ຈົດບັນຊີ 3
3
ພວກລູກຊາຍຂອງອາໂຣນ
1ຕໍ່ໄປນີ້ແມ່ນຄົນໃນຄອບຄົວຂອງອາໂຣນແລະໂມເຊ ຄາວທີ່ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊຢູ່ເທິງພູເຂົາຊີນາຍ. 2ອາໂຣນມີລູກຊາຍສີ່ຄົນ ດັ່ງນີ້: ນາດາບຜູ້ເປັນອ້າຍກົກ, ອາບີຮູ, ເອເລອາຊາ ແລະອີທາມາ. 3ພວກເຂົາໄດ້ຮັບສະຖາປະນາໃຫ້ເປັນປະໂຣຫິດ ໂດຍໃຊ້ນໍ້າມັນສັກສິດເຈີມ. 4ແຕ່ນາດາບແລະອາບີຮູໄດ້ຕາຍຕໍ່ໜ້າພຣະເຈົ້າຢາເວ ຕອນທີ່ພວກເຂົາໄດ້ຖວາຍໄຟອັນບໍ່ບໍຣິສຸດຕໍ່ໜ້າພຣະເຈົ້າຢາເວ ໃນຖິ່ນແຫ້ງແລ້ງກັນດານຊີນາຍ. ພວກເຂົາບໍ່ມີລູກ. ດັ່ງນັ້ນຈຶ່ງມີແຕ່ເອເລອາຊາແລະອີທາມາເທົ່ານັ້ນ ທີ່ໄດ້ຮັບໃຊ້ໃນຕຳແໜ່ງປະໂຣຫິດໃນຄາວທີ່ອາໂຣນຍັງມີຊີວິດຢູ່.
ຊາວເລວີຖືກແຕ່ງຕັ້ງໃຫ້ຮັບໃຊ້ປະໂຣຫິດ
5ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 6“ຈົ່ງນຳເຜົ່າເລວີອອກມາຂ້າງໜ້າ ແລະແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ຮັບໃຊ້ປະໂຣຫິດອາໂຣນ. 7ພວກເຂົາຈະເຮັດໜ້າທີ່ຊຶ່ງໄດ້ຮັບມອບໝາຍໃນຫໍເຕັນບ່ອນຊຸມນຸມ ແລະເຮັດໜ້າທີ່ສຳລັບປະໂຣຫິດແລະສຳລັບຊຸມຊົນທັງໝົດ ໂດຍເຮັດວຽກຮັບໃຊ້ທີ່ຫໍເຕັນສັກສິດ. 8ພວກເຂົາຈະຮັບຜິດຊອບອຸປະກອນທັງໝົດຂອງຫໍເຕັນບ່ອນຊຸມນຸມ ແລະເຮັດໜ້າທີ່ສຳລັບຊາວອິດສະຣາເອນທັງປວງ ໂດຍເຮັດວຽກຮັບໃຊ້ທີ່ຫໍເຕັນສັກສິດ. 9ຄວາມຮັບຜິດຊອບຢ່າງດຽວທີ່ຊາວເລວີມີນັ້ນ ແມ່ນຮັບໃຊ້ອາໂຣນແລະພວກລູກຊາຍຂອງລາວ. 10ເຈົ້າຈະຕ້ອງສະຖາປະນາອາໂຣນແລະພວກລູກຊາຍຂອງລາວໃຫ້ເຮັດໜ້າທີ່ປະໂຣຫິດ; ຖ້າຜູ້ໃດຜູ້ໜຶ່ງຫາກພະຍາຍາມຈະເຮັດໜ້າທີ່ນີ້ຈະໄດ້ຮັບໂທດເຖິງຕາຍ.”
11ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 12“ແມ່ນເຮົາເອງທີ່ເປັນຜູ້ເລືອກເອົາຊາວເລວີ ໃນທ່າມກາງຊາວອິດສະຣາເອນທັງຫລາຍ. ໃຫ້ພວກເຂົາຮັບໃຊ້ເຮົາແທນລູກກົກທັງຫລາຍຂອງປະຊາຊົນອິດສະຣາເອນ. 13ອັນນີ້ກໍເປັນຜົນສືບເນື່ອງມາຈາກ ໃນມື້ທີ່ເຮົາໄດ້ຂ້າລູກກົກທັງໝົດຂອງຊາວເອຢິບນັ້ນ ເຮົາໄດ້ໄວ້ຊີວິດລູກກົກຂອງຊາວອິດສະຣາເອນທຸກໆຄົນ ແລະສັດໂຕເຖິກຫົວປີທຸກໆໂຕ. ລູກຫົວປີເຫຼົ່ານັ້ນເປັນຂອງເຮົາ. ເຮົາແມ່ນພຣະເຈົ້າຢາເວ.”
ການຈົດຈຳນວນພົນຊາວເລວີ
14-16ໃນຖິ່ນແຫ້ງແລ້ງກັນດານຊີນາຍ ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ຈົດຈຳນວນພົນຊາວເລວີ ຕາມຕະກຸນແລະຕາມຄອບຄົວ ໂດຍໃຫ້ນັບເອົາແຕ່ຜູ້ຊາຍທີ່ມີອາຍຸໜຶ່ງເດືອນຂຶ້ນໄປ ແລະໂມເຊກໍໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. 17-20ເລວີມີລູກຊາຍສາມຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ ຜູ້ທີ່ເປັນປູ່ຍ່າຕາຍາຍຂອງຕະກຸນຕ່າງໆທີ່ໃສ່ຊື່ຂອງພວກເຂົາ. ເກໂຊນມີລູກຊາຍສອງຄົນ ດັ່ງນີ້: ລິບນີແລະຊີເມອີ; ໂກຮາດມີລູກຊາຍສີ່ ຄົນດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ, ອຸດຊີເອນ ແລະເມຣາຣີມີລູກຊາຍສອງຄົນ ດັ່ງນີ້: ມາຮະລີແລະມູຊີ. ພວກເຂົາເປັນປູ່ຍ່າຕາຍາຍຂອງບັນດາຄອບຄົວທັງຫລາຍທີ່ໃສ່ຊື່ຂອງພວກເຂົາ.
21ຕະກຸນຂອງເກໂຊນມີຄອບຄົວຂອງລິບນີແລະຊີເມອີ. 22ຈຳນວນຊາຍທັງໝົດທີ່ມີອາຍຸໜຶ່ງເດືອນຂຶ້ນໄປມີ: 7.500 ຄົນ. 23ໃຫ້ຕະກຸນນີ້ຕັ້ງຄ້າຍຢູ່ທາງທິດຕາເວັນຕົກທາງດ້ານຫລັງຫໍເຕັນສັກສິດ. 24ຊຶ່ງແມ່ນເອລີອາສັບ ລູກຊາຍຂອງລາເອນເປັນຫົວໜ້າຕະກຸນ. 25ພວກເກໂຊນຮັບຜິດຊອບຫໍເຕັນບ່ອນຊຸມນຸມທີ່ເປັນຫໍເຕັນສັກສິດ, ຜ້າປົກເຕັນດ້ານໃນ, ຜ້າປົກເຕັນດ້ານນອກ, ຜ້າກັ້ງທາງເຂົ້າຫໍເຕັນບ່ອນຊຸມນຸມ, 26ຜ້າກັ້ງອ້ອມເດີ່ນທີ່ລ້ອມທັງຫໍເຕັນແລະແທ່ນບູຊາ ແລະຜ້າກັ້ງທາງເຂົ້າເດີ່ນຂອງຫໍເຕັນສັກສິດ. ພວກເຂົາຮັບຜິດຊອບວຽກງານທຸກຢ່າງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້.
27ຕະກຸນໂກຮາດມີຄອບຄົວຂອງອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ. 28ຈຳນວນຜູ້ຊາຍທັງໝົດທີ່ມີອາຍຸໜຶ່ງເດືອນຂຶ້ນໄປມີ: 8.600 ຄົນ. 29ໃຫ້ຕະກຸນນີ້ຕັ້ງຄ້າຍຢູ່ທາງດ້ານໃຕ້ຂອງຫໍເຕັນສັກສິດ. 30ຊຶ່ງມີເອລີຊາຟັນລູກຊາຍຂອງອຸດຊີເອນ ເປັນຫົວໜ້າຕະກຸນ. 31ພວກໂກຮາດຮັບຜິດຊອບຫີບພັນທະສັນຍາ, ໂຕະ, ຫລັກຕະກຽງ, ແທ່ນບູຊາ, ພາຊະນະຕ່າງໆທີ່ປະໂຣຫິດໃຊ້ໃນບ່ອນສັກສິດ ແລະຜ້າກັ້ງປະຕູເຂົ້າບ່ອນສັກສິດທີ່ສຸດ. ພວກເຂົາຮັບຜິດຊອບວຽກງານທຸກຢ່າງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້.
32ຫົວໜ້າຂອງພວກເລວີແມ່ນເອເລອາຊາ ລູກຊາຍຂອງປະໂຣຫິດອາໂຣນ. ລາວດູແລຄົນທີ່ມີໜ້າທີ່ຮັກສາບ່ອນສັກສິດທີ່ສຸດໃນຫໍເຕັນ.
33ຕະກຸນເມຣາຣີມີຄອບຄົວຂອງມາຮະລີແລະມູຊີ. 34ຜູ້ຊາຍທັງໝົດທີ່ມີອາຍຸໜຶ່ງເດືອນຂຶ້ນໄປມີ: 6.200 ຄົນ. 35ໃຫ້ຕະກຸນນີ້ຕັ້ງຄ້າຍພັກຢູ່ທາງດ້ານເໜືອຂອງຫໍເຕັນສັກສິດ ຊຶ່ງມີຊູຣິເອນລູກຊາຍຂອງອາບີໄຮ ເປັນຫົວໜ້າຕະກຸນ. 36ພວກເມຣາຣີໄດ້ຖືກມອບໝາຍໃຫ້ຮັບຜິດຊອບວຽກງານໂຄງຮ່າງຂອງຫໍເຕັນສັກສິດ, ໄມ້ກອນ, ໄມ້ເສົາ, ຕີນເສົາ ແລະເຄື່ອງປະກອບທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ທັງໝົດ. 37ພວກເຂົາຍັງຮັບຜິດຊອບສິ່ງຕໍ່ໄປນີ້ຄື: ເສົາ, ຕີນຮອງເສົາ, ຫລັກສຽບ ແລະເຊືອກສຳລັບເດີ່ນນອກຂອງຫໍເຕັນ.
38ສ່ວນໂມເຊແລະອາໂຣນພ້ອມກັບພວກລູກຊາຍຂອງຕົນນັ້ນ ໃຫ້ຕັ້ງຄ້າຍຢູ່ຕໍ່ໜ້າຫໍເຕັນສັກສິດທາງດ້ານຕາເວັນອອກ, ຢູ່ຕໍ່ໜ້າຫໍເຕັນບ່ອນຊຸມນຸມ. ພວກເຂົາເປັນຜູ້ຮັບໜ້າທີ່ເຮັດພິທີຕ່າງໆໃນບ່ອນສັກສິດແທນປະຊາຊົນອິດສະຣາເອນ. ຜູ້ໃດຜູ້ໜຶ່ງທີ່ພະຍາຍາມເຮັດພິທີນີ້ຈະໄດ້ຮັບໂທດເຖິງຕາຍ. 39ລວມຈຳນວນຜູ້ຊາຍຊາວເລວີທັງໝົດ ທີ່ມີອາຍຸໜຶ່ງເດືອນຂຶ້ນໄປໃນແຕ່ລະຕະກຸນ ທີ່ໂມເຊໄດ້ນັບຕາມຄຳສັ່ງຂອງພຣະເຈົ້າຢາເວມີ: 22.000 ຄົນ.
ຊາວເລວີກາຍເປັນລູກກົກ
40ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ລູກຊາຍກົກຂອງຊາວອິດສະຣາເອນທຸກຄົນເປັນຂອງເຮົາ. ດັ່ງນັ້ນ ຈົ່ງຈົດຊື່ລູກຊາຍກົກທຸກຄົນຂອງຊາວອິດສະຣາເອນ ທີ່ມີອາຍຸແຕ່ໜຶ່ງເດືອນຂຶ້ນໄປ. 41ເພື່ອແທນລູກກົກທັງໝົດຂອງຊາວອິດສະຣາເອນ ຈົ່ງແຍກຊາວເລວີໄວ້ເປັນຂອງເຮົາ ເຮົາແມ່ນພຣະເຈົ້າຢາເວ ເຊັ່ນດຽວກັນ ຈົ່ງແຍກເອົາຝູງສັດຂອງຊາວເລວີ ເພື່ອແທນລູກສັດຫົວປີທັງໝົດຂອງຊາວອິດສະຣາເອນ.” 42ໂມເຊກໍເຮັດຕາມພຣະເຈົ້າຢາເວໄດ້ສັ່ງເພີ່ນໄວ້ ແລະໄດ້ຈົດຊື່ລູກຊາຍຫົວປີຂອງຊາວອິດສະຣາເອນທຸກໆຄົນ 43ທີ່ມີອາຍຸໜຶ່ງເດືອນຂຶ້ນໄປ. ເມື່ອລວມຈຳນວນທັງໝົດແລ້ວມີ: 22.273 ຄົນ.
44ແລ້ວພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ, 45“ບັດນີ້ ຈົ່ງອຸທິດຖວາຍຊາວເລວີໃຫ້ເປັນຂອງເຮົາ ແທນລູກຊາຍກົກທຸກຄົນຂອງຊາວອິດສະຣາເອນ ແລະຈົ່ງອຸທິດຖວາຍສັດທັງຫລາຍຂອງຊາວເລວີ ແທນລູກຫົວປີຂອງສັດທຸກໂຕຂອງຊາວອິດສະຣາເອນ. ເຮົາແມ່ນພຣະເຈົ້າຢາເວ. 46ແຕ່ເນື່ອງຈາກວ່າລູກຊາຍກົກຂອງຊາວອິດສະຣາເອນ ມີຈຳນວນເກີນຊາວເລວີຢູ່ 273 ຄົນ; ເຈົ້າຕ້ອງໄຖ່ຈຳນວນທີ່ເກີນນັ້ນຄືນ. 47ສຳລັບແຕ່ລະຄົນນັ້ນໃຫ້ເອົາເງິນໄຖ່ຄືນໃນລາຄາຜູ້ລະຫ້າຫລຽນ ຕາມອັດຕາຂອງສຳນັກນະມັດສະການ; 48ແລ້ວເຈົ້າຈົ່ງເອົາເງິນຈຳນວນນີ້ມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ.” 49ໂມເຊກໍໄດ້ເຊື່ອຟັງແລະເຮັດຕາມຄື 50ໄດ້ເອົາເງິນຈຳນວນ 1.365 ຫລຽນ 51ມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ ຕາມຄຳສັ່ງຂອງພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ແລ້ວ.
Nke Ahọpụtara Ugbu A:
ຈົດບັນຊີ 3: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.