Akara Njirimara YouVersion
Akara Eji Eme Ọchịchọ

ລະບຽບ^ພວກເລວີ 8

8
ໂມເຊ​ສະຖາປະນາ​ອາໂຣນ​ແລະ​ພວກ​ລູກຊາຍ
(ອພຍ 29:1-37)
1ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ. 3ແລ້ວ​ຈົ່ງ​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.”
4ໂມເຊ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ສັ່ງ​ນັ້ນ ແລະ​ເມື່ອ​ຊຸມຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. 5ເພິ່ນ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ເຮັດ​ໄປ​ນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ເຮັດ.”
6ແລ້ວ​ໂມເຊ​ກໍ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ອອກ​ມາ​ຂ້າງ​ໜ້າ ແລະ​ໃຫ້​ພວກເຂົາ​ຮັບ​ພິທີ​ອາບນໍ້າ​ຊຳລະ. 7ເມື່ອ​ອາບ​ແລ້ວໆ ເພິ່ນ​ໄດ້​ເອົາ​ເສື້ອຊ້ອນ​ໃນ​ແລະ​ເສື້ອຄຸມ ໃສ່​ໃຫ້​ອາໂຣນ​ແລະ​ເອົາ​ຜ້າ​ຮັດ​ແອວ​ລາວ. ເພິ່ນ​ໄດ້​ສຸບ​ເສື້ອຄຸມ​ສັ້ນ​ເອໂຟດ ໃສ່​ໃຫ້ ແລ້ວ​ກໍ​ເອົາ​ສາຍແອວ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຮັດ​ໃຫ້​ຕື່ມ. 8ແລ້ວ​ເພິ່ນ​ກໍ​ເອົາ​ແຜ່ນ​ຮອງເອິກ​ໃສ່​ໃຫ້ ພ້ອມ​ທັງ​ເອົາ​ອຸຣິມ​ແລະ​ທຸມມິມ ໃສ່​ໃນ​ນັ້ນ​ດ້ວຍ. 9ເມື່ອ​ສຸບ​ໝວກ​ໃຫ້​ແລ້ວ ເພິ່ນ​ໄດ້​ເອົາ​ເຄື່ອງໝາຍ​ເປັນ​ຄຳ​ປະດັບ​ໃສ່​ທາງ​ດ້ານ​ໜ້າ​ໝວກ ຊຶ່ງ​ເປັນ​ມຸງກຸດ​ບໍຣິສຸດ​ໝາຍ​ເຖິງ​ການ​ອຸທິດ​ຖວາຍ​ຕົວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.
10ແລ້ວ​ໂມເຊ​ກໍ​ເອົາ​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ຫໍເຕັນ​ສັກສິດ ພ້ອມ​ກັບ​ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ ແລະ​ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ທຸກສິ່ງ​ໃຫ້​ເປັນ​ອັນ​ສັກສິດ. 11ເພິ່ນ​ໄດ້​ເອົາ​ນໍ້າມັນ​ບາງ​ສ່ວນ​ຊິດ​ເຈັດ​ເທື່ອ​ໃສ່​ແທ່ນບູຊາ​ກັບ​ເຄື່ອງໃຊ້​ຂອງ​ແທ່ນ, ໃສ່​ຂັນ​ກັບ​ພານ​ຮອງ​ຂັນ ເພື່ອ​ອຸທິດ​ຖວາຍ​ສິ່ງ​ເຫຼົ່ານີ້. 12ເພິ່ນ​ໄດ້​ສະຖາປະນາ​ອາໂຣນ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ບາງ​ສ່ວນ​ຫົດສົງ​ທີ່​ຫົວ​ຂອງ​ລາວ ເປັນ​ການ​ອຸດທິດ​ຖວາຍຕົວ. 13ຕໍ່ມາ ໂມເຊ​ກໍໄດ້​ນຳ​ພວກ​ລູກຊາຍ​ຂອງ​ອາໂຣນ​ອອກ​ມາ​ຂ້າງ​ໜ້າ ເອົາ​ເສື້ອຄຸມ​ໃສ່​ໃຫ້, ເອົາ​ຜ້າ​ມັດ​ແອວ​ພວກເຂົາ ແລະ​ເອົາ​ໝວກ​ສຸບ​ໃສ່​ຫົວ​ຂອງ​ພວກເຂົາ, ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ທຸກປະການ.
14ແລ້ວ​ໂມເຊ​ກໍໄດ້​ນຳ​ງົວເຖິກ​ມາ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ພາກັນ​ວາງ​ມື​ລົງ​ເທິງ​ຫົວ​ສັດ. 15ໂມເຊ​ໄດ້​ຂ້າປາດຄໍ​ງົວ​ໂຕ​ນັ້ນ​ແລະ​ເອົາ​ເລືອດ​ບາງ​ສ່ວນ​ມາ ແລະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ແລະ​ທາ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ແທ່ນບູຊາ​ເພື່ອ​ອຸທິດ​ຖວາຍ. ແລ້ວ​ເພິ່ນ​ກໍ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ ເພື່ອ​ຊຳລະ​ໃຫ້​ສັກສິດ​ບໍຣິສຸດ ແລະ​ອຸທິດ​ຖວາຍ​ແທ່ນບູຊາ​ນັ້ນ. 16ໂມເຊ​ໄດ້​ເອົາ​ໄຂມັນ​ທັງໝົດ​ຂອງ​ເຄື່ອງໃນ​ໄສ້​ພຸງ, ໜັງບາງໆ​ຫຸ້ມຫໍ່ຕັບ, ແລະ​ໝາກໄຂ່ຫລັງ​ທັງສອງ​ໜ່ວຍ ເຜົາ​ເທິງ​ແທ່ນບູຊາ. 17ແລ້ວ​ເພິ່ນ​ກໍ​ເອົາ​ສ່ວນ​ທີ່​ເຫຼືອ​ຂອງ​ງົວເຖິກ​ໂຕ​ນັ້ນ​ເຊັ່ນ: ໜັງ, ຊີ້ນ, ແລະ​ເຄື່ອງໃນ​ໄສ້​ພຸງ​ໄປ​ເຜົາ​ທີ່​ນອກ​ຄ້າຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ທຸກປະການ.
18ຕໍ່ມາ ໂມເຊ​ໄດ້​ນຳ​ແກະເຖິກ​ມາ ເພື່ອ​ເຜົາບູຊາ. ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ. 19ເພິ່ນ​ໄດ້​ຂ້າປາດຄໍ​ສັດ​ໂຕ​ນັ້ນ ແລະ​ຊິດ​ເລືອດ​ຂອງ​ມັນ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນ. 20-21ເພິ່ນ​ໄດ້​ຕັດ​ເປັນ​ຕ່ອນໆ, ໃຊ້​ນໍ້າ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ກັບ​ຂາ​ຫລັງ ແລະ​ເຜົາ​ຫົວ​ກັບ​ໄຂມັນ​ແລະ​ສ່ວນ​ອື່ນໆ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ. ການ​ເຜົາ​ຖວາຍ​ນີ້​ເປັນ​ການ​ຖວາຍບູຊາ​ທີ່​ມີ​ກິ່ນ​ຫອມຫວນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.
22ຕໍ່ມາ​ອີກ ໂມເຊ​ໄດ້​ນຳ​ແກະເຖິກ ໂຕ​ທີ​ສອງ​ມາ ຊຶ່ງ​ເປັນ​ແກະ​ທີ່​ຖວາຍ​ສຳລັບ​ການ​ສະຖາປະນາ​ປະໂຣຫິດ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ. 23ໂມເຊ​ຂ້າປາດຄໍ​ແກະ​ນັ້ນ ແລະ​ເອົາ​ເລືອດ​ບາງ​ສ່ວນ​ທາ​ໃສ່​ທີ່​ໃບຫູ​ຂ້າງ​ຂວາ​ຂອງ​ອາໂຣນ ທາ​ໃສ່​ທີ່​ຫົວໂປ້ມື​ຂ້າງ​ຂວາ ແລະ​ທາ​ໃສ່​ທີ່​ຫົວໂປ້​ຕີນ​ຂ້າງ​ຂວາ​ດ້ວຍ. 24ແລ້ວ​ເພິ່ນ​ກໍ​ນຳ​ພວກ​ລູກຊາຍ​ຂອງ​ອາໂຣນ​ອອກ​ມາ​ຂ້າງ​ໜ້າ ທາ​ເລືອດ​ບາງ​ສ່ວນ​ໃສ່​ທີ່​ໃບຫູ​ຂ້າງ​ຂວາ​ຂອງ​ພວກເຂົາ ທາ​ໃສ່​ທີ່​ຫົວໂປ້ມື​ຂ້າງ​ຂວາ ແລະ​ທາ​ໃສ່​ທີ່​ໂປ້​ຕີນ​ຂ້າງ​ຂວາ​ດ້ວຍ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ໂມເຊ​ໄດ້​ຖອກ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ. 25ເພິ່ນ​ໄດ້​ເອົາ​ໄຂມັນ, ໄຂມັນ​ຂອງ​ຫາງ, ໄຂມັນ​ຕິດ​ກັບ​ເຄື່ອງໃນ​ໄສ້​ພຸງ, ໜັງບາງໆ​ຫຸ້ມຫໍ່ຕັບ, ໝາກ​ໄຂ່​ຫລັງ​ສອງ​ໜ່ວຍ​ທັງ​ໄຂມັນ ແລະ​ຂາ​ຫລັງ​ເບື້ອງຂວາ. 26ແລ້ວ​ເພິ່ນ​ກໍ​ເອົາ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກ້ອນ​ໜຶ່ງ​ຈາກ​ກະຕ່າ ຊຶ່ງ​ອຸທິດ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ, ກ້ອນ​ໜຶ່ງ​ທີ່​ຈືນ​ດ້ວຍ​ນໍ້າມັນ ແລະ​ເຂົ້າໜົມ​ແຜ່ນ​ກ້ອນ​ໜຶ່ງ ວາງ​ໃສ່​ເທິງ​ໄຂມັນ​ແລະ​ຂາ​ຫລັງ​ເບື້ອງຂວາ​ສັດ. 27ເພິ່ນ​ໄດ້​ເອົາ​ອາຫານ​ທັງໝົດ​ນີ້ ວາງ​ໃສ່​ມື​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ແລະ​ພວກເຂົາ​ໄດ້​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. 28ແລ້ວ​ໂມເຊ​ກໍ​ເອົາ​ອາຫານ​ໃນ​ມື​ຂອງ​ພວກເຂົາ ໄປ​ເຜົາ​ເທິງ​ແທ່ນບູຊາ​ເຕັງ​ໃສ່​ອາຫານ​ທີ່​ເຜົາບູຊາ​ດ້ວຍ​ໄຟ ເປັນ​ເຄື່ອງ​ຖວາຍ​ສຳລັບ​ການ​ສະຖາປະນາ ຊຶ່ງ​ເປັນ​ການ​ຖວາຍບູຊາ​ທີ່​ມີ​ກິ່ນ​ຫອມຫວນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. 29ແລ້ວ​ໂມເຊ​ໄດ້​ເອົາ​ຊີ້ນ​ໜ້າເອິກ​ແກະ ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ຊີ້ນ​ສ່ວນ​ນີ້​ເປັນ​ຂອງ​ໂມເຊ ເມື່ອ​ມີ​ການ​ສະຖາປະນາ. ໂມເຊ​ໄດ້​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.
30ໂມເຊ​ໄດ້​ເອົາ​ນໍ້າມັນ​ສັກສິດ​ແລະ​ເລືອດ​ບາງ​ສ່ວນ​ທີ່​ແທ່ນບູຊາ​ນັ້ນ ຊິດ​ໃສ່​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຊິດ​ໃສ່​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ. ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ພ້ອມ​ທັງ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ.
31ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ຊີ້ນ​ທີ່​ຕົ້ມ​ໄວ້​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ, ແລ້ວ​ກິນ​ໃນ​ທີ່ນັ້ນ​ກັບ​ເຂົ້າຈີ່​ໃນ​ກະຕ່າ​ສຳລັບ​ການ​ສະຖາປະນາ​ຕາມ​ຄຳສັ່ງ​ນັ້ນ. 32ຈົ່ງ​ເຜົາ​ເຂົ້າຈີ່​ຫລື​ຊີ້ນ​ຊຶ່ງ​ເຫຼືອ​ກິນ​ນັ້ນ​ຖິ້ມ​ໝົດ. 33ພວກເຈົ້າ​ຈະ​ຕ້ອງ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ເປັນ​ເວລາ​ເຈັດ​ວັນ ຈົນກວ່າ​ພິທີ​ສະຖາປະນາ​ຂອງ​ພວກເຈົ້າ​ໄດ້​ສຳເລັດ. 34ພຣະເຈົ້າຢາເວ​ໄດ້​ສັ່ງ​ພວກເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ມື້ນີ້ ເພື່ອ​ເປັນ​ການ​ຍົກ​ຜິດບາບ​ຂອງ​ພວກເຈົ້າ. 35ພວກເຈົ້າ​ຈະ​ຕ້ອງ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ທັງເວັນ​ທັງຄືນ​ເປັນ​ເວລາ​ເຈັດ​ວັນ ໂດຍ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ຖ້າ​ພວກເຈົ້າ​ບໍ່​ເຮັດ​ຕາມ ພວກເຈົ້າ​ຈະ​ຕາຍ. ອັນນີ້ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້.” 36ດັ່ງນັ້ນ ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ຈຶ່ງ​ໄດ້​ປະຕິບັດ​ຕາມ ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ​ທຸກປະການ.

Mee ka ọ bụrụ isi

Kesaa

Mapịa

None

Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye