ມັດທາຍ 2:12-13
ມັດທາຍ 2:12-13 ພຄພ
ຕໍ່ມາ ພຣະເຈົ້າໄດ້ເຕືອນພວກເຂົາທາງຄວາມຝັນ ບໍ່ໃຫ້ກັບຄືນໄປຫາເຮໂຣດ. ສະນັ້ນ ພວກເຂົາຈຶ່ງກັບຄືນເມືອບ້ານເມືອງຂອງຕົນເອງຕາມທາງອື່ນ. ເມື່ອໂຫຣາຈານຈາກໄປແລ້ວ ມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ປາກົດໃຫ້ໂຢເຊັບເຫັນທາງຄວາມຝັນ ແລ້ວກ່າວວ່າ, “ຈົ່ງລຸກຂຶ້ນ ໃຫ້ພາກຸມມານກັບແມ່ຂອງເພິ່ນໜີໄປປະເທດເອຢິບ ຈົ່ງຢູ່ໃນທີ່ນັ້ນ ຈົນກວ່າເຮົາບອກເຈົ້າໃຫ້ກັບຄືນມາ ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນເສຍ.”





