ມາຣະໂກ 4:26-27
ມາຣະໂກ 4:26-27 ພຄພ
ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ອານາຈັກຂອງພຣະເຈົ້າກໍເປັນຄືດັ່ງນີ້: ມີຄົນໜຶ່ງຫວ່ານເມັດພືດໃສ່ນາຂອງຕົນ. ເຂົານອນຫລັບໃນເວລາກາງຄືນ ແລະຕື່ນຂຶ້ນໃນເວລາກາງເວັນ ພໍດີເມັດພືດນັ້ນກໍງອກ ແລະຈະເລີນເຕີບໃຫຍ່ຂຶ້ນ ແລະເຂົາບໍ່ສາມາດເຂົ້າໃຈວ່າມັນເປັນໄປໄດ້ຢ່າງໃດ.