ລະບຽບ^ພວກເລວີ 20
20
ໂທດກຳຂອງຄວາມບໍ່ເຊື່ອຟັງ
1ພຣະເຈົ້າຢາເວໄດ້ສັ່ງໂມເຊ 2ໃຫ້ບອກປະຊາຊົນອິດສະຣາເອນວ່າ, “ໃນພວກເຈົ້າຫລືໃນຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຈົ້າ ຖ້າຜູ້ໃດໃຫ້ລູກຊາຍຍິງຂອງຕົນ ໄປເປັນເຄື່ອງມືຮັບໃຊ້ພະໂມເລັກ; ຜູ້ນັ້ນຈະຕ້ອງຖືກຊຸມຊົນແກວ່ງກ້ອນຫີນໃສ່ໃຫ້ຕາຍ. 3ຖ້າຜູ້ໃດມອບລູກຊາຍຍິງຂອງຕົນໃຫ້ພະໂມເລັກ ແລະເຮັດໃຫ້ຫໍເຕັນສັກສິດຂອງເຮົາເປັນມົນທິນ ແລະເຮັດໃຫ້ນາມຊື່ອັນສັກສິດຂອງເຮົາເສື່ອມເສຍ; ເຮົາຈະຫັນມາຕໍ່ສູ້ຜູ້ນັ້ນ ທັງຈະບໍ່ຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ. 4ແຕ່ຖ້າຊຸມຊົນບໍ່ເອົາໃຈໃສ່ຕໍ່ສິ່ງທີ່ຜູ້ນັ້ນໄດ້ເຮັດ ແລະບໍ່ລົງໂທດລາວໃຫ້ເຖິງຕາຍ 5ເຮົາເອງຈະຫັນມາຕໍ່ສູ້ລາວກັບຄອບຄົວຂອງລາວ ແລະຕໍ່ສູ້ທຸກຄົນທີ່ສົມຮູ້ຮ່ວມຄິດກັນບໍ່ສັດຊື່ຕໍ່ເຮົາ ຍ້ອນຫັນໄປຂາບໄຫວ້ພະໂມເລັກ. ເຮົາຈະບໍ່ຖືພວກເຂົາວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
6ຖ້າຜູ້ໃດໄປຂໍຄຳແນະນຳຈາກໝໍຜີ ທີ່ປຸກວິນຍານຄົນຕາຍຂຶ້ນມາປຶກສາ ເຮົາຈະຫັນມາຕໍ່ສູ້ຜູ້ນັ້ນທັງຈະບໍ່ຖືລາວວ່າ ເປັນປະຊາຊົນຂອງເຮົາອີກຕໍ່ໄປ. 7ຈົ່ງຮັກສາພວກເຈົ້າເອງໃຫ້ບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 8ຈົ່ງເຊື່ອຟັງກົດບັນຍັດທັງຫລາຍຂອງເຮົາ ເພາະເຮົາແມ່ນພຣະເຈົ້າຢາເວ ຜູ້ເຮັດໃຫ້ພວກເຈົ້າບໍຣິສຸດ.
9ຜູ້ໃດຜູ້ໜຶ່ງທີ່ສາບແຊ່ງພໍ່ແມ່ຂອງຕົນ ຈະຕ້ອງຖືກໂທດເຖິງຕາຍ; ລາວຮັບຜິດຊອບລາວເອງຕໍ່ການຕາຍຂອງລາວນັ້ນ.
10ຖ້າຊາຍຄົນໜຶ່ງຫລິ້ນຊູ້ກັບເມຍຂອງພີ່ນ້ອງຊາວອິດສະຣາເອນ ຊາຍຍິງທັງສອງຄົນນັ້ນຈະຕ້ອງຖືກໂທດເຖິງຕາຍ. 11ຊາຍຄົນໜຶ່ງທີ່ສົມສູ່ກັບເມຍນ້ອຍຄົນໜຶ່ງຂອງພໍ່ຕົນ ກໍເຮັດໃຫ້ພໍ່ຕົນໄດ້ຮັບຄວາມເສື່ອມເສຍ ແລະອັບອາຍຂາຍໜ້າ; ຊາຍຍິງທັງສອງຄົນນັ້ນຈະຕ້ອງຖືກໂທດເຖິງຕາຍ. ພວກເຂົາຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ. 12ຖ້າຊາຍຄົນໜຶ່ງສົມສູ່ກັບລູກໃພ້ຂອງຕົນ ພວກເຂົາທັງສອງຈະຕ້ອງຖືກໂທດເຖິງຕາຍ. ພວກເຂົາໄດ້ປະພຶດຜິດນອກສິນທຳ. ພວກເຂົາຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ. 13ຖ້າຊາຍກັບຊາຍຮ່ວມຫລິ້ນກັນທາງເພດ ພວກເຂົາໄດ້ເຮັດໃນສິ່ງທີ່ກຽດຊັງ ທັງສອງຈະຕ້ອງໄດ້ຮັບໂທດເຖິງຕາຍເໝືອນກັນ. ພວກເຂົາຈະຕ້ອງຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ. 14ຖ້າຊາຍກັບຍິງແຕ່ງງານກັນ ແລະເອົາແມ່ຂອງຍິງນັ້ນເປັນເມຍດ້ວຍ; ເຂົາທັງສາມຈະຕ້ອງຖືກເຜົາໄຟໃຫ້ຕາຍທັງເປັນ ຍ້ອນສິ່ງອັບອາຍທີ່ພວກເຂົາໄດ້ເຮັດນັ້ນ; ການກະທຳເຊັ່ນນີ້ບໍ່ຄວນໃຫ້ເກີດຂຶ້ນໃນທ່າມກາງພວກເຈົ້າ. 15ຖ້າຊາຍຜູ້ໃດໄດ້ສົມສູ່ທາງເພດກັບສັດ ຊາຍຜູ້ນັ້ນແລະສັດຈະຕ້ອງໄດ້ຮັບໂທດເຖິງຕາຍ. 16ຖ້າຍິງຜູ້ໃດພະຍາຍາມສົມສູ່ທາງເພດກັບສັດ ຍິງຜູ້ນັ້ນກັບສັດຈະຕ້ອງໄດ້ຮັບໂທດເຖິງຕາຍເໝືອນກັນ. ເຂົາຮັບຜິດຊອບຕໍ່ການຕາຍຂອງຕົນເອງ.
17ຖ້າຊາຍຜູ້ໜຶ່ງແຕ່ງງານກັບເອື້ອຍ ຫລືນ້ອງຂອງຕົນເອງ ຫລືເອື້ອຍນ້ອງຕ່າງພໍ່ຕ່າງແມ່ກັນ, ພວກເຂົາຈະຕ້ອງຖືກປະຊາຊົນປະຈານຂາຍໜ້າ ແລະຖືກຂັບໄລ່ໃຫ້ອອກໄປຈາກຊຸມຊົນ. ລາວໄດ້ສົມສູ່ກັບເອື້ອຍຫລືນ້ອງຂອງຕົນ; ສະນັ້ນ ລາວຈຶ່ງຕ້ອງຮັບຜົນທີ່ຕາມມາ. 18ຖ້າຊາຍຜູ້ໜຶ່ງສົມສູ່ກັບຍິງທີ່ເປັນປະຈຳເດືອນ ໃຫ້ຂັບໄລ່ທັງສອງອອກໄປຈາກຊຸມຊົນ; ເພາະພວກເຂົາໄດ້ຝ່າຝືນລະບຽບການ ກ່ຽວກັບການເປັນມົນທິນຕາມກົດບັນຍັດ.
19 ຖ້າຊາຍຜູ້ໜຶ່ງໄດ້ສົມສູ່ກັບປ້າຫລືອາຂອງຕົນ ເຂົາທັງສອງຕ້ອງໄດ້ຮັບຜົນກຳສຳລັບການຜິດນອກສິນທຳ. 20ຖ້າຊາຍຜູ້ໜຶ່ງສົມສູ່ກັບເມຍຂອງລຸງ ລາວກໍເຮັດໃຫ້ລຸງຂອງຕົນເສື່ອມເສຍ ແລະລາວກັບຍິງນັ້ນຈະເສຍຄ່າທົດແທນໂທດ; ທັງສອງຈະຕາຍໂດຍບໍ່ມີລູກ. 21ຖ້າຊາຍຜູ້ໜຶ່ງເອົາເມຍອ້າຍນ້ອງຂອງຕົນມາເປັນເມຍ ເຂົາກໍຈະຕາຍໂດຍບໍ່ມີລູກເລີຍ. ເຂົາໄດ້ເຮັດສິ່ງທີ່ເປັນມົນທິນ ທັງໄດ້ສ້າງຄວາມອັບອາຍຂາຍໜ້າໃຫ້ແກ່ອ້າຍນ້ອງຂອງຕົນດ້ວຍ.
22ຈົ່ງປະຕິບັດຕາມບັນດາກົດບັນຍັດ ແລະຂໍ້ຄຳສັ່ງທັງໝົດຂອງເຮົາ ເພື່ອວ່າດິນແດນການາອານຈະບໍ່ຄາຍພວກເຈົ້າອອກໄປ ຄືດິນແດນຊຶ່ງເຮົາກຳລັງນຳພາພວກເຈົ້າເຂົ້າໄປ. 23ຢ່າໄດ້ນຳເອົາຮີດຄອງຂອງປະຊາຊົນຜູ້ທີ່ອາໄສຢູ່ໃນບ່ອນນັ້ນມາໃຊ້; ເຮົາກຳລັງຂັບໄລ່ຄົນບໍ່ນັບຖືພຣະເຈົ້າເຫຼົ່ານັ້ນໃຫ້ອອກໄປ ເພື່ອພວກເຈົ້າຈະໄດ້ເຂົ້າໄປໃນດິນແດນນັ້ນ. ພວກເຂົາໄດ້ເຮັດໃຫ້ເຮົາເບື່ອໜ່າຍ ຕໍ່ຮີດຄອງອັນຊົ່ວຊ້າທັງປວງຂອງພວກເຂົາ. 24ແຕ່ເຮົາໄດ້ສັນຍາໄວ້ວ່າ ເຮົາຈະມອບດິນແດນທີ່ອຸດົມສົມບູນແລະຮັ່ງມີ ນີ້ໃຫ້ເປັນກຳມະສິດຂອງພວກເຈົ້າ ແລະເຮົາກໍຈະມອບໃຫ້ພວກເຈົ້າແທ້. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຮົາຈະແຍກພວກເຈົ້າອອກຕ່າງຫາກຈາກບັນດາປະຊາຊາດອື່ນໆ. 25ສະນັ້ນ ພວກເຈົ້າຈຶ່ງຈະຕ້ອງໄຈ້ແຍກຢ່າງຈະແຈ້ງ ລະຫວ່າງສັດກັບນົກຈຳພວກທີ່ເປັນມົນທິນ ແລະບໍ່ເປັນມົນທິນຕາມກົດບັນຍັດໃຫ້ໄດ້. ຢ່າກິນສັດຫລືນົກຈຳພວກທີ່ເປັນມົນທິນ ເພາະເຮົາໄດ້ປະກາດວ່າສັດຈຳພວກນັ້ນເປັນມົນທິນ ແລະການກິນສັດເຫຼົ່ານັ້ນກໍຈະເຮັດໃຫ້ພວກເຈົ້າເປັນມົນທິນດ້ວຍ. 26ພວກເຈົ້າຈະຕ້ອງບໍຣິສຸດ ແລະເປັນປະຊາຊົນຂອງເຮົາເທົ່ານັ້ນ ເພາະວ່າເຮົາແມ່ນພຣະເຈົ້າຢາເວອົງບໍຣິສຸດ. ເຮົາໄດ້ແຍກພວກເຈົ້າອອກຕ່າງຫາກຈາກຊົນຊາດອື່ນໆ ເພື່ອພວກເຈົ້າເທົ່ານັ້ນຈະໄດ້ເປັນປະຊາຊົນຂອງເຮົາ.”
27“ຊາຍຫລືຍິງຄົນໃດທີ່ປຸກວິນຍານຂອງຄົນຕາຍຂຶ້ນມາປຶກສາ ກໍຈະຖືກແກວ່ງດ້ວຍກ້ອນຫີນໃຫ້ເຖິງຕາຍ; ຄົນໃດທີ່ເຮັດສິ່ງນັ້ນ ແມ່ນຮັບຜິດຊອບຕໍ່ການຕາຍຂອງຕົນເອງ.”
Nke Ahọpụtara Ugbu A:
ລະບຽບ^ພວກເລວີ 20: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.