ລະບຽບ^ພວກເລວີ 24
24
ການດູແລຮັກສາຕະກຽງ
(ອພຍ 27:20-21)
1ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 2“ໃຫ້ສັ່ງປະຊາຊົນນຳນໍ້າມັນໝາກກອກເທດສົດ ທີ່ມີຄຸນນະພາບດີສຳລັບໄຕ້ຕະກຽງມາຖວາຍໃນຫໍເຕັນ ເພື່ອວ່າຕະກຽງຈະຮຸ່ງແຈ້ງຢູ່ສະເໝີ. 3ທຸກວັນເວລາຄໍ່າ ອາໂຣນຕ້ອງໄຕ້ຕະກຽງທີ່ຫໍເຕັນບ່ອນຊຸມນຸມ ແລະຮັກສາໃຫ້ມັນຮຸ່ງຢູ່ຈົນເຖິງແຈ້ງ ຕໍ່ໜ້າພຣະເຈົ້າຢາເວທີ່ຢູ່ນອກຜ້າກັ້ງຕໍ່ໜ້າຂອງຫີບພັນທະສັນຍາ. ໃຫ້ພາກັນຢຶດຖືລະບຽບການນີ້ໄວ້ທຸກຍຸກທຸກສະໄໝສືບໄປ. 4ອາໂຣນຈະຕ້ອງດູແລຮັກສາຕະກຽງເທິງຫລັກທີ່ເຮັດດ້ວຍຄຳສົດ ແລະກວດເບິ່ງໃຫ້ຮຸ່ງແຈ້ງຢູ່ຢ່າງສະໝໍ່າສະເໝີ ຢູ່ຊ້ອງໜ້າພຣະເຈົ້າຢາເວ.
ເຂົ້າຈີ່ທີ່ຖວາຍແກ່ພຣະເຈົ້າ
5ຈົ່ງເອົາແປ້ງສິບສອງກິໂລກຼາມມາ ແລະປັ້ນເຮັດເຂົ້າຈີ່ສິບສອງກ້ອນ. 6ເມື່ອເຮັດແລ້ວ ຈົ່ງວາງເຂົ້າຈີ່ນັ້ນເປັນສອງແຖວຄື: ແຖວລະຫົກກ້ອນເທິງໂຕະທີ່ໂອບດ້ວຍຄຳສົດ ຊຶ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ. 7ເທິງແຕ່ລະແຖວນັ້ນ ໃຫ້ເອົາກຳຍານບໍຣິສຸດບາງສ່ວນໃສ່ ແລະກຳຍານນັ້ນກໍຈະເປັນເຄື່ອງໝາຍວ່າ ເຂົ້າຈີ່ນັ້ນໄດ້ອຸທິດຖວາຍເປັນອາຫານແກ່ພຣະເຈົ້າຢາເວແລ້ວ. 8ທຸກວັນຊະບາໂຕ ຈົ່ງນຳເຂົ້າຈີ່ມາວາງຢູ່ຕໍ່ໜ້າພຣະເຈົ້າຢາເວທຸກຍຸກທຸກສະໄໝສືບໄປ. ອັນນີ້ໃຫ້ຖືເປັນໜ້າທີ່ຂອງຊາວອິດສະຣາເອນຕະຫລອດໄປ. 9ສ່ວນເຂົ້າຈີ່ນັ້ນໃຫ້ເປັນຂອງອາໂຣນ ແລະເຊື້ອສາຍຂອງລາວ ແລະພວກເຂົາຈະຕ້ອງກິນເຂົ້າຈີ່ນັ້ນໃນບ່ອນສັກສິດ ເພາະແມ່ນອາຫານບໍຣິສຸດ ທີ່ໄດ້ຖວາຍແກ່ພຣະເຈົ້າຢາເວສຳລັບປະໂຣຫິດ.”
ຕົວຢ່າງທີ່ຖືກຕ້ອງແລະການລົງໂທດທີ່ຍຸດຕິທຳ
10-11ມີຊາຍຄົນໜຶ່ງທີ່ພໍ່ເປັນຄົນເອຢິບ ແລະແມ່ເປັນຄົນອິດສະຣາເອນຊື່ວ່າ ເຊໂລມິດ ເປັນລູກສາວຂອງດີບະຣີ ທີ່ມາຈາກຕະກຸນດານ. ຊາຍຜູ້ນີ້ໄດ້ຜິດຖຽງກັນກັບຄົນອິດສະຣາເອນຜູ້ໜຶ່ງຢູ່ໃນຄ້າຍພັກ. ເວລາຜິດຖຽງກັນນັ້ນ ລາວໄດ້ສາບແຊ່ງພຣະນາມພຣະເຈົ້າ. ສະນັ້ນ ເຂົາຈຶ່ງນຳລາວມາຫາໂມເຊ; 12ເພິ່ນໃຫ້ເຂົາກັກໂຕລາວໄວ້ ແລະລໍເບິ່ງວ່າ ພຣະເຈົ້າຢາເວຈະບອກໃຫ້ເຮັດຫຍັງໃນຂັ້ນຕໍ່ໄປ.
13ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, 14“ໃຫ້ນຳຊາຍຜູ້ນີ້ອອກໄປນອກຄ້າຍ. ທຸກໆຄົນທີ່ໄດ້ຍິນລາວສາບແຊ່ງ ຈະຕ້ອງວາງມືໃສ່ເທິງຫົວຂອງລາວ ເພື່ອຢັ້ງຢືນວ່າຊາຍຄົນນີ້ໄດ້ກະທຳຜິດ ແລະຕໍ່ໄປຊຸມຊົນອິດສະຣາເອນຈະຕ້ອງຄວ່າງກ້ອນຫີນໃສ່ລາວໃຫ້ຕາຍ. 15ແລ້ວໃຫ້ບອກປະຊາຊົນອິດສະຣາເອນວ່າ ຜູ້ໃດຜູ້ໜຶ່ງທີ່ສາບແຊ່ງພຣະເຈົ້າ ຕ້ອງໄດ້ຮັບຜົນກຳ ແລະຕ້ອງຮັບໂທດເຖິງຕາຍ. 16ຄົນອິດສະຣາເອນຜູ້ໃດ ຫລືຄົນຕ່າງດ້າວຜູ້ໃດກໍຕາມ ອາໄສຢູ່ໃນດິນແດນອິດສະຣາເອນທີ່ສາບແຊ່ງພຣະນາມຂອງພຣະເຈົ້າຢາເວ ຈະຕ້ອງຖືກປະຊາຊົນຄວ່າງກ້ອນຫີນໃສ່ໃຫ້ຕາຍ.
17ຜູ້ໃດຜູ້ໜຶ່ງທີ່ຂ້າຄົນ ຈະຕ້ອງຖືກລົງໂທດເຖິງຕາຍ 18ແລະຜູ້ໃດຜູ້ໜຶ່ງທີ່ຂ້າສັດຂອງຄົນອື່ນ ຈະຕ້ອງໃຊ້ສັດນັ້ນຄືນໃຫ້ເຈົ້າຂອງ. ຫລັກການມີຢູ່ວ່າ ຊີວິດແທນຊີວິດ.
19ຖ້າຜູ້ໃດຜູ້ໜຶ່ງທຳຮ້າຍຮ່າງກາຍຂອງຜູ້ອື່ນ ບໍ່ວ່າລາວຈະເຮັດໃຫ້ຄົນອື່ນນັ້ນຢ່າງໃດ ເຂົາກໍຈະເຮັດໃຫ້ລາວເໝືອນກັນຢ່າງນັ້ນ. 20ຖ້າລາວເຮັດໃຫ້ກະດູກຊີກໜຶ່ງຂອງຄົນອື່ນຫັກ ກະດູກຊີກໜຶ່ງຂອງລາວກໍຈະຕ້ອງຫັກຄືກັນ; ຖ້າລາວເຮັດໃຫ້ຕາໜ່ວຍໜຶ່ງຂອງຄົນອື່ນບອດ ຕາໜ່ວຍໜຶ່ງຂອງລາວກໍຈະຕ້ອງບອດດ້ວຍ; ຖ້າລາວຕີແຂ້ວເຫຼັ້ມໜຶ່ງຂອງຄົນອື່ນຫັກ ແຂ້ວເຫຼັ້ມໜຶ່ງຂອງລາວກໍຈະຕ້ອງຫັກດ້ວຍ. ລາວທຳຮ້າຍຄົນອື່ນຢ່າງໃດ ຄົນອື່ນກໍຈະທຳຮ້າຍລາວຄືນຢ່າງນັ້ນ. 21ຜູ້ໃດກໍຕາມທີ່ຂ້າສັດຂອງຄົນອື່ນ ຈະຕ້ອງຊົດໃຊ້ສັດນັ້ນແທນຄືນ, ແຕ່ຜູ້ໃດກໍຕາມທີ່ຂ້າຄົນ ຈະຕ້ອງຖືກລົງໂທດໃຫ້ເຖິງຕາຍ. 22ກົດບັນຍັດນີ້ໃຫ້ໃຊ້ສຳລັບທຸກຄົນ ບໍ່ວ່າຈະເປັນຄົນອິດສະຣາເອນ ຫລືຄົນຕ່າງດ້າວກໍຕາມທີ່ອາໄສຢູ່ໃນທ່າມກາງພວກເຈົ້າ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
23ເມື່ອໂມເຊໄດ້ກ່າວເຊັ່ນນີ້ຕໍ່ປະຊາຊົນອິດສະຣາເອນແລ້ວ ພວກເຂົາໄດ້ນຳຊາຍຄົນນັ້ນອອກໄປນອກຄ້າຍພັກ ແລະຄວ່າງກ້ອນຫີນໃສ່ລາວໃຫ້ຕາຍ. ໃນທຳນອງນີ້ທີ່ປະຊາຊົນອິດສະຣາເອນໄດ້ປະຕິບັດ ຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງແກ່ໂມເຊ.
Nke Ahọpụtara Ugbu A:
ລະບຽບ^ພວກເລວີ 24: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.