ລະບຽບ^ພວກເລວີ 7
7
ເຄື່ອງຖວາຍເພື່ອການຊົດໃຊ້ແທນຄືນ
1ຕໍ່ໄປນີ້ ແມ່ນລະບຽບການສຳລັບຖວາຍເພື່ອຊົດໃຊ້ແທນຄືນ ຊຶ່ງເປັນການຖວາຍອັນສັກສິດທີ່ສຸດ. 2ສັດທີ່ຈະຖວາຍນີ້ຕ້ອງໃຫ້ຂ້າປາດຄໍທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເພື່ອຖວາຍບູຊາດ້ວຍໄຟ ແລະໃຫ້ຖອກເລືອດສັດໃສ່ທັງສີ່ດ້ານຂອງແທ່ນ. 3ໃຫ້ເອົາໄຂມັນທັງໝົດອອກແລະຖວາຍເທິງແທ່ນບູຊາຄື: ໄຂມັນໃນຫາງ, ໄຂມັນທີ່ຕິດກັບເຄື່ອງໃນໄສ້ພຸງ, 4ໝາກໄຂ່ຫລັງທັງສອງອັນກັບໄຂມັນທີ່ຢູ່ເທິງນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. 5ປະໂຣຫິດຈະຕ້ອງເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາ ເປັນພິທີຖວາຍບູຊາອາຫານດ້ວຍໄຟແກ່ພຣະເຈົ້າຢາເວ. ອັນນີ້ແມ່ນເຄື່ອງຖວາຍຊົດໃຊ້ແທນຄືນ. 6ຜູ້ຊາຍທຸກໆຄົນໃນຄອບຄົວປະໂຣຫິດກິນຊີ້ນສັດທີ່ຖວາຍແລ້ວນັ້ນໄດ້, ແຕ່ຕ້ອງກິນໃນບ່ອນສັກສິດ ເພາະເປັນເຄື່ອງບໍຣິສຸດທີ່ສຸດ.
7ລະບຽບການຂໍ້ໜຶ່ງທີ່ໃຊ້ປະຕິບັດກັບການຖວາຍເພື່ອລຶບລ້າງບາບ ແລະເພື່ອຊົດໃຊ້ແທນຄືນຄື: ຊີ້ນສັດນັ້ນເປັນຂອງປະໂຣຫິດຜູ້ເຮັດພິທີ. 8ໜັງສັດທີ່ໄດ້ຖວາຍເປັນເຄື່ອງເຜົາບູຊາແລ້ວ ໃຫ້ເປັນຂອງປະໂຣຫິດຜູ້ເຮັດພິທີ. 9ການຖວາຍພືດຜົນເປັນເມັດທຸກຄັ້ງ ທີ່ໄດ້ບົດເປັນແປ້ງແລະອົບໃນເຕົາ ຫລືຈືນໃສ່ໝໍ້ຂາງ ຫລືປີ້ງເທິງເຫລັກປີ້ງ ຕ້ອງເປັນຂອງປະໂຣຫິດຜູ້ເຮັດພິທີຖວາຍ. 10ແຕ່ຖ້າພືດຜົນເປັນເມັດຍັງດິບຢູ່ແລະບໍ່ທັນໄດ້ຂົ້ວ ເຖິງແມ່ນວ່າຈະປົນກັບນໍ້າມັນຫລືແຫ້ງແລ້ວກໍຕາມ ໃຫ້ເປັນຂອງປະໂຣຫິດຜູ້ສືບເຊື້ອສາຍມາຈາກຄອບຄົວອາໂຣນ ໂດຍໃຫ້ແບ່ງປັນເປັນສ່ວນເທົ່າກັນ.
ເຄື່ອງຖວາຍເພື່ອຄວາມສາມັກຄີທຳ
11ຕໍ່ໄປນີ້ ແມ່ນລະບຽບການຕ່າງໆ ສຳລັບເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ. 12ຖ້າຊາຍຄົນໜຶ່ງຖວາຍເພື່ອໂມທະນາຂອບພຣະຄຸນພຣະເຈົ້າ ລາວຈະຕ້ອງນຳເຄື່ອງຖວາຍນັ້ນມາພ້ອມກັບສັດທີ່ຈະຂ້າບູຊາເຊັ່ນ: ເຂົ້າຈີ່ບໍ່ມີເຊື້ອແປ້ງ ອາດເປັນກ້ອນເຮັດຈາກແປ້ງເຂົ້າທີ່ປົນກັບນໍ້າມັນໝາກກອກເທດ ຫລືເຂົ້າໜົມແຜ່ນບາງໆທີ່ທາດ້ວຍນໍ້າມັນໝາກກອກເທດ ຫລືເຂົ້າໜົມເປັນແຜ່ນເຮັດດ້ວຍແປ້ງເຂົ້າປົນກັບນໍ້າມັນໝາກກອກເທດ. 13ນອກຈາກນີ້ ລາວຈະຕ້ອງນຳເຂົ້າຈີ່ບໍ່ມີເຊື້ອແປ້ງມາຖວາຍຕື່ມອີກ. 14ລາວຈະຕ້ອງເອົາເຂົ້າຈີ່ສ່ວນໜຶ່ງຂອງແຕ່ລະຊະນິດ ຖວາຍແກ່ພຣະເຈົ້າຢາເວ; ສ່ວນນີ້ຈະເປັນຂອງປະໂຣຫິດຜູ້ເອົາເລືອດສັດໄປຊິດໃສ່ແທ່ນບູຊາ. 15ຊີ້ນສັດຕ້ອງກິນໃນມື້ທີ່ຖວາຍບູຊາເທົ່ານັ້ນ; ຢ່າໃຫ້ມີຊີ້ນສັດສ່ວນໃດສ່ວນໜຶ່ງ ເຫຼືອໄວ້ຈົນເຖິງຕອນເຊົ້າຂອງມື້ໃໝ່.
16ຖ້າຊາຍຄົນໜຶ່ງນຳເຄື່ອງມາຖວາຍບູຊາເພື່ອຄວາມສາມັກຄີທຳ ຕາມການແກ້ບະບົນຫລືໃຈສະໝັກກໍດີ ໃຫ້ລາວກິນເຄື່ອງຖວາຍບູຊາໃນມື້ຈັດພິທີນັ້ນ; ສ່ວນທີ່ເຫຼືອໃຫ້ລາວເອົາໄວ້ກິນໃນມື້ຕໍ່ໄປກໍໄດ້. 17ຊີ້ນທຸກຊະນິດທີ່ປະໂຣຫິດປະໄວ້ຈົນເຖິງສາມມື້ໃຫ້ເຜົາໄຟຖິ້ມໝົດ. 18ຖ້າຜູ້ໃດຍັງເອົາຊີ້ນທີ່ເຫຼືອຢູ່ນັ້ນມາກິນໃນມື້ທີສາມ ພຣະເຈົ້າກໍຈະບໍ່ຮັບການຖວາຍຂອງຊາຍຄົນນັ້ນ. ການຖວາຍນີ້ຈະຖືວ່າບໍ່ຖືກຍອມຮັບ ແຕ່ຈະຖືວ່າເປັນມົນທິນ ແລະຜູ້ໃດກໍຕາມທີ່ກິນຈະໄດ້ຮັບຜົນກຳ. 19ຖ້າຊີ້ນສັດສ່ວນໃດໄປຖືກຂອງທີ່ເປັນມົນທິນ ຢ່າໄດ້ກິນຊີ້ນສ່ວນນັ້ນ ແຕ່ໃຫ້ເຜົາໄຟຖິ້ມເສຍ.
ສຳລັບຊີ້ນສ່ວນອື່ນ ຄົນໃດທີ່ບໍ່ເປັນມົນທິນຕາມກົດບັນຍັດກິນຊີ້ນນັ້ນໄດ້ 20ແຕ່ຖ້າຄົນໃດທີ່ເປັນມົນທິນກິນຊີ້ນນັ້ນ ລາວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ. 21ເຊັ່ນດຽວກັນ ຖ້າຜູ້ໃດກິນຊີ້ນທີ່ຖວາຍນີ້ ຫລັງຈາກຕົນໄດ້ແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດແລ້ວ ບໍ່ວ່າຈາກຄົນຫລືຈາກສັດກໍຕາມ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ.
22ພຣະເຈົ້າຢາເວໄດ້ອອກລະບຽບການດັ່ງຕໍ່ໄປນີ້ມອບໃຫ້ໂມເຊ 23ເພື່ອໃຫ້ປະຊາຊົນອິດສະຣາເອນປະຕິບັດຕາມຄື: ຢ່າກິນໄຂມັນຂອງງົວ ແກະຫລືແບ້. 24ຢ່າກິນໄຂມັນສັດທີ່ຕາຍເອງ ຫລືທີ່ຖືກສັດປ່າກັດຕາຍ ແຕ່ຈະເອົາໄປເຮັດຢ່າງອື່ນກໍໄດ້. 25ຖ້າຜູ້ໃດກິນໄຂມັນສັດ ທີ່ໄດ້ຖວາຍດ້ວຍໄຟເປັນອາຫານແກ່ພຣະເຈົ້າຢາເວຕາມພິທີແລ້ວ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ. 26ຊາວອິດສະຣາເອນບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ ຢ່າເອົາເລືອດນົກຫລືເລືອດສັດ ມາກິນເປັນອາຫານ. 27ຜູ້ໃດທີ່ຝ່າຝືນລະບຽບການນີ້ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
28ພຣະເຈົ້າຢາເວໄດ້ອອກລະບຽບການຕໍ່ໄປນີ້ 29ມອບໃຫ້ໂມເຊບອກປະຊາຊົນອິດສະຣາເອນປະຕິບັດຕາມ ດັ່ງນີ້: ຖ້າຜູ້ໃດນຳເຄື່ອງມາຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ ຜູ້ນັ້ນຕ້ອງນຳເຄື່ອງຖວາຍມາເປັນຂອງຖວາຍແກ່ພຣະເຈົ້າຢາເວ. 30ຈົ່ງໃຫ້ລາວຖືມາໂດຍຕົນເອງຕາມພິທີຖວາຍບູຊາອາຫານດ້ວຍໄຟແກ່ພຣະເຈົ້າຢາເວ. ລາວຈະຕ້ອງເອົາໄຂມັນສັດພ້ອມທັງຊີ້ນໜ້າເອິກ ມາຖວາຍເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. 31ປະໂຣຫິດຈະເປັນຜູ້ເຜົາໄຂມັນນັ້ນເທິງແທ່ນບູຊາ ແຕ່ຊີ້ນໜ້າເອິກນັ້ນຈະຕ້ອງເປັນຂອງອາໂຣນແລະພວກລູກຊາຍຂອງລາວ. 32ຂາຂວາດ້ານຫລັງສັດຈະຕ້ອງມອບເປັນຂອງບຳລຸງແກ່ປະໂຣຫິດ 33ສຳລັບປະໂຣຫິດຜູ້ຖວາຍເລືອດກັບໄຂມັນຕາມພິທີຖວາຍເພື່ອຄວາມສາມັກຄີທຳ, ຜູ້ນັ້ນຕ້ອງໄດ້ຮັບຊີ້ນຂາຂວາດ້ານຫລັງຂອງສັດນັ້ນ. 34ຊີ້ນໜ້າເອິກແລະຊີ້ນຂາຂວາດ້ານຫລັງຂອງສັດ ທີ່ປະຊາຊົນອິດສະຣາເອນນຳມາຖວາຍເປັນຂອງມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ. 35ອັນນີ້ເປັນສ່ວນອາຫານທີ່ຖວາຍແກ່ພຣະເຈົ້າຢາເວ ຊຶ່ງໄດ້ມອບໃຫ້ອາໂຣນແລະພວກລູກຊາຍຂອງຕົນ ໃນມື້ທີ່ສະຖາປະນາພວກເຂົາເປັນປະໂຣຫິດຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວ. 36ໃນມື້ນັ້ນ ພຣະເຈົ້າຢາເວໄດ້ສັ່ງປະຊາຊົນອິດສະຣາເອນ ເອົາເຄື່ອງຖວາຍສ່ວນນັ້ນໃຫ້ແກ່ພວກປະໂຣຫິດ. ອັນນີ້ແມ່ນລະບຽບການ ທີ່ປະຊາຊົນອິດສະຣາເອນຕ້ອງເຊື່ອຟັງທຸກຍຸກທຸກສະໄໝສືບໄປ.
37ສະນັ້ນ ທັງໝົດນີ້ຈຶ່ງແມ່ນລະບຽບການສຳລັບເຜົາເຄື່ອງຖວາຍບູຊາ, ຖວາຍພືດຜົນເປັນເມັດ, ຖວາຍເພື່ອລຶບລ້າງບາບ, ຖວາຍເພື່ອຊົດໃຊ້ແທນຄືນ, ຖວາຍສຳລັບການສະຖາປະນາ ແລະຖວາຍເພື່ອຄວາມສາມັກຄີທຳ. 38ພຣະເຈົ້າຢາເວໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ແກ່ໂມເຊ ທີ່ເທິງພູເຂົາຊີນາຍ ໃນມື້ທີ່ເພິ່ນໄດ້ບອກປະຊາຊົນອິດສະຣາເອນ ໃຫ້ນຳເຄື່ອງມາຖວາຍບູຊາແກ່ພຣະເຈົ້າຢາເວຢູ່ໃນຖິ່ນແຫ້ງແລ້ງກັນດານຂອງຊີນາຍ.
Nke Ahọpụtara Ugbu A:
ລະບຽບ^ພວກເລວີ 7: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.

: