1
ມາຣະໂກ 11:24
ພຣະຄຳພີສັກສິ
ພຄພ
ດ້ວຍເຫດນັ້ນ ເຮົາບອກເຈົ້າທັງຫລາຍວ່າ, ສິ່ງໃດທີ່ພວກເຈົ້າພາວັນນາອະທິຖານຂໍນັ້ນ ຈົ່ງເຊື່ອວ່າໄດ້ຮັບແລ້ວ ແລະຄົງຈະເປັນແກ່ເຈົ້າທັງຫລາຍ.
ႏွိုင္းယွဥ္
ມາຣະໂກ 11:24ရွာေဖြေလ့လာလိုက္ပါ။
2
ມາຣະໂກ 11:23
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’ ແລະບໍ່ມີຄວາມສົງໄສໃນໃຈ ແຕ່ເຊື່ອວ່າຈະເປັນໄປຕາມຄຳສັ່ງນັ້ນ ແລ້ວກໍເປັນໄປຕາມນັ້ນ.
ມາຣະໂກ 11:23ရွာေဖြေလ့လာလိုက္ပါ။
3
ມາຣະໂກ 11:25
ແລະເມື່ອເຈົ້າຢືນພາວັນນາອະທິຖານຢູ່ ຖ້າເຈົ້າມີເລື່ອງກັບຜູ້ໃດຜູ້ໜຶ່ງຈົ່ງຍົກໂທດໃຫ້ເຂົາ ເພື່ອພຣະບິດາເຈົ້າຂອງພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນ ຈະຍົກຄວາມຜິດບາບຂອງພວກເຈົ້າດ້ວຍ, [
ມາຣະໂກ 11:25ရွာေဖြေလ့လာလိုက္ပါ။
4
ມາຣະໂກ 11:22
ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ.
ມາຣະໂກ 11:22ရွာေဖြေလ့လာလိုက္ပါ။
5
ມາຣະໂກ 11:17
ແລ້ວພຣະອົງກໍໄດ້ສັ່ງສອນພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະວິຫານຂອງເຮົາຈະເອີ້ນວ່າ ເປັນສະຖານທີ່ພາວັນນາອະທິຖານສຳລັບຄົນທຸກຊາດ’, ແຕ່ພວກເຈົ້າເຮັດໃຫ້ເປັນຖໍ້າຂອງໂຈນ.”
ມາຣະໂກ 11:17ရွာေဖြေလ့လာလိုက္ပါ။
6
ມາຣະໂກ 11:9
ຄົນທີ່ຍ່າງໄປກ່ອນກັບຄົນທີ່ຕາມຫລັງພຣະເຢຊູເຈົ້າໄປ ຕ່າງກໍຮ້ອງຂຶ້ນວ່າ, “ໂຮຊັນນາ ຂໍພຣະເຈົ້າອວຍພອນທ່ານ ທີ່ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ
ມາຣະໂກ 11:9ရွာေဖြေလ့လာလိုက္ပါ။
7
ມາຣະໂກ 11:10
ຂໍພຣະເຈົ້າອວຍພອນອານາຈັກທີ່ກຳລັງຈະມາ ຄືອານາຈັກຂອງດາວິດບັນພະບຸລຸດຂອງພວກເຮົາ ໂຮຊັນນາໃນສະຫວັນສູງສຸດ.”
ມາຣະໂກ 11:10ရွာေဖြေလ့လာလိုက္ပါ။
ပင္မစာမ်က္ႏွာ
သမၼာက်မ္းစာ
အစီအစဥ္မ်ား
ဗီဒီယိုမ်ား