ອົບພະຍົບ 34
34
ອົງພຣະຜູ້ເປັນເຈົ້າສັ່ງໂມເຊໃຫ້ຕັດແຜ່ນຫີນໃໝ່ອີກ
(ພບຍ 10:1-5)
1ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງຕັດຫີນສອງແຜ່ນໃຫ້ຄືເທື່ອທຳອິດ ແລະເຮົາຈະຂຽນຖ້ອຍຄຳຂອງຫີນສອງແຜ່ນທຳອິດທີ່ແຕກນັ້ນໃສ່. 2ຈົ່ງເຮັດໃຫ້ແລ້ວໃນມື້ອື່ນຕອນເຊົ້າ ແລະຂຶ້ນມາພົບເຮົາຢູ່ເທິງພູເຂົາຊີນາຍພີ້. 3ເຈົ້າຢ່າໃຫ້ໃຜຂຶ້ນມານຳ ຢ່າໃຫ້ເຮົາເຫັນຜູ້ໃດ ໃນບ່ອນໃດບ່ອນໜຶ່ງທີ່ເທິງພູເປັນເດັດຂາດ ແມ່ນແຕ່ຝູງແກະ, ຝູງແບ້ ແລະຝູງງົວ ກໍຢ່າໃຫ້ຂຶ້ນມາກິນຫຍ້າທີ່ເນີນພູນີ້.” 4ດັ່ງນັ້ນ ໂມເຊຈຶ່ງຕັດຫີນເປັນສອງແຜ່ນຄືເທື່ອທຳອິດ ແລະມື້ຕໍ່ມາແຕ່ເດິກໆ ເພິ່ນກໍຖືແຜ່ນຫີນນັ້ນຂຶ້ນໄປເທິງພູເຂົາຊີນາຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
5ດັ່ງນັ້ນ ພຣະເຈົ້າຢາເວໄດ້ລົງມາໃນເມກຢືນຢູ່ກັບໂມເຊໃນທີ່ນັ້ນ. ພຣະອົງປະກາດນາມຊື່ອັນສັກສິດຂອງພຣະອົງວ່າ ພຣະເຈົ້າຢາເວ. 6ແລ້ວພຣະເຈົ້າຢາເວກໍຍ່າງຜ່ານໂມເຊໄປພ້ອມທັງປະກາດວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າອົງເຕັມໄປດ້ວຍຄວາມເມດຕາແລະເຕັມລົ້ນດ້ວຍພຣະຄຸນ ຜູ້ບໍ່ຮ້າຍງ່າຍ ແລະຜູ້ສຳແດງຄວາມຮັກອັນໝັ້ນຄົງແລະສັດຊື່. 7ເຮົາຮັກສາພັນທະສັນຍາຂອງເຮົາຕະຫລອດໄປເຖິງພັນຊົ່ວເຊັ່ນຄົນ ທັງຍົກຜິດຍົກບາບໃຫ້ດ້ວຍ; ແຕ່ເຮົາບໍ່ອາດຈະລືມລົງໂທດລູກຫລານ ຂອງຜູ້ທີ່ເຮັດບາບຕໍ່ສູ້ເຮົາໄດ້ເຖິງສາມ ແລະສີ່ຊົ່ວເຊັ່ນຄົນ.”
8ໂມເຊຈຶ່ງຟ້າວຂາບລົງ ແລະນ້ອມນະມັດສະການພຣະອົງ. 9ເພິ່ນກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຖ້າພຣະອົງພໍໃຈນຳຂ້ານ້ອຍແທ້ ຂໍອົງພຣະຜູ້ເປັນເຈົ້າຊົງໂຜດນຳໜ້າພວກຂ້ານ້ອຍໄປເຖີດ. ປະຊາຊົນພວກນີ້ໃຈແຂງກະດ້າງດື້ດຶງຫລາຍ, ແຕ່ຂໍຊົງໂຜດຍົກຜິດຍົກບາບຂອງພວກຂ້ານ້ອຍແດ່ທ້ອນ ແລະຂໍຊົງໂຜດຮັບເອົາພວກຂ້ານ້ອຍເປັນໄພ່ພົນຂອງພຣະອົງດ້ວຍເຖີດ.”
ພຣະເຈົ້າເຮັດພັນທະສັນຍາກັບຊາດອິດສະຣາເອນໃໝ່
(ອພຍ 23:14-19; ພບຍ 7:1-5; 16:1-17)
10ພຣະອົງໄດ້ກ່າວແກ່ໂມເຊວ່າ, “ບັດນີ້ ເຮົາຈະເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ. ເຮົາຈະເຮັດສິ່ງອັນຍິ່ງໃຫ່ຍໃນທ່າມກາງພວກເຂົາ ຊຶ່ງບໍ່ເຄີຍເຮັດກັບຊົນຊາດໃດໆໃນໂລກມາກ່ອນ. ປະຊາຊົນທັງໝົດຈະໄດ້ເຫັນການອັນຍິ່ງໃຫຍ່ ທີ່ພຣະເຈົ້າຢາເວໄດ້ກະທຳ ເພາະເຮົາກຳລັງຈະເຮັດສິ່ງອັນໜ້າຢ້ານກົວສຳລັບເຈົ້າ. 11ຈົ່ງເຮັດຕາມກົດບັນຍັດຕ່າງໆ ທີ່ເຮົາກຳລັງມອບໃຫ້ພວກເຈົ້າໃນວັນນີ້. ເຮົາຈະຂັບໄລ່ຊາວອາໂມ, ຊາວການາອານ, ຊາວຮິດຕີ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປທີ່ນັ້ນ. 12ຢ່າເຮັດຂໍ້ຕົກລົງໃດໆກັບປະຊາຊົນໃນດິນແດນ ທີ່ເຈົ້າກຳລັງຈະເຂົ້າໄປຢູ່ນີ້ເດັດຂາດ ເພາະສິ່ງນັ້ນຈະເປັນບ້ວງແຮ້ວອັນຮ້າຍກາດດັກຈັບພວກເຈົ້າ. 13ແຕ່ກົງກັນຂ້າມ ຈົ່ງມ້າງແທ່ນບູຊາ, ທັບມ້າງເສົາຫີນສັກສິດ ແລະປໍ້າເສົາໄມ້ສັກສິດ ຊຶ່ງເປັນສັນຍາລັກຂອງເຈົ້າແມ່ອາເຊຣາຖິ້ມ.
14ຢ່າຂາບໄຫວ້ພະອື່ນໃດ ເພາະພຣະເຈົ້າຢາເວ ຜູ້ມີນາມຊື່ວ່າອົງຫວງແຫນເປັນພຣະເຈົ້າອົງຫວງແຫນ. 15ຢ່າເຮັດຂໍ້ຕົກລົງໃດໆກັບປະຊາຊົນໃນດິນແດນນີ້ ເພາະວ່າເມື່ອພວກເຂົາຂາບໄຫວ້ບູຊາພະຂອງພວກເຂົານັ້ນ ພວກເຂົາຈະເຊີນພວກເຈົ້າໃຫ້ເຂົ້າຮ່ວມ ແລະພວກເຈົ້າອາດຖືກຊັກຊວນໃຫ້ກິນອາຫານ ທີ່ໄດ້ຖວາຍແກ່ບັນດາພະຂອງພວກເຂົາກໍໄດ້. 16ລູກຊາຍຂອງພວກເຈົ້າອາດແຕ່ງງານກັບຍິງສາວຊາວຕ່າງດ້າວເຫຼົ່ານັ້ນ ຊຶ່ງອາດພາໃຫ້ລູກຊາຍຂອງພວກເຈົ້າບໍ່ສັດຊື່ຕໍ່ເຮົາ ແລະໜີໄປຂາບໄຫວ້ບັນດາພະຂອງຄົນເຫຼົ່ານັ້ນກໍໄດ້.
17ຢ່າເຮັດຮູບພະໄວ້ຂາບໄຫວ້.
18ຈົ່ງຖືຮັກສາເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ຕາມທີ່ເຮົາສັ່ງໄວ້ໃນເດືອນອາບີບນັ້ນ ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃຫ້ຄົບເຈັດວັນ ເພາະໃນເດືອນນີ້ທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ.
19ລູກຊາຍກົກທຸກຄົນ ແລະສັດຫົວປີທຸກໂຕເປັນຂອງເຮົາ 20ແຕ່ລໍເຖິກນັ້ນ ເຈົ້າຊື້ຄືນໄວ້ໄດ້ໂດຍໃຫ້ຖວາຍແກະແທນ. ຖ້າພວກເຈົ້າບໍ່ຊື້ຄືນກໍໃຫ້ຫັກຄໍມັນຖິ້ມເສຍ. ສ່ວນລູກຊາຍກົກຂອງພວກເຈົ້ານັ້ນ ໃຫ້ຊື້ເອົາໄວ້ຄືນທຸກໆຄົນ.
ຢ່າໃຫ້ຜູ້ໃດເຂົ້າມາເຝົ້າເຮົາມືເປົ່າ ໂດຍບໍ່ມີເຄື່ອງຖວາຍມານຳ. 21ຈົ່ງເຮັດວຽກໃນຫົກວັນ ແຕ່ໃນວັນທີເຈັດໃຫ້ຖືເປັນວັນພັກຜ່ອນ ເຖິງແມ່ນຈະຢູ່ໃນລະດູເຮັດໄຮ່ເຮັດນາຫລືຫວ່ານກ້າກໍຕາມ.
22ຈົ່ງສະຫລອງເທດສະການແຫ່ງການເກັບກ່ຽວ ເມື່ອເຈົ້າເລີ່ມກ່ຽວເຂົ້າໃນນາຄັ້ງທຳອິດ ແລະສະຫລອງເທດສະການປຸກຕູບຢູ່ ເມື່ອເຈົ້າເກັບຜົນລະປູກຈາກສວນທຸກໆປາຍປີ.
23ສາມເທື່ອຕໍ່ທຸກໆປີໃດ ຈົ່ງໃຫ້ຜູ້ຊາຍທຸກຄົນເຂົ້າມານະມັດສະການພຣະເຈົ້າຢາເວພຣະເຈົ້າ, ພຣະເຈົ້າຂອງຊາດອິດສະຣາເອນ. 24ຫລັງຈາກທີ່ເຮົາໄດ້ຂັບໄລ່ຊົນຊາດຕ່າງໆ ໃຫ້ອອກໄປກ່ອນໜ້າພວກເຈົ້າ ແລະຂະຫຍາຍດິນແດນອອກໃຫ້ພວກເຈົ້າແລ້ວ ກໍຈະບໍ່ມີໃຜກ້າຄິດຢຶດຄອງເອົາດິນແດນຂອງພວກເຈົ້າ ໃນລະຫວ່າງການສະຫລອງເທດສະການສາມປາງນີ້.
25ຢ່າຖວາຍເຂົ້າຈີ່ມີເຊື້ອແປ້ງ ເມື່ອເຈົ້າຂ້າສັດຖວາຍບູຊາແກ່ເຮົາ. ຢ່າຮັກສາຊີ້ນສັດສ່ວນໃດສ່ວນໜຶ່ງທີ່ຂ້າຖວາຍໃນເທດສະການປັດສະຄາ ໄວ້ຈົນຮອດຮຸ່ງເຊົ້າຂອງມື້ໃໝ່.
26ຈົ່ງນຳພືດຜົນທີ່ດີເລີດຊຶ່ງເກັບກ່ຽວແຕ່ລະຫົວປີ ມາທີ່ວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຢ່າຕົ້ມຊີ້ນລູກແກະຫລືລູກແບ້ດ້ວຍນໍ້ານົມແມ່ຂອງມັນ.”
27ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ຈົ່ງຂຽນຂໍ້ຄວາມເຫຼົ່ານີ້ໄວ້ ເພາະວ່າແມ່ນຫລັກຂອງພັນທະສັນຍາ ທີ່ເຮົາໄດ້ເຮັດໄວັກັບເຈົ້າ ແລະປະຊາຊົນອິດສະຣາເອນ.” 28ໂມເຊໄດ້ຢູ່ທີ່ນັ້ນກັບພຣະເຈົ້າຢາເວ ເປັນເວລາສີ່ສິບວັນສີ່ສິບຄືນ ໂດຍບໍ່ໄດ້ກິນແລະບໍ່ໄດ້ດື່ມຫຍັງ. ເພິ່ນໄດ້ຂຽນຖ້ອຍຄຳຕ່າງໆຂອງພັນທະສັນຍາໃສ່ລົງໃນແຜ່ນຫີນ ຄືຂຽນຂໍ້ຄຳສັ່ງສິບປະການ.
ໂມເຊລົງມາຈາກພູເຂົາຊີນາຍ
29ເມື່ອໂມເຊຖືແຜ່ນຫີນທີ່ບັນຈຸກົດບັນຍັດສິບປະການລົງມາຈາກພູເຂົາຊີນາຍ ເພິ່ນບໍ່ໄດ້ຮູ້ເມື່ອຕົວວ່າໜ້າຂອງຕົນສ່ອງແສງເຫລື້ອມ ເພາະຕົນໄດ້ກ່າວກັບພຣະເຈົ້າ. 30ເມື່ອອາໂຣນແລະຊາວອິດສະຣາເອນເຫັນໜ້າໂມເຊສ່ອງແສງເຫລື້ອມ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ກ້າຫຍັບເຂົ້າໄປໃກ້ເພິ່ນ. 31ແຕ່ໂມເຊໄດ້ເອີ້ນຫາພວກເຂົາ ແລ້ວອາໂຣນພ້ອມດ້ວຍບັນດາຫົວໜ້າຂອງຊຸມນຸມຊົນກໍເຂົ້າມາໃກ້ ແລະຟັງຄຳກ່າວຂອງໂມເຊ. 32ຫລັງຈາກນັ້ນ ປະຊາຊົນອິດສະຣາເອນທັງໝົດໄດ້ມາຫຸ້ມລ້ອມເບິ່ງໂມເຊ. ເພິ່ນສອນປະຊາຊົນໃຫ້ຮູ້ຈັກກົດບັນຍັດຕ່າງໆ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ເພິ່ນຢູ່ເທິງພູເຂົາຊີນາຍນັ້ນ. 33ເມື່ອໂມເຊກ່າວສຸດ ເພິ່ນກໍເອົາຜ້າປົກໜ້າໄວ້. 34ທຸກເທື່ອທີ່ເພິ່ນເຂົ້າໄປໃນຫໍເຕັນຂອງພຣະເຈົ້າຢາເວເພື່ອກ່າວກັບພຣະອົງ ເພິ່ນຈຶ່ງເອົາຜ້າປົກໜ້າອອກ. ເມື່ອອອກມາຈາກຫໍເຕັນເທື່ອໃດ ເພິ່ນກໍກ່າວຂໍ້ຄຳສັ່ງຕ່າງໆທີ່ພຣະອົງໄດ້ສັ່ງ ໃຫ້ປະຊາຊົນອິດສະຣາເອນຮູ້ນຳເທື່ອນັ້ນ. 35ແລະພວກເຂົາໄດ້ເຫັນໜ້າຂອງເພິ່ນສ່ອງແສງເຫລື້ອມ. ແລ້ວໂມເຊກໍເອົາຜ້າປົກໜ້າຕົນເອງໄວ້ເຊັ່ນເຄີຍ ຈົນກວ່າເພິ່ນຈະໄດ້ເຂົ້າໄປພົບພຣະເຈົ້າຢາເວອີກ.
Nke Ahọpụtara Ugbu A:
ອົບພະຍົບ 34: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.