Akara Njirimara YouVersion
Akara Eji Eme Ọchịchọ

ລະບຽບ^ພວກເລວີ 25

25
ປີ​ທີ​ເຈັດ​ປີ​ແຫ່ງ​ການ​ປົດປ່ອຍ
(ພບຍ 15:1-11)
1ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ວ່າ, 2“ໃຫ້​ມອບ​ລະບຽບການ​ດັ່ງ​ຕໍ່ໄປນີ້​ແກ່​ປະຊາຊົນ​ອິດສະຣາເອນ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້ ພວກເຈົ້າ​ຈະ​ຕ້ອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ໂດຍ​ທຸກ​ປີ​ທີ​ເຈັດ​ໃດ​ໃຫ້​ຢຸດ​ການ​ປູກຝັງ. 3ພວກເຈົ້າ​ຈະ​ຂຸດຄົ້ນ​ໄຮ່ນາ ຕັດຕອນ​ສວນອະງຸ່ນ ແລະ​ຮີບໂຮມ​ຜົນລະປູກ​ໄວ້​ພາຍ​ໃນ​ຫົກ​ປີ. 4ແຕ່​ໃນ​ປີ​ທີ​ເຈັດ ແມ່ນ​ປີ​ໃຫ້​ທີ່ດິນ​ທັງໝົດ​ພັກຜ່ອນ ໂດຍ​ອຸທິດ​ຖວາຍ​ເປັນ​ປີ​ຊະບາໂຕ​ແກ່​ພຣະເຈົ້າຢາເວ. ຢ່າ​ປູກຝັງ​ໃນ​ໄຮ່ນາ​ຫລື​ຕັດຕອນ​ສວນອະງຸ່ນ. 5ຢ່າ​ເກັບກ່ຽວ​ພືດຜົນ​ທີ່​ງອກ​ຂຶ້ນ​ມາ​ເອງ ແລະ​ຢ່າ​ເກັບ​ພົ້ວ​ໝາກອະງຸ່ນ ທີ່​ພວກເຈົ້າ​ບໍ່ໄດ້​ຕັດຕອນ​ຕົ້ນ​ຂອງ​ມັນ. ຈົ່ງ​ປ່ອຍ​ທີ່ດິນ​ໃຫ້​ເປັນ​ດິນ​ເຮື້ອ. 6ໃນ​ປີ​ຊະບາໂຕ​ນັ້ນ ແມ່ນ​ວ່າ​ດິນ​ບ່ອນ​ເຮັດຢູ່​ເຮັດກິນ​ບໍ່ໄດ້​ໃຊ້​ປູກຝັງ​ກໍຕາມ ພວກເຈົ້າ​ຍັງ​ສາມາດ​ນຳ​ອາຫານ​ສຳລັບ​ພວກເຈົ້າ ບັນດາ​ຄົນ​ຮັບໃຊ້ ແລະ​ບັນດາ​ລູກຈ້າງ​ຂອງ​ພວກເຈົ້າ ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ກັບ​ພວກເຈົ້າ, 7ສັດລ້ຽງ​ຂອງ​ພວກເຈົ້າ ແລະ​ສັດປ່າ​ທີ່​ອາໄສ​ຢູ່​ຕາມ​ທົ່ງນາ. ທຸກໆ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ດິນ​ຕອນນັ້ນ​ພວກເຈົ້າ​ກິນ​ໄດ້.”
ວາລະ​ຄົບຮອບ​ຫ້າສິບ​ປີ
8“ຈົ່ງ​ນັບ​ເຈັດ​ເທື່ອ​ຄູນ​ເຈັດ ລວມ​ທັງໝົດ​ເປັນ​ສີ່ສິບເກົ້າ​ປີ. 9ແລ້ວ​ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ​ແມ່ນ​ວັນ​ລຶບລ້າງ​ບາບ ຈົ່ງ​ໃຊ້​ຄົນ​ເປົ່າແກ​ປ່າວເຕືອນ​ໄປ​ທົ່ວ​ປະເທດ. 10ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຕັ້ງ​ປີ​ທີ​ຫ້າສິບ​ໄວ້​ຕ່າງຫາກ ແລະ​ປະກາດ​ອິດສະລະພາບ​ໃຫ້​ປະຊາຊົນ​ໃນ​ປະເທດ​ທຸກ​ຄົນ. ໃນ​ປີ​ນີ້​ຊັບສົມບັດ​ທັງໝົດ​ທີ່​ໄດ້​ຖືກ​ຂາຍ​ໄປ​ນັ້ນ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ ຫລື​ເຊື້ອສາຍ​ຂອງ​ລາວ ແລະ​ຜູ້ໃດ​ທີ່​ຖືກ​ຊື້​ມາ​ເປັນ​ຄົນ​ຮັບໃຊ້ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ຄອບຄົວ​ຂອງ​ລາວ. 11ພວກເຈົ້າ​ຈະ​ຕ້ອງ​ບໍ່​ປູກຝັງ ຫລື​ເກັບກ່ຽວ​ໃນ​ໄຮ່ນາ​ພືດຜົນ​ທີ່​ເກີດຂຶ້ນ​ມາ​ເອງ ຫລື​ເກັບ​ເອົາ​ຜົນ​ອະງຸ່ນ​ໃນ​ສວນ​ທີ່​ບໍ່ໄດ້​ຕັດຕອນ​ມັນ. 12ຕະຫລອດ​ປີ​ທີ​ຫ້າສິບ​ຈະ​ເປັນ​ປີ​ບໍຣິສຸດ​ສຳລັບ​ພວກເຈົ້າ; ພວກເຈົ້າ​ຈະ​ກິນ​ພືດຜົນ​ທີ່​ເກີດຂຶ້ນ​ເອງ​ໃນ​ທົ່ງນາ​ເທົ່ານັ້ນ.
13ໃນ​ປີ​ນີ້ ຊັບສົມບັດ​ທັງໝົດ​ທີ່​ຖືກ​ຂາຍ​ໄປ​ນັ້ນ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ. 14ສະນັ້ນ ເມື່ອ​ພວກເຈົ້າ​ຂາຍ​ທີ່ດິນ​ໃຫ້​ຄົນ​ອິດສະຣາເອນ ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຈົ້າ ຫລື​ຊື້​ທີ່ດິນ​ຈາກ​ລາວ​ກໍດີ ຢ່າ​ໄດ້​ຊື້​ຂາຍ​ກັນ​ໂດຍ​ບໍ່​ຍຸດຕິທຳ. 15ສ່ວນ​ລາຄາ​ນັ້ນ​ໃຫ້​ໄລ່​ເອົາ​ຕາມ​ຈຳນວນ​ປີ ຊຶ່ງ​ທີ່ດິນ​ຜະລິດ​ຜົນລະປູກ​ໄດ້ ກ່ອນ​ຈະ​ເຖິງ​ປີ​ຄົບຮອບ​ປີ​ທີ​ຫ້າສິບ. 16ຖ້າ​ມີ​ຫລາຍ​ປີ​ກໍ​ຕ້ອງ​ໃຫ້​ຕື່ມ​ລາຄາ​ຂຶ້ນ ແຕ່​ຖ້າ​ມີ​ນ້ອຍ​ປີ​ກໍ​ຕ້ອງ​ໃຫ້​ຫລຸດ​ລາຄາ​ລົງ; ເພາະ​ສິ່ງ​ທີ່​ຖືກ​ຂາຍ​ໄປ​ນັ້ນ​ແມ່ນ​ຈຳນວນ​ພືດຜົນ ຊຶ່ງ​ທີ່ດິນ​ຜະລິດ​ຜົນ​ໄດ້. 17ຢ່າ​ໄດ້​ສໍ້ໂກງ​ຄົນ​ອິດສະຣາເອນ ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”
ເລື່ອງ​ຂອງ​ປີ​ທີ​ເຈັດ
18“ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກໆ​ບົດ​ຂອງ​ເຮົາ ແລະ​ຈົ່ງ​ຖື​ຮັກສາ​ຄຳສັ່ງ​ທຸກໆ​ຂໍ້​ຂອງ​ເຮົາ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່​ໃນ​ດິນແດນ​ໄດ້​ຢ່າງ​ປອດໄພ. 19ທີ່ດິນ​ຈະ​ຜະລິດ​ຜົນລະປູກ​ໃຫ້ ແລະ​ພວກເຈົ້າ​ຈະ​ໄດ້​ກິນ​ຢ່າງ​ອີ່ມໜຳ​ສຳລານ ແລະ​ຈະ​ຢູ່​ໃນ​ປະເທດ​ໄດ້​ຢ່າງ​ປອດໄພ.
20ແຕ່​ບາງຄົນ​ອາດ​ຈະ​ຖາມ​ວ່າ, ‘ຈະ​ມີ​ຫຍັງ​ກິນ​ໃນ​ປີ​ທີ​ເຈັດ ໃນ​ເມື່ອ​ບໍ່ໄດ້​ຂຸດຄົ້ນ​ທີ່ດິນ ແລະ​ບໍ່ໄດ້​ເກັບກ່ຽວ​ພືດຜົນ.’ 21ເຮົາ​ຈະ​ອວຍພອນ​ທີ່ດິນ​ປູກຝັງ​ໃນ​ປີ​ທີ​ຫົກ ເພື່ອ​ວ່າ​ມັນ​ຈະ​ຜະລິດ​ອາຫານ​ໃຫ້​ພໍ​ສຳລັບ​ສາມ​ປີ. 22ເມື່ອ​ພວກເຈົ້າ​ປູກຝັງ​ໃນ​ໄຮ່ນາ​ໃນ​ປີ​ທີ​ແປດ ພວກເຈົ້າ​ຍັງ​ຈະ​ກິນ​ສິ່ງ​ທີ່​ເກັບກ່ຽວ​ໄດ້​ຈາກ​ຜົນລະປູກ​ໃນ​ປີ​ທີ​ຫົກ​ນັ້ນ​ຢູ່ ແລະ​ພວກເຈົ້າ​ຍັງ​ຈະ​ມີ​ກິນ​ພຽງພໍ​ຈົນເຖິງ​ລະດູ​ເກັບກ່ຽວ​ຜົນລະປູກ​ໃນ​ປີ​ທີ​ເກົ້າ.”
ປີ​ແຫ່ງ​ການ​ສົ່ງ​ຊັບສົມບັດ​ຄືນ
23“ທີ່ດິນ​ຂອງ​ພວກເຈົ້າ​ຂາຍ​ໃນ​ລັກສະນະ​ຖາວອນ​ບໍ່ໄດ້ ເພາະວ່າ​ພວກເຈົ້າ​ບໍ່ແມ່ນ​ເຈົ້າຂອງ​ທີ່ດິນ​ນັ້ນ; ທີ່ດິນ​ເປັນ​ຂອງ​ເຮົາ ແລະ​ພວກເຈົ້າ​ກໍ​ເປັນ​ດັ່ງ​ຄົນ​ຕ່າງດ້າວ​ທັງຫລາຍ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ປູກຝັງ​ກິນ​ໃນ​ທີ່ດິນ​ເທົ່ານັ້ນ.
24ແລະ​ທີ່ດິນ​ທຸກບ່ອນ​ທີ່​ພວກເຈົ້າ​ຢຶດຄອງ​ຢູ່​ນັ້ນ ພວກເຈົ້າ​ຕ້ອງ​ຮັບ​ຮູ້​ສິດທິ​ຂອງ​ເຈົ້າຂອງ​ເດີມ ທີ່​ຈະ​ຊື້​ທີ່ດິນ​ນັ້ນ​ຄືນ​ໄດ້. 25ຖ້າ​ຄົນ​ອິດສະຣາເອນ​ຜູ້ນັ້ນ​ຍາກຈົນ ແລະ​ຖືກ​ບັງຄັບ​ໃຫ້​ຂາຍ​ທີ່ດິນ​ຂອງຕົນ​ໄປ ພີ່ນ້ອງ​ຜູ້​ໃກ້ຊິດ​ລາວ​ສາມາດ​ຊື້​ທີ່ດິນ​ຄືນ​ໄດ້. 26ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່ມີ​ພີ່ນ້ອງ​ຊື້​ທີ່ດິນ​ຄືນ ໃນ​ພາຍລຸນ​ມາ​ເມື່ອ​ເກີດ​ຮັ່ງມີ​ເປັນດີ​ຂຶ້ນ ແລະ​ມີ​ເງື່ອນໄຂ​ພຽງພໍ ລາວ​ຈະ​ຊື້​ທີ່ດິນ​ຄືນ​ກໍໄດ້. 27ໃນ​ກໍລະນີ​ເຊັ່ນນີ້ ລາວ​ຕ້ອງ​ຈ່າຍ​ໃຫ້​ຜູ້​ທີ່​ໄດ້​ຊື້​ທີ່ດິນ​ນັ້ນ ໃນ​ຈຳນວນ​ເງິນ​ຊົດເຊີຍ​ຢ້ອນຫລັງ​ນັບ​ຕັ້ງແຕ່​ມື້​ທີ່​ລາວ​ໄດ້​ຊື້​ມາ ຈົນ​ຮອດ​ປີ​ຄົບຮອບ​ຫ້າສິບ​ປີ​ຊຸດ​ຕໍ່ມາ. 28ແຕ່​ຖ້າ​ລາວ​ບໍ່ມີ​ເງິນ​ພຽງພໍ​ສຳລັບ​ຊື້​ທີ່ດິນ​ຄືນ ທີ່ດິນ​ນັ້ນ​ກໍ​ຍັງ​ຢູ່​ພາຍໃຕ້​ການ​ດູແລ​ຮັກສາ​ຂອງ​ຜູ້​ທີ່​ໄດ້​ຊື້​ທີ່ດິນ​ນັ້ນ​ຕໍ່ໄປ ຈົນ​ຮອດ​ຄົບຮອບ​ປີ​ຫ້າສິບ​ຊຸດ​ໜ້າ. ໃນ​ປີ​ນັ້ນ​ທີ່ດິນ​ຈະ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ.
29ຖ້າ​ຜູ້ໜຶ່ງ​ຂາຍ​ເຮືອນ​ໃນ​ເມືອງ​ທີ່​ມີ​ກຳແພງ ລາວ​ມີ​ສິດ​ທີ່​ຈະ​ຊື້​ເຮືອນ​ນັ້ນ​ຄືນ​ພາຍ​ໃນ​ໜຶ່ງ​ປີ​ທຳອິດ ນັບ​ຕັ້ງແຕ່​ມື້​ຊື້ຂາຍ​ກັນ. 30ແຕ່​ຖ້າ​ລາວ​ບໍ່​ຊື້​ຄືນ​ພາຍໃນ​ໜຶ່ງ​ປີ ລາວ​ໝົດ​ສິດທິ​ໃນ​ການ​ຊື້​ຄືນ ແລະ​ເຮືອນ​ນັ້ນ​ກໍ​ກາຍເປັນ​ກຳມະສິດ​ອັນ​ຖາວອນ​ຂອງ​ຜູ້​ຊື້ ແລະ​ເຊື້ອສາຍ​ຂອງ​ລາວ ການ​ສົ່ງ​ໃຫ້​ຄືນ​ໃນ​ຄົບຮອບ​ຫ້າສິບ​ປີ​ກໍ​ຈະ​ບໍ່ມີ. 31ແຕ່​ເຮືອນ​ທີ່​ຢູ່​ນອກ​ເມືອງ​ທີ່​ບໍ່ມີ​ກຳແພງ​ອ້ອມ ໃຫ້​ຖື​ເອົາ​ຄືກັນ​ກັບ​ດິນ​ໄຮ່​ນາ; ເຈົ້າຂອງ​ຜູ້​ທຳອິດ​ມີ​ສິດ​ຊື້​ຄືນ ແລະ​ໃນ​ປີ​ຄົບຮອບ​ຫ້າສິບ​ປີ ທີ່ດິນ​ຈະ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ. 32ຢ່າງ​ໃດ​ກໍຕາມ ຄົນເລວີ​ມີ​ສິດ​ຊື້​ຊັບສົມບັດ​ໃນ​ຕົວເມືອງ​ທັງຫລາຍ​ຄືນ​ໄດ້​ທຸກ​ເວລາ ຕາມ​ທີ່​ໄດ້​ກຳນົດ​ໄວ້. 33ຖ້າ​ຄົນເລວີ​ຜູ້ໜຶ່ງ​ຂາຍ​ເຮືອນ​ຂອງຕົນ​ຢູ່​ໃນ​ເມືອງ ແລະ​ບໍ່ໄດ້​ຊື້​ຄືນ​ມາ; ເຮືອນ​ນັ້ນ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ລາວ​ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ ເພາະ​ເຮືອນ​ທີ່​ຄົນເລວີ​ເປັນ​ເຈົ້າຂອງ​ຢູ່​ໃນ​ເມືອງ​ຂອງ​ພວກເຂົາ ແມ່ນ​ຊັບສົມບັດ​ອັນ​ຖາວອນ​ຂອງ​ພວກເຂົາ​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ. 34ແຕ່​ດິນດອນ​ຕ່ອນຫຍ້າ​ບ່ອນ​ລ້ຽງສັດ​ທີ່​ອ້ອມ​ຕົວເມືອງ​ຕ່າງໆ​ຂອງ​ຄົນເລວີ​ນັ້ນ ຈະ​ຂາຍ​ບໍ່ໄດ້​ເດັດຂາດ; ມັນ​ເປັນ​ຊັບສົມບັດ​ຂອງ​ພວກເຂົາ​ຕະຫລອດໄປ.”
ການ​ໃຫ້​ຄົນ​ຍາກຈົນ​ກູ້ຢືມ
35“ຖ້າ​ພີ່ນ້ອງ​ອິດສະຣາເອນ​ບ້ານໃກ້​ເຮືອນຄຽງ​ພວກເຈົ້າ​ຄົນ​ໜຶ່ງ​ຍາກຈົນ​ຫລາຍ ຈົນ​ລາວ​ບໍ່​ສາມາດ​ຈະ​ລ້ຽງ​ຕົນເອງ​ໄດ້; ພວກເຈົ້າ​ຕ້ອງ​ຫາ​ທາງ​ຊ່ວຍເຫລືອ​ລາວ ໃນ​ຖານະ​ເປັນ​ແຂກ​ອາໄສ​ຢູ່​ນຳ​ຂອງ​ພວກເຈົ້າ ເພື່ອ​ລາວ​ຈະ​ໄດ້​ຢູ່​ໃກ້​ພວກເຈົ້າ. 36ຢ່າ​ຄິດ​ເອົາ​ດອກເບ້ຍ​ນຳ​ລາວ​ເລີຍ ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງເຈົ້າ​ແລະ​ໃຫ້​ລາວ​ອາໄສ​ຢູ່​ໃກ້​ພວກເຈົ້າ. 37ຢ່າ​ໃຫ້​ລາວ​ຈ່າຍ​ດອກເບ້ຍ​ເງິນ​ທີ່​ພວກເຈົ້າ​ໃຫ້​ລາວ​ຢືມ ແລະ​ຢ່າ​ເອົາ​ກຳໄລ​ຈາກ​ອາຫານ ທີ່​ພວກເຈົ້າ​ຂາຍ​ໃຫ້​ລາວ​ກິນ. 38ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ມອບ​ດິນແດນ​ການາອານ​ໃຫ້​ແກ່​ພວກເຈົ້າ ແລະ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.
ການ​ປົດປ່ອຍ​ທາດຮັບໃຊ້​ໃຫ້​ເປັນ​ອິດສະຫລະ
39 ຖ້າ​ພີ່ນ້ອງ​ຊົນຊາດ​ອິດສະຣາເອນ​ທີ່​ຢູ່​ໃກ້​ພວກເຈົ້າ ຕົກທຸກ​ໄດ້ຍາກ​ທີ່ສຸດ ຈົນ​ຂາຍ​ຕົນເອງ​ເປັນ​ທາດຮັບໃຊ້​ພວກເຈົ້າ; ຢ່າ​ປະຕິບັດ​ຕໍ່​ລາວ​ເໝືອນ​ດັ່ງ​ຄົນ​ຮັບໃຊ້. 40ໃຫ້​ລາວ​ເປັນ​ລູກຈ້າງ​ຜູ້ໜຶ່ງ​ຂອງ​ພວກເຈົ້າ ແລະ​ຢູ່​ຮັບໃຊ້​ພວກເຈົ້າ​ຈົນ​ຄົບຮອບ​ຫ້າສິບ​ປີ​ຊຸດໜ້າ. 41ເມື່ອ​ເຖິງ​ເວລາ​ນັ້ນ ລາວ​ເອງ​ພ້ອມ​ລູກ​ຈະ​ຕ້ອງ​ໄດ້​ຮັບ​ການ​ປົດປ່ອຍ​ເປັນ​ອິດສະຫລະ ແລະ​ກັບຄືນ​ໄປ​ຢູ່​ນຳ​ຄອບຄົວ ແລະ​ສູ່​ຊັບສິນ​ຂອງ​ປູ່ຍ່າຕາຍາຍ​ຂອງ​ລາວ. 42ເພາະ​ພວກເຂົາ​ເປັນ​ຄົນ​ຮັບໃຊ້​ຂອງເຮົາ ຊຶ່ງ​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ພວກເຂົາ​ຈະ​ບໍ່​ຖືກ​ຂາຍ​ໃຫ້​ເປັນ​ທາດຮັບໃຊ້​ອີກ. 43ຢ່າ​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ເຈົ້າ. 44ຖ້າ​ພວກເຈົ້າ​ຕ້ອງການ​ຄົນ​ຮັບໃຊ້ ພວກເຈົ້າ​ຊື້​ເອົາ​ມາ​ໄດ້​ຈາກ​ປະເທດ​ໃກ້ຄຽງ. 45ພວກເຈົ້າ​ອາດ​ຊື້​ເອົາ​ລູກຫລານ​ຂອງ​ຄົນ​ຕ່າງດ້າວ ທີ່​ຢູ່​ທ່າມກາງ​ພວກເຈົ້າ​ກໍໄດ້. ພວກ​ເດັກນ້ອຍ​ເຫຼົ່ານີ້​ເກີດ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ເປັນ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍໄດ້ 46ແລະ​ພວກເຈົ້າ​ມອບ​ພວກເຂົາ ສືບຕໍ່​ໃຫ້​ພວກ​ລູກຫລານ​ຂອງ​ພວກເຈົ້າ​ກໍໄດ້. ພວກເຂົາ​ຈະ​ຢູ່​ຮັບໃຊ້​ພວກເຈົ້າ​ຕາບໃດ​ທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່. ແຕ່​ພວກເຈົ້າ​ຕ້ອງ​ບໍ່​ປະຕິບັດ​ຢ່າງ​ໂຫດຮ້າຍ​ທາລຸນ​ຕໍ່​ພີ່ນ້ອງ​ອິດສະຣາເອນ ຊົນຊາດ​ດຽວກັນ​ກັບ​ພວກເຈົ້າ.
47ຖ້າ​ຄົນ​ຕ່າງດ້າວ​ຜູ້ໜຶ່ງ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ເກີດ​ຮັ່ງມີ​ເປັນດີ​ຂຶ້ນ​ມາ ແລະ​ໃນຂະນະ​ດຽວກັນ​ນັ້ນ ພີ່ນ້ອງ​ຮ່ວມ​ຊາດ​ອິດສະຣາເອນ​ເກີດ​ຕົກທຸກ​ໄດ້ຍາກ ຈົນ​ຕ້ອງ​ຂາຍ​ຕົວ​ເອງ​ໃຫ້​ເປັນ​ທາດຮັບໃຊ້ ເພື່ອ​ຮັບໃຊ້​ຄົນ​ຕ່າງດ້າວ ຫລື​ສະມາຊິກ​ໃນ​ຄອບຄົວ​ຂອງ​ລາວ. 48ຫລັງຈາກ​ລາວ​ຖືກ​ຂາຍ​ໄປ​ແລ້ວ ລາວ​ຍັງ​ມີ​ສິດ​ທີ່​ຈະ​ຊື້​ລາວ​ຄືນ​ມາ​ໄດ້. ຄົນ​ໜຶ່ງ​ໃນ​ບັນດາ​ອ້າຍນ້ອງ, 49ລຸງ ຫລື​ລູກ​ອ້າຍ​ລູກ​ນ້ອງ ແລະ​ຄົນອື່ນໆ​ທີ່​ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ລາວ ຊື້​ລາວ​ຄືນ​ມາ​ໄດ້ ຫລື​ຖ້າ​ລາວ​ເອງ​ມີ​ເງື່ອນໄຂ​ພຽງພໍ ຕ້ອງ​ໃຫ້​ລາວ​ຊື້​ຕົນເອງ​ເປັນ​ອິດສະຫລະ. 50ລາວ​ຕ້ອງ​ປຶກສາ​ກັບ​ຜູ້​ທີ່​ຊື້​ລາວ​ມາ​ນັ້ນ​ກ່ອນ ແລ້ວ​ໃຫ້​ພວກເຂົາ​ຄິດ​ໄລ່​ປີ ນັບ​ຕັ້ງແຕ່​ມື້​ທີ່​ລາວ​ໄດ້​ຂາຍ​ຕົວ​ເປັນ​ຄົນ​ຮັບໃຊ້ ຈົນ​ຮອດ​ປີ​ຄົບຮອບ​ຫ້າສິບ​ປີ​ຈະ​ມາ​ເຖິງ ແລະ​ໃຫ້​ຕັ້ງ​ຄ່າ​ຊື້​ຄືນ​ໂດຍ​ອີງໃສ່​ອັດຕາ​ຄ່າ​ແຮງງານ ຊຶ່ງ​ເຂົາ​ໄດ້​ໃຫ້​ລູກຈ້າງ​ຜູ້ໜຶ່ງ. 51ຖ້າ​ຍັງ​ມີ​ຫລາຍ​ປີ ລາວ​ຕ້ອງ​ໃຊ້​ແທນ​ລາຄາ​ໄຖ່​ຕົວ​ຕາມ​ປີ​ທັງຫຼາຍ​ທີ່​ຍັງເຫລືອ​ຢູ່​ນັ້ນ. 52ແລະ​ຖ້າ​ຍັງ​ມີ​ໜ້ອຍ​ປີ​ທີ່​ຈະ​ຮອດ​ປີ​ທີ​ຫ້າສິບ ລາວ​ຕ້ອງ​ຄິດໄລ່​ກັບ​ເຈົ້ານາຍ​ຕາມ​ຈຳນວນ​ປີ​ທີ່​ຍັງເຫລືອ​ນັ້ນ 53ເໝືອນ​ດັ່ງ​ກັບ​ວ່າ​ລາວ​ຖືກ​ຈ້າງ​ປະຈຳ​ປີ. ນາຍ​ຂອງ​ລາວ​ບໍ່​ຕ້ອງ​ເຮັດ​ຕໍ່​ລາວ​ແບບ​ໂຫດຮ້າຍ​ທາລຸນ. 54ຖ້າ​ລາວ​ບໍ່ໄດ້​ຮັບ​ການ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ໂດຍ​ວິທີ​ເຫຼົ່ານີ້ ລາວ​ພ້ອມ​ດ້ວຍ​ລູກ​ຂອງ​ລາວ​ຕ້ອງ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ​ຊຸດ​ທີ່​ຈະ​ມາ​ເຖິງ. 55ດ້ວຍວ່າ, ປະຊາຊົນ​ອິດສະຣາເອນ​ນັ້ນ​ເປັນ​ທາດຮັບໃຊ້​ຂອງເຮົາ ພວກເຂົາ​ເປັນ​ທາດຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”

Mee ka ọ bụrụ isi

Kesaa

Mapịa

None

Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye