ໃນການຫັກເຂົ້າຈີ່ ແລະຮ່ວມໃຈກັນໃນການພາວັນນາອະທິຖານ.
ກິດຈະການ 2:42ရှာဖွေလေ့လာလိုက်ပါ။
3
ກິດຈະການ 2:4
ທຸກຄົນໃນທີ່ນັ້ນ ຈຶ່ງເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະເລີ່ມປາກພາສາຕ່າງໆ ຕາມທີ່ພຣະວິນຍານຊົງໂຜດໃຫ້ພວກເພິ່ນເວົ້າ.
ກິດຈະການ 2:4ရှာဖွေလေ့လာလိုက်ပါ။
4
ກິດຈະການ 2:2-4
ໃນທັນໃດນັ້ນ ກໍເກີດມີສຽງໜຶ່ງດັງມາຈາກຟ້າ ເໝືອນສຽງລົມພະຍຸແຮງກ້າ ດັງກ້ອງສະໜັ່ນທົ່ວເຮືອນທີ່ພວກເພິ່ນນັ່ງຢູ່ນັ້ນ. ມີລີ້ນເປັນຮູບເໝືອນແປວໄຟໄດ້ປາກົດໃຫ້ພວກເພິ່ນເຫັນ ແລະລິ້ນນັ້ນໄດ້ແຕກກະຈາຍອອກໄປຢູ່ເທິງພວກເພິ່ນທຸກຄົນຜູ້ລະລິ້ນ. ທຸກຄົນໃນທີ່ນັ້ນ ຈຶ່ງເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະເລີ່ມປາກພາສາຕ່າງໆ ຕາມທີ່ພຣະວິນຍານຊົງໂຜດໃຫ້ພວກເພິ່ນເວົ້າ.
ກິດຈະການ 2:2-4ရှာဖွေလေ့လာလိုက်ပါ။
5
ກິດຈະການ 2:46-47
ແຕ່ລະວັນ ພວກເຂົາໄດ້ໝັ່ນເຕົ້າໂຮມກັນນະມັດສະການໃນບໍລິເວນພຣະວິຫານ ແລະຫັກເຂົ້າຈີ່ ຮ່ວມຮັບປະທານອາຫານນຳກັນ ຕາມບ້ານເຮືອນຂອງພວກຕົນດ້ວຍຄວາມຊົມຊື່ນຍິນດີ ແລະດ້ວຍໃຈສັດຊື່ ທັງສັນລະເສີນພຣະເຈົ້າ ແລະຄົນທັງປວງຕ່າງກໍພໍໃຈນຳບັນດາຄົນທີ່ເຊື່ອນັ້ນ ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ມີຄົນທີ່ເຊື່ອ ເພີ່ມຈຳນວນຂຶ້ນທຸກໆວັນ.
ກິດຈະການ 2:46-47ရှာဖွေလေ့လာလိုက်ပါ။
6
ກິດຈະການ 2:17
‘ພຣະເຈົ້າຊົງກ່າວວ່າ, ໃນຍຸກສຸດທ້າຍນັ້ນ ເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທັງປວງ. ລູກຊາຍ ແລະ ລູກຍິງຂອງພວກເຈົ້າ ຈະທຳນວາຍ ຊາຍໜຸ່ມຂອງພວກເຈົ້າຈະເຫັນ ນິມິດ ແລະພວກຊາຍເຖົ້າຂອງພວກເຈົ້າຈະຝັນເຫັນ.
ກິດຈະການ 2:17ရှာဖွေလေ့လာလိုက်ပါ။
7
ກິດຈະການ 2:44-45
ຄົນທີ່ເຊື່ອທັງໝົດກໍສືບຕໍ່ຢູ່ຮ່ວມກັນ ແລະໄດ້ນຳເອົາຊັບສິ່ງຂອງທີ່ຕົນມີຢູ່ນັ້ນ ມາເປັນຂອງສ່ວນລວມ. ພວກເຂົາໄດ້ຂາຍທີ່ດິນກັບຊັບສິ່ງຂອງ ແລະແຈກຢາຍໃຫ້ແກ່ຄົນທັງປວງ ຕາມຄວາມຈຳເປັນຂອງທຸກໆຄົນ.
ກິດຈະການ 2:44-45ရှာဖွေလေ့လာလိုက်ပါ။
8
ກິດຈະການ 2:21
ແລ້ວກໍຈະເປັນດັ່ງນີ້ ຄືບຸກຄົນໃດ ທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຈະໄດ້ລອດພົ້ນ.”’
ກິດຈະການ 2:21ရှာဖွေလေ့လာလိုက်ပါ။
9
ກິດຈະການ 2:20
ກ່ອນວັນສຳຄັນ ແລະວັນຮຸ່ງເຮືອງ ຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ ດວງຕາເວັນຈະເກີດມືດມົວໄປ ດວງຈັນຈະກາຍເປັນເລືອດ.
ກິດຈະການ 2:20ရှာဖွေလေ့လာလိုက်ပါ။
ပင်မစာမျက်နှာ
သမ္မာကျမ်းစာ
အစီအစဉ်များ
ဗီဒီယိုများ