ໂຣມ 12:4-5
ໂຣມ 12:4-5 ພຄພ
ເພາະວ່າພວກເຮົາມີອະໄວຍະວະຫລາຍຢ່າງຢູ່ໃນຮ່າງກາຍອັນດຽວ ແລະແຕ່ລະອະໄວຍະວະກໍມີໜ້າທີ່ແຕກຕ່າງກັນສັນໃດ, ພວກເຮົາທີ່ມີຫລາຍຄົນກໍຮ່ວມເຂົ້າເປັນຮ່າງກາຍດຽວກັນໃນພຣະຄຣິດ ແລະພວກເຮົາກໍເປັນອະໄວຍະວະແກ່ກັນແລະກັນສັນນັ້ນ.


