1
ປະຖົມມະການ 42:21
ພຣະຄຳພີສັກສິ
ພຄພ
ແລ້ວພວກເຂົາຈຶ່ງເວົ້າຕໍ່ກັນແລະກັນວ່າ, “ແມ່ນແລ້ວ ພວກເຮົາໄດ້ຮັບທຸກໃນເວລານີ້ກໍຍ້ອນໂທດກຳ ທີ່ພວກເຮົາໄດ້ເຮັດຕໍ່ນ້ອງຊາຍຂອງພວກເຮົາ; ພວກເຮົາເຫັນວ່າລາວເປັນທຸກພຽງໃດ ເມື່ອລາວໄດ້ວິງວອນຂໍຄວາມເມດຕາ, ແຕ່ພວກເຮົາບໍ່ຍອມຟັງສຽງຂອງລາວເລີຍ. ສະນັ້ນ ຄວາມທຸກລຳບາກອັນນີ້ຈຶ່ງມາຕົກຖືກພວກເຮົາ.”
താരതമ്യം
ປະຖົມມະການ 42:21 പര്യവേക്ഷണം ചെയ്യുക
2
ປະຖົມມະການ 42:6
ໂຢເຊັບ ໃນຖານະເປັນຜູ້ປົກຄອງປະເທດເອຢິບ ເພິ່ນໄດ້ຂາຍເຂົ້າໃຫ້ແກ່ປະຊາຊົນຈາກທຸກຊາດທົ່ວໂລກ. ດັ່ງນັ້ນ ພວກອ້າຍຂອງໂຢເຊັບຈຶ່ງເຂົ້າມາຫາແລະຂາບລົງຕໍ່ໜ້າເພິ່ນ.
ປະຖົມມະການ 42:6 പര്യവേക്ഷണം ചെയ്യുക
3
ປະຖົມມະການ 42:7
ເມື່ອໂຢເຊັບເຫັນພວກອ້າຍ ເພິ່ນກໍຈື່ພວກເຂົາໄດ້, ແຕ່ເພິ່ນເຮັດຄືບໍ່ຮູ້ຈັກພວກເຂົາ. ເພິ່ນເວົ້າຢ່າງມີອຳນາດຕໍ່ພວກເຂົາວ່າ, “ພວກເຈົ້າມາແຕ່ໃສ?” ພວກເຂົາຕອບວ່າ, “ພວກຂ້ານ້ອຍມາແຕ່ການາອານເພື່ອຂໍຊື້ອາຫານ.”
ປະຖົມມະການ 42:7 പര്യവേക്ഷണം ചെയ്യുക
ആദ്യത്തെ സ്ക്രീൻ
വേദപുസ്തകം
പദ്ധതികൾ
വീഡിയോകൾ