ອົບພະຍົບ 35
35
ຄຳສັ່ງຕ່າງໆສຳລັບວັນຊະບາໂຕ
1ແລ້ວໂມເຊກໍເອີ້ນປະຊາຊົນອິດສະຣາເອນທັງໝົດມາປະຊຸມ. ເພິ່ນໄດ້ບອກພວກເຂົາວ່າ, “ຕໍ່ໄປນີ້ ແມ່ນຄຳສັ່ງຂອງພຣະເຈົ້າຢາເວທີ່ໃຫ້ພວກເຈົ້າປະຕິບັດ: 2ຈົ່ງເຮັດວຽກໃນຫົກວັນ ແຕ່ໃນວັນທີເຈັດໃຫ້ພວກເຈົ້າຢຶດຖືເປັນວັນສັກສິດ ເປັນວັນສຳຄັນຂອງການພັກຜ່ອນທີ່ອຸທິດຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຈະຕ້ອງຖືກໂທດເຖິງຕາຍ. 3ແມ່ນແຕ່ໄຟກໍບໍ່ໃຫ້ດັງໃນເຮືອນຂອງພວກເຈົ້າໃນວັນຊະບາໂຕ.”
ເຄື່ອງຖວາຍສຳລັບຫໍເຕັນສັກສິດ
(ອພຍ 25:1-9)
4ໂມເຊໄດ້ກ່າວຕໍ່ປະຊາຊົນອິດສະຣາເອນທັງໝົດວ່າ, “ຕໍ່ໄປນີ້ ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້: 5ຈົ່ງນຳສິ່ງຂອງມາຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດທີ່ເຕັມໃຈໃຫ້ ຈົ່ງນຳສິ່ງດັ່ງຕໍ່ໄປນີ້ມາຄື: ຄຳ, ເງິນ, ທອງສຳຣິດ; 6ຜ້າປ່ານເນື້ອລະອຽດດີ; ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ; ຜ້າທີ່ເຮັດດ້ວຍຂົນແບ້; 7ໜັງແກະເຖິກຍ້ອມສີແດງ; ໜັງສັດລະອຽດດີ; ໄມ້ກະຖິນເທດ; 8ນໍ້າມັນໄຕ້ຕະກຽງ; ເຄື່ອງຫອມເພື່ອປຸງນໍ້າມັນເຈີມສັກສິດ ແລະເຄື່ອງຫອມສຳລັບເຜົາບູຊາ, 9ແກ້ວໂກເມນກັບເພັດພອຍອື່ນໆສຳລັບປະດັບເສື້ອຄຸມສັ້ນເອໂຟດ ແລະແຜ່ນປົກເອິກຂອງປະໂຣຫິດ.”
ເຄື່ອງໃຊ້ປະຈຳຫໍເຕັນບ່ອນຊຸມນຸມ
(ອພຍ 39:32-43)
10“ຜູ້ໃດທີ່ມີສະຕິປັນຍາໃນທ່າມກາງພວກເຈົ້າ ໃຫ້ຜູ້ນັ້ນເຮັດສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຄື: 11ຫໍເຕັນສັກສິດ, ຜ້າຄຸມເຕັນ ແລະຜ້າປົກເຕັນຊັ້ນນອກ, ຂໍເກາະ, ຮ່າງຂອບໄມ້, ຄານ, ເສົາ ແລະຕີນຮອງເສົາຂອງຫໍເຕັນ, 12ຫີບພັນທະສັນຍາ, ຄານຫາມ, ຝາອັດຫີບພັນທະສັນຍາ ແລະຜ້າກັ້ງບັງຫີບພັນທະສັນຍາ; 13ໂຕະ, ຄານຫາມຂອງໂຕະ ແລະເຄື່ອງໃຊ້ທັງໝົດປະຈຳໂຕະ ເຂົ້າຈີ່ເພື່ອການຖວາຍນັ້ນ; 14ຫລັກຕະກຽງທີ່ໃຫ້ແສງສະຫວ່າງ ພ້ອມທັງເຄື່ອງໃຊ້ປະຈຳ; ຕະກຽງແລະນໍ້າມັນ; 15ແທ່ນສຳລັບເຜົາເຄື່ອງຫອມແລະຄານຫາມ; ນໍ້າມັນເຈີມສັກສິດ; ເຄື່ອງຫອມເພື່ອເຜົາບູຊາ ຜ້າກັ້ງປະຕູເຂົ້າຫໍເຕັນສັກສິດ; 16ແທ່ນສຳລັບເຜົາເຄື່ອງຖວາຍບູຊາ ແລະຕະຂ່າຍທອງສຳຣິດ, ຄານຫາມ ແລະເຄື່ອງໃຊ້ປະຈຳແທ່ນບູຊາ ຂັນຊຳລະລ້າງແລະພານຮອງຂັນ; 17ຜ້າກັ້ງອ້ອມຮອບຫໍເຕັນ; ເສົາແລະຕີນຮອງເສົາ; ຜ້າກັ້ງບັງທາງເຂົ້າຜ້າອ້ອມຫໍເຕັນ. 18ຫລັກປັກ, ເຊືອກເນັ່ງຂອງຫໍເຕັນແລະເດີ່ນຂອງຫໍເຕັນສັກສິດ; 19ເຄື່ອງອັນງົດງາມຂອງປະໂຣຫິດ ຄືເຄື່ອງນຸ່ງອັນສັກສິດປະຈຳຕຳແໜ່ງຂອງອາໂຣນ ແລະພວກລູກຊາຍຂອງລາວ ເມື່ອພວກເຂົາເຂົ້າມາບົວລະບັດຮັບໃຊ້ໃນບ່ອນສັກສິດ.”
ປະຊາຊົນນຳຂອງມາຖວາຍສຳລັບຫໍເຕັນສັກສິດ
20ປະຊາຊົນອິດສະຣາເອນທັງໝົດໄດ້ພາກັນແຍກຍ້າຍຈາກໂມເຊໄປ 21ແລະທຸກຄົນທີ່ມີໃຈເຫລື້ອມໃສສັດທາ ກໍໄດ້ນຳຂອງມາຖວາຍແກ່ພຣະເຈົ້າຢາເວ ເພື່ອນຳໄປສ້າງຫໍເຕັນບ່ອນຊຸມນຸມ. ພວກເຂົາໄດ້ນຳທຸກສິ່ງທີ່ຈຳເປັນໃຊ້ໃນການນະມັດສະການ ແລະໃນການເຮັດເຄື່ອງນຸ່ງອັນສັກສິດປະຈຳຕຳແໜ່ງຂອງປະໂຣຫິດມາຖວາຍ. 22ທຸກຄົນທີ່ເຕັມໃຈໃຫ້ທັງຍິງແລະຊາຍກໍໄດ້ນຳເຄື່ອງເອ້ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະເຄື່ອງເອ້ຕ່າງໆເປັນຄຳຢ່າງອື່ນມາຖວາຍແກ່ພຣະເຈົ້າຢາເວ. 23ຜູ້ທີ່ມີຜ້າປ່ານເນື້ອລະອຽດດີ; ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ; ຜ້າທີ່ເຮັດດ້ວຍຂົນແບ້, ໜັງແກະເຖິກຍ້ອມສີແດງຫລືໜັງສັດລະອຽດດີ ກໍໄດ້ນຳເອົາຂອງເຫຼົ່ານັ້ນມາຖວາຍ. 24ຜູ້ທີ່ສາມາດບໍລິຈາກເງິນ ຫລືທອງສຳຣິດກໍໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ແລະຜູ້ທີ່ມີໄມ້ກະຖິນເທດ ຊຶ່ງສາມາດໃຊ້ຢ່າງໜຶ່ງຢ່າງໃດໃນວຽກງານນີ້ກໍໄດ້ນຳມາຖວາຍຄືກັນ. 25ສ່ວນແມ່ຍິງທີ່ຊຳນິຊຳນານໃນການປັ່ນຜ້າປ່ານ ກໍໄດ້ເອົາເສັ້ນປ່ານເນື້ອລະອຽດດີ ແລະຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມມາຖວາຍ. 26ພວກເຂົາໄດ້ເຮັດເສັ້ນດ້າຍດ້ວຍຂົນແບ້ມາຖວາຍຄືກັນ. 27ພວກຜູ້ນຳໄດ້ເອົາແກ້ວໂກເມນ ແລະເພັດພອຍຢ່າງອື່ນມາ ເພື່ອໃຊ້ໃນການປະດັບເສື້ອຄຸມສັ້ນເອໂຟດ ແລະແຜ່ນປົກເອິກຂອງປະໂຣຫິດ 28ທັງໄດ້ນຳເອົາເຄື່ອງເທດຊະນິດຕ່າງໆ, ນໍ້າມັນໄຕ້ຕະກຽງ, ນໍ້າມັນເຈີມສັກສິດ ແລະສຳລັບເຄື່ອງຫອມໃຊ້ເຜົາບູຊາມາຖວາຍດ້ວຍ. 29ປະຊາຊົນອິດສະຣາເອນທັງຍິງແລະຊາຍຜູ້ທີ່ມີໃຈເຫລື້ອມໃສສັດທາ ກໍໄດ້ນຳເຄື່ອງຖວາຍຂອງພວກເຂົາມາປະກອບສ່ວນໃນວຽກງານ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊ ໃຫ້ພວກເຂົາເຮັດນັ້ນທຸກປະການ.
ພວກຊ່າງສີມືສຳລັບສ້າງຫໍເຕັນ
(ອພຍ 31:1-11)
30ໂມເຊໄດ້ກ່າວຕໍ່ຊາວອິດສະຣາເອນວ່າ, “ພຣະເຈົ້າຢາເວໄດ້ເລືອກເອົາເບຊາເລນ ລູກຊາຍຂອງອູຣິແລະຫລານຊາຍຂອງຮູເຣຈາກເຜົ່າຢູດາ. 31ພຣະເຈົ້າໃຫ້ລາວໄດ້ຮັບຣິດອຳນາດ ມີສະຕິປັນຍາ, ຄວາມເຂົ້າໃຈ ແລະຄວາມສາມາດໃນວິຊາການດ້ານສີລະປະກຳຊະນິດອື່ນໆອີກ 32ສຳລັບວາງແຜນແລະອອກແບບຢ່າງລະອຽດປານີດໃນການເຮັດເຄື່ອງຄຳ, ເຄື່ອງເງິນ ແລະເຄື່ອງທອງສຳຣິດ; 33ສຳລັບເຈຍລະໄນພອຍຕ່າງໆເພື່ອຝັງໃສ່ກະໂບກ ແລະສຳລັບແກະສະຫລັກໄມ້ໄດ້ດີ; ພ້ອມທັງວິຊາການໃນວຽກງານດ້ານສີລະປະກຳດ້ານອື່ນໆອີກ. 34ພຣະອົງຍັງໄດ້ບັນດານໃຫ້ລາວກັບໂອໂຮລີອາບ ລູກຊາຍຂອງອາຮີສາມັກຈາກເຜົ່າດານ ມີຄວາມສາມາດໃນການສິດສອນຖ່າຍທອດຄວາມຮູ້ດ້ານວິຊາສີລະປະກຳນີ້ ໃຫ້ແກ່ຄົນອື່ນອີກດ້ວຍ. 35ພຣະອົງຍັງໃຫ້ພວກເຂົາມີສະຕິປັນຍາ ແລະຄວາມສາມາດໃນວຽກງານຫລາຍຢ່າງຄື: ວຽກງານຂອງນັກແກະສະຫລັກ, ນັກອອກແບບ, ນັກຫຍິບປັກຖັກແສ່ວຜ້າປ່ານເນື້ອລະອຽດດີ; ຕໍ່າຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ ແລະການຕໍ່າຜ້າຊະນິດອື່ນໆອີກດ້ວຍ. ພວກເຂົາມີຄວາມສາມາດເຮັດວຽກຊ່າງສີມືໄດ້ທຸກຢ່າງ ແລະເປັນຊ່າງທີ່ຊຳນິຊຳນານໃນການອອກແບບເຊັ່ນກັນ.”
Nke Ahọpụtara Ugbu A:
ອົບພະຍົບ 35: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.