ລະບຽບ^ພວກເລວີ 6
6
1ພຣະເຈົ້າຢາເວໄດ້ອອກລະບຽບການດັ່ງຕໍ່ໄປນີ້ມອບໃຫ້ໂມເຊ. 2ການຖວາຍບູຊານັ້ນໃຫ້ໃຊ້ບັງຄັບໃນກໍລະນີດັ່ງຕໍ່ໄປນີ້: ຖ້າຄົນໜຶ່ງຄົນໃດເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍບໍ່ຍອມຄືນສິ່ງຂອງທີ່ພີ່ນ້ອງອິດສະຣາເອນນຳມາຝາກ ຫລືໂດຍລັກເອົາສິ່ງໃດສິ່ງໜຶ່ງຈາກລາວ ຫລືສໍ້ໂກງລາວ 3ຫລືໂດຍເວົ້າຕົວະ ແລະສາບານເຖິງສິ່ງທີ່ເສຍໄປນັ້ນວ່າຕົນບໍ່ເຫັນ. 4-5ເມື່ອຊາຍຄົນໜຶ່ງໄດ້ເຮັດບາບ ບໍ່ວ່າກໍລະນີໃດໆທີ່ໄດ້ກ່າວມານີ້ ລາວຕ້ອງຈ່າຍຄ່າຊົດໃຊ້ແທນຄືນທຸກສິ່ງທີ່ຕົນໄດ້ມາໃນທາງທີ່ບໍ່ຖືກຕ້ອງນັ້ນ. ລາວຕ້ອງຈ່າຍແທນຄືນໃຫ້ເຈົ້າຂອງເຕັມຈຳນວນ ໃນມື້ທີ່ເຫັນວ່າຕົນເປັນຜູ້ຜິດແລະຕື່ມອີກຊາວເປີເຊັນ. 6ລາວຈະຕ້ອງນຳແກະຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ມາໃຫ້ປະໂຣຫິດເປັນການຖວາຍຊົດໃຊ້ແທນຄືນແກ່ພຣະເຈົ້າຢາເວ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ. 7ປະໂຣຫິດຈະຕ້ອງຖວາຍບູຊາລຶບລ້າງບາບໃຫ້ຜູ້ນັ້ນຕໍ່ໜ້າພຣະເຈົ້າຢາເວ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.
ການເຜົາສັດທັງໂຕຖວາຍບູຊາ
8ພຣະເຈົ້າຢາເວໄດ້ສັ່ງໂມເຊ 9ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ສຳລັບການເຜົາຖວາຍບູຊາດ້ວຍໄຟ. ເຄື່ອງຖວາຍເຜົາບູຊາຕ້ອງຖືກປະໄວ້ທີ່ແທ່ນຕະຫລອດຄືນ ແລະໄຟກໍໃຫ້ລຸກຢູ່ສະເໝີ. 10ແລ້ວປະໂຣຫິດ ຜູ້ນຸ່ງເສື້ອຄຸມກັບສົ້ງຂາສັ້ນທີ່ເຮັດດ້ວຍຜ້າປ່ານ ກໍຈະເອົາຂີ້ເຖົ່າຂອງໄຂມັນເຫຼືອທີ່ແທ່ນບູຊາ ໄປຖອກໄວ້ທີ່ຂ້າງແທ່ນ. 11ຕໍ່ມາ ປະໂຣຫິດຈະປ່ຽນຖ່າຍເຄື່ອງນຸ່ງອອກ ແລະເອົາຂີ້ເຖົ່າໄປຖິ້ມນອກຄ້າຍ ໃນບ່ອນເຮັດຄວາມສະອາດ. 12ໄຟທີ່ເທິງແທ່ນບູຊານັ້ນ ຕ້ອງດັງໃຫ້ລຸກຢູ່ສະເໝີ ແລະຢ່າໃຫ້ມອດ. ທຸກໆເຊົ້າໃດ ປະໂຣຫິດຈະຕ້ອງກອງຟືນຂຶ້ນເທິງແທ່ນ ຕຽມເຄື່ອງບູຊາ ແລະເຜົາໄຂມັນຖວາຍເພື່ອຄວາມສາມັກຄີທຳ. 13ສ່ວນໄຟນັ້ນຕ້ອງໃຫ້ລຸກໄໝ້ທີ່ເທິງແທ່ນບູຊາຢູ່ສະເໝີ ແລະຢ່າປະໃຫ້ມອດເປັນເດັດຂາດ.
ເຄື່ອງຖວາຍພືດຜົນເປັນເມັດ
14ລະບຽບການດັ່ງຕໍ່ໄປນີ້ ແມ່ນສຳລັບຖວາຍພືດຜົນເປັນເມັດ. ປະໂຣຫິດທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນຈະເປັນຜູ້ເຮັດພິທີຖວາຍພືດຜົນເປັນເມັດຕໍ່ໜ້າພຣະເຈົ້າຢາເວ ທາງດ້ານໜ້າຂອງແທ່ນບູຊາ. 15ແລ້ວເພິ່ນກໍຈະເອົາແປ້ງກຳໜຶ່ງແລະນໍ້າມັນໝາກກອກເທດພ້ອມທັງເຄື່ອງຫອມ ໄປເຜົາທີ່ເທິງແທ່ນບູຊາເພື່ອເປັນເຄື່ອງໝາຍສະແດງວ່າ ທັງໝົດນັ້ນໄດ້ຖວາຍແລ້ວ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 16ພວກປະໂຣຫິດຈະກິນຂອງທີ່ເຫຼືອນັ້ນກໍໄດ້, 17ແຕ່ຈະຕ້ອງເຮັດເປັນເຂົ້າຈີ່ບໍ່ມີເຊື້ອແປ້ງກິນໃນບ່ອນສັກສິດຄື: ທີ່ເດີ່ນຂອງຫໍເຕັນບ່ອນຊຸມນຸມ. ເຮົາໄດ້ໃຫ້ເຄື່ອງທີ່ເຫຼືອຈາກການຖວາຍບູຊາດ້ວຍໄຟນັ້ນ ເປັນຂອງປະໂຣຫິດ. ມັນເປັນເຄື່ອງບໍຣິສຸດທີ່ສຸດ ເໝືອນກັນກັບເຄື່ອງຖວາຍເພື່ອລຶບລ້າງບາບ ແລະເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ. 18ທຸກຍຸກທຸກສະໄໝສືບໄປ ເຊື້ອສາຍອາໂຣນຜູ້ທີ່ເປັນເພດຊາຍຈະກິນສິ່ງນີ້ໄດ້ ຊຶ່ງເປັນສ່ວນໜຶ່ງຂອງອາຫານທີ່ຖວາຍແກ່ພຣະເຈົ້າຢາເວ. ຄົນອື່ນທີ່ແຕະຕ້ອງອາຫານທີ່ໄດ້ຖວາຍນັ້ນ ຈະໄດ້ຮັບອັນຕະລາຍຈາກຣິດອຳນາດແຫ່ງຄວາມສັກສິດ.
19ພຣະເຈົ້າຢາເວໄດ້ມອບກົດບັນຍັດດັ່ງຕໍ່ໄປນີ້ໃຫ້ໂມເຊ 20ສຳລັບການສະຖາປະນາປະໂຣຫິດຜູ້ທີ່ຖືກເຈີມສືບເຊື້ອສາຍມາຈາກອາໂຣນ. ໃນມື້ທີ່ລາວໄດ້ຮັບສະຖາປະນານັ້ນ ລາວຈະຕ້ອງຖວາຍແປ້ງເຂົ້າສອງກິໂລກຼາມແກ່ພຣະເຈົ້າຢາເວ (ຈຳນວນເທົ່າກັບການຖວາຍພືດຜົນເປັນເມັດປະຈຳວັນ) ຄື: ເຄິ່ງໜຶ່ງໃນຕອນເຊົ້າແລະອີກເຄິ່ງໜຶ່ງໃນຕອນແລງ. 21ໃຫ້ປົນແປ້ງກັບນໍ້າມັນແລະປີ້ງເທິງເຫຼັກປີ້ງ ແລະຫັກເປັນຕ່ອນນ້ອຍໆ ຖວາຍເປັນເຄື່ອງບູຊາພືດຜົນເປັນເມັດ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 22ທຸກຍຸກທຸກສະໄໝສືບໄປ ການຖວາຍນີ້ໃຫ້ເປັນທີ່ຢຶດຖືໂດຍໃຫ້ທຸກໆຄົນໃນເຊື້ອສາຍຂອງອາໂຣນ ຜູ້ທີ່ຖືກເຈີມເປັນມະຫາປະໂຣຫິດ. ໃຫ້ເຜົາພືດຜົນເປັນເມັດທັງໝົດ ຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ. 23ຢ່າໄດ້ກິນພືດຜົນເປັນເມັດສ່ວນໃດສ່ວນໜຶ່ງ ທີ່ປະໂຣຫິດໄດ້ເຮັດຖວາຍນັ້ນ; ໃຫ້ເຜົາສິ່ງເຫຼົ່ານັ້ນທັງໝົດ.
ເຄື່ອງຖວາຍເພື່ອລຶບລ້າງບາບ
24ພຣະເຈົ້າຢາເວໄດ້ສັ່ງໂມເຊ 25ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການນີ້ ສຳລັບຖວາຍເພື່ອລຶບລ້າງບາບ: ສັດທີ່ຈະຖວາຍເພື່ອລຶບລ້າງບາບນັ້ນ ຈະຕ້ອງຂ້າປາດຄໍຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດສຳລັບເຜົາບູຊາ. ອັນນີ້ແມ່ນເຄື່ອງຖວາຍທີ່ບໍຣິສຸດທີ່ສຸດ. 26ປະໂຣຫິດຜູ້ເຮັດພິທີຖວາຍບູຊາ ຈະກິນຊີ້ນສັດນັ້ນໄດ້ໃນບ່ອນສັກສິດ ຄືໃນເດີ່ນຂອງຫໍເຕັນບ່ອນຊຸມນຸມ. 27ຜູ້ໃດຜູ້ໜຶ່ງຫລືສິ່ງໃດສິ່ງໜຶ່ງທີ່ແຕະຕ້ອງຊີ້ນສັດ ຈະເປັນບໍຣິສຸດຈາກຣິດອຳນາດແຫ່ງຄວາມບໍຣິສຸດ. ຖ້າເຄື່ອງນຸ່ງຜືນໃດຖືກເລືອດສັດ ຕ້ອງໃຊ້ນໍ້າລ້າງເຄື່ອງນຸ່ງຜືນນັ້ນໃນບ່ອນບໍຣິສຸດ. 28ໝໍ້ໜ່ວຍໃດທີ່ໃຊ້ຕົ້ມຊີ້ນແລ້ວຕ້ອງໃຫ້ທັບຖິ້ມ ແລະຖ້າໃຊ້ໝໍ້ໂລຫະຕົ້ມໃຫ້ຜັດຖູແລ້ວຈຶ່ງໃຊ້ນໍ້າລ້າງ. 29ຜູ້ຊາຍທຸກໆຄົນທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ກິນຊີ້ນທີ່ໄດ້ຖວາຍແລ້ວນີ້ໄດ້; 30ແຕ່ເຄື່ອງບູຊາໄຖ່ບາບທີ່ໄດ້ນຳເອົາເລືອດເຂົ້າໄປໃນຫໍເຕັນບ່ອນຊຸມນຸມໃນສະຖານທີ່ສັກສິດແລ້ວ ຢ່າໄດ້ກິນຊີ້ນສັດນັ້ນແຕ່ໃຫ້ເຜົາໄຟເສຍ.
Nke Ahọpụtara Ugbu A:
ລະບຽບ^ພວກເລວີ 6: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.

: