ໂຣມ 10:11-13

ໂຣມ 10:11-13 ພຄພ

ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບຸກຄົນ​ໃດ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ.” ເພາະ​ພຣະເຈົ້າ​ບໍ່ໄດ້​ຖື​ວ່າ​ແຕກຕ່າງ​ກັນ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ, ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ​ຂອງ​ຄົນ​ທັງໝົດ ແລະ​ອວຍພອນ​ຢ່າງ​ບໍຣິບູນ​ແກ່​ທຸກຄົນ​ທີ່​ຮ້ອງ​ຫາ​ພຣະອົງ. ເພາະວ່າ, “ທຸກຄົນ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ໄດ້​ພົ້ນ.”