ລະບຽບ^ພວກເລວີ 26
26
ພຣະພອນສຳລັບການເຊື່ອຟັງ
(ພບຍ 7:12-24; 28:1-14)
1“ຢ່າສ້າງຮູບເຄົາຣົບ ຫລືຕັ້ງຮູບຫລໍ່ຮູບປັ້ນ, ເສົາຫີນ ຫລືເສົາຫີນທີ່ແກະສະຫລັກເປັນລວດລາຍ ຢູ່ໃນດິນແດນຂອງພວກເຈົ້າເພື່ອຂາບໄຫວ້ມັນ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 2ຈົ່ງຢຶດຖືວັນຊະບາໂຕເປັນວັນພັກຜ່ອນ ແລະຈົ່ງໃຫ້ກຽດວິຫານບ່ອນທີ່ມະນຸດນະມັດສະການເຮົາ. ເຮົາແມ່ນພຣະເຈົ້າຢາເວ.
3ຖ້າພວກເຈົ້າໃຊ້ຊີວິດຕາມກົດບັນຍັດ ແລະຄຳສັ່ງທັງຫລາຍຂອງເຮົາ 4ເຮົາກໍຈະໃຫ້ຝົນຕົກຕາມລະດູການ ເພື່ອທີ່ດິນຈະຜະລິດຜົນລະປູກໄດ້ຫລາຍ ແລະຕົ້ນໄມ້ກໍຈະເກີດໝາກຫລາຍ. 5ຜົນລະປູກຂອງພວກເຈົ້າຈະມີຫລາຍ ຈົນພວກເຈົ້າຈະຍັງເກັບກ່ຽວເຂົ້າຢູ່ ເມື່ອເຖິງລະດູເກັບໝາກອະງຸ່ນ ແລະພວກເຈົ້າຍັງຈະເກັບໝາກອະງຸ່ນຢູ່ເມື່ອເຖິງລະດູປູກເຂົ້າ. ພວກເຈົ້າຈະມີທຸກສິ່ງທີ່ພວກເຈົ້າຕ້ອງການກິນ ແລະພວກເຈົ້າກໍຈະອາໄສຢູ່ໃນດິນແດນຢ່າງປອດໄພ.
6ເຮົາຈະນຳຄວາມສະຫງົບສຸກມາສູ່ດິນແດນຂອງພວກເຈົ້າ ແລະພວກເຈົ້າກໍຈະສາມາດນອນຫລັບສະບາຍຢ່າງຫາຍກັງວົນ. ເຮົາຈະກຳຈັດຝູງສັດທີ່ນຳອັນຕະລາຍມາສູ່ທີ່ດິນແດນທຳມາຫາກິນຂອງພວກເຈົ້າ ແລະໃນທີ່ນັ້ນເສິກສົງຄາມຈະບໍ່ມີອີກຕໍ່ໄປ. 7ພວກເຈົ້າຈະເອົາຊະນະເຫຼົ່າສັດຕູທັງຫລາຍ ພວກເຂົາຈະລົ້ມລົງດ້ວຍຄົມດາບຕໍ່ໜ້າພວກເຈົ້າ; 8ພວກເຈົ້າຫ້າຄົນຈະຂັບໄລ່ສັດຕູຮ້ອຍຄົນໃຫ້ພ່າຍແພ້ໄດ້ ແລະພວກເຈົ້າຮ້ອຍຄົນຈະຂັບໄລ່ສັດຕູສິບພັນຄົນໃຫ້ພ່າຍແພ້ໄດ້ ແລະເຂົາຈະລົ້ມລົງດ້ວຍຄົມດາບຕໍ່ໜ້າພວກເຈົ້າ. 9ເຮົາຈະອວຍພອນພວກເຈົ້າໃຫ້ມີລູກຫລານຢ່າງຫລວງຫລາຍ; ສ່ວນເຮົາກໍຈະຖືຮັກສາພັນທະສັນຍາ ຊຶ່ງເຮົາໄດ້ເຮັດໄວ້ກັບພວກເຈົ້າ. 10ພວກເຈົ້າຈະເກັບກ່ຽວໄດ້ຢ່າງຫລວງຫລາຍ ຈົນວ່າເອົາໄວ້ກິນກຸ້ມໜຶ່ງປີໄດ້ ແລະເຖິງແມ່ນວ່າ ພວກເຈົ້າຈະຂົນຜົນລະປູກທີ່ເຫຼືອໃນປີທີ່ຜ່ານມານັ້ນອອກໄປໝົດ ມັນຍັງຈະບໍ່ມີບ່ອນພຽງພໍສຳລັບໄວ້ຜົນລະປູກທີ່ເກັບກ່ຽວໃໝ່ໃນປີນັ້ນ. 11ເຮົາຈະສະຖິດຢູ່ໃນຫໍເຕັນຂອງເຮົາໃນທ່າມກາງພວກເຈົ້າ ໂດຍຈະບໍ່ຫັນໜີໄປຈາກພວກເຈົ້າຈັກເທື່ອ. 12ເຮົາຈະຢູ່ກັບເຈົ້າ, ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າກໍຈະເປັນປະຊາຊົນຂອງເຮົາ. 13ຝ່າຍເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເປັນທາດຮັບໃຊ້ຂອງຊາວເອຢິບອີກຕໍ່ໄປ. ເຮົາໄດ້ຕັດແລະຫັກແອກ ທີ່ເຮັດໃຫ້ກຽດແລະສັກສີຂອງພວກເຈົ້າຕົກຕໍ່າ ແລະທັງໄດ້ຊ່ວຍກອບກູ້ເອົາພວກເຈົ້າ ໃຫ້ຍ່າງໄປມາຢ່າງສະຫງ່າຜ່າເຜີຍ.”
ໂທດກຳຂອງການບໍ່ເຊື່ອຟັງ
(ພບຍ 28:15-68)
14“ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ພວກເຈົ້າກໍຈະໄດ້ຮັບໂທດກຳ. 15ຖ້າພວກເຈົ້າປະຕິເສດທີ່ຈະເຊື່ອຟັງກົດບັນຍັດທັງຂໍ້ຄຳສັ່ງທັງຫລາຍຂອງເຮົາ ແລະທຳລາຍພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພວກເຈົ້າ 16ເຮົາຈະລົງໂທດພວກເຈົ້າ. ເຮົາຈະນຳໄພອັນຕະລາຍມາສູ່ພວກເຈົ້າ ຄື: ພະຍາດຊໍ້າເຮື້ອແລະການເຈັບໄຂ້ໄດ້ປ່ວຍນາໆປະການ ອັນຈະເຮັດໃຫ້ພວກເຈົ້າຕາບອດ ແລະຕາຍຖິ້ມໄປລ້າໆ; ພວກເຈົ້າຈະປູກພືດນາໆຊະນິດ ແຕ່ພວກເຈົ້າຈະບໍ່ໄດ້ກິນຜົນຂອງມັນ ຍ້ອນວ່າເຫຼົ່າສັດຕູຂອງພວກເຈົ້າຈະເຂົ້າມາຢຶດຄອງ ແລະກິນສິ່ງທີ່ພວກເຈົ້າໄດ້ລົງແຮງປູກຝັງນັ້ນ. 17ເຮົາຈະຫັນມາຕໍ່ສູ້ພວກເຈົ້າເພື່ອວ່າພວກເຈົ້າຈະພ່າຍແພ້ ແລະຜູ້ທີ່ຊັງພວກເຈົ້າກໍຈະປົກຄອງພວກເຈົ້າ; ພວກເຈົ້າຈະຕື່ນຕົກໃຈຢ້ານກົວ ຈົນແລ່ນເປີດໜີໄປຢ່າງບໍ່ຮູ້ສຶກຕົວໂດຍບໍ່ມີໃຜໄລ່ຕິດຕາມ.
18ຖ້າເຖິງຂັ້ນນີ້ແລ້ວພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ ເຮົາກໍຈະລົງໂທດບາບກຳຂອງພວກເຈົ້າຕື່ມອີກເຈັດເທົ່າ. 19ເຮົາຈະທຳລາຍຄວາມດື້ດຶງຈອງຫອງຂອງພວກເຈົ້າ; ຝົນຈະບໍ່ຕົກ ປະເທດຂອງພວກເຈົ້າຈະເກີດແຫ້ງແລ້ງ ແລະດິນປູກຝັງຈະແຂງດັ່ງຫີນ. 20ພວກເຈົ້າເຮັດວຽກໜັກ ແຕ່ມັນຈະບໍ່ນຳຜົນດີຫຍັງມາໃຫ້ພວກເຈົ້າ ເພາະວ່າທີ່ດິນປູກຝັງນັ້ນຈະບໍ່ຜະລິດຜົນລະປູກຫຍັງໃຫ້ ແລະຕົ້ນໄມ້ກໍຈະບໍ່ເກີດໝາກອີກດ້ວຍ.
21ຖ້າພວກເຈົ້າຍັງສືບຕໍ່ຕໍ່ຕ້ານເຮົາ ແລະປະຕິເສດທີ່ຈະຍອມເຊື່ອຟັງເຮົາ; ເຮົາກໍຈະເພີ່ມໂທດກຳໃຫ້ແກ່ພວກເຈົ້າ ຕາມໂທດກຳທີ່ພວກເຈົ້າສົມຄວນໄດ້ຮັບອີກເຖິງເຈັດເທົ່າ. 22ເຮົາຈະໃຫ້ສັດຮ້າຍມາທຳຮ້າຍລູກຂອງພວກເຈົ້າໃຫ້ຕາຍ ຝູງສັດຂອງພວກເຈົ້າຈະຈິບຫາຍ ຈົນຕາມຖະໜົນຫົນທາງບໍ່ມີຄົນທຽວໄປມາເລີຍ.
23ຫລັງຈາກຜ່ານການລົງໂທດນີ້ແລ້ວ ຖ້າພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ ແລະສືບຕໍ່ໝິ່ນປະໝາດເຮົາຢູ່ 24ເຮົາກໍຈະຫັນມາຕໍ່ສູ້ພວກເຈົ້າ ແລະເຮົາຈະລົງໂທດບາບກຳຂອງພວກເຈົ້າໃຫ້ໜັກກວ່າເກົ່າອີກເຖິງເຈັດເທົ່າ. 25ເຮົາຈະນຳການລົບລາຂ້າຟັນມາເປັນການລົງໂທດ ຍ້ອນວ່າພວກເຈົ້າໄດ້ຝ່າຝືນພັນທະສັນຍາຂອງເຮົາ ແລະຖ້າພວກເຈົ້າເຕົ້າໂຮມກັນຢູ່ໃນເມືອງທີ່ປອດໄພ ເຮົາກໍຈະສົ່ງໂຣກລະບາດມາໃນທ່າມກາງພວກເຈົ້າ ແລະພວກເຈົ້າກໍຈະຖືກບີບບັງຄັບໃຫ້ຍອມຈຳນົນແກ່ເຫຼົ່າສັດຕູຂອງພວກເຈົ້າ. 26ເມື່ອເຮົາທຳລາຍອາຫານຫລັກຂອງພວກເຈົ້າ, ແມ່ຍິງສິບຄົນຈະໃຊ້ເຕົາໜ່ວຍດຽວອົບເຂົ້າຈີ່. ພວກເຂົາຈະກຳນົດອັດຕາອາຫານໃຫ້ ແລະເມື່ອພວກເຈົ້າກິນແລ້ວ, ແຕ່ຍັງຈະຫິວຢູ່.
27ຫລັງຈາກເຫດການທັງໝົດນີ້ແລ້ວ ຖ້າພວກເຈົ້າສືບຕໍ່ຂັດຂືນເຮົາຢູ່; 28ຕໍ່ໄປເຮົາຈະຫັນມາລົງໂທດພວກເຈົ້າຢ່າງໂຫດຮ້າຍທາລຸນ ໃຫ້ໜັກຕື່ມຂຶ້ນກວ່າເກົ່າອີກເຈັດເທົ່າ. 29ພວກເຈົ້າຈະຫິວໂຫຍຢ່າງໜັກທີ່ສຸດ ຈົນຈະຕ້ອງກິນພວກລູກຊາຍລູກຍິງຂອງຕົນເອງ. 30ເຮົາຈະທຳລາຍສະຖານທີ່ນະມັດສະການຂອງພວກເຈົ້າທີ່ເທິງພູ ມ້າງແລະຮື້ແທ່ນບູຊາເຄື່ອງຫອມລົງໝົດ ແລະໂຍນສົບພວກເຈົ້າຖິ້ມໃສ່ເທິງຮູບເຄົາຣົບຂອງພວກເຈົ້າທີ່ຫັກເພພັງ. ຍ້ອນເຮົາເບື່ອໜ່າຍພວກເຈົ້າຫລາຍທີ່ສຸດ 31ເຮົາຈະປ່ຽນເມືອງທັງຫລາຍຂອງພວກເຈົ້າໃຫ້ເປັນບ່ອນຮົກຮ້າງຫວ່າງເປົ່າ ແລະຈະທຳລາຍສະຖານທີ່ນະມັດສະການຂອງພວກເຈົ້າດ້ວຍ. ເຮົາຈະບໍ່ຍອມຮັບເອົາເຄື່ອງບູຊາຂອງພວກເຈົ້າ. 32ເຮົາຈະທຳລາຍດິນແດນຂອງພວກເຈົ້າໃຫ້ກ້ຽງ ເພື່ອວ່າສັດຕູຜູ້ຢຶດຄອງດິນແດນນັ້ນ ຈະອົກສັ່ນຂວັນເສຍອັນເນື່ອງມາຈາກການທຳລາຍນີ້. 33ເຮົາຈະເອົາການລົບລາຂ້າຟັນກັນມາສູ່ພວກເຈົ້າ ແລະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍໄປຢູ່ໃນປະເທດຕ່າງໆ. ດິນແດນຂອງພວກເຈົ້າຈະຮົກຮ້າງວ່າງເປົ່າ ແລະຕົວເມືອງທັງຫລາຍຂອງພວກເຈົ້າກໍຈະຖືກປະໃຫ້ເປັນເມືອງຮ້າງ. 34-35ແລ້ວທີ່ດິນກໍຈະດີອົກດີໃຈກັບປີຊະບາໂຕພັກຜ່ອນຢ່າງແທ້ຈິງ ຊຶ່ງພວກເຈົ້າບໍ່ສາມາດຢິບຍື່ນໃຫ້ໄດ້ ຕະຫຼອດເວລາທີ່ດິນນັ້ນຖືກປະໄວ້ໃຫ້ຮົກຮ້າງຫວ່າງເປົ່າ ໃນຂະນະທີ່ພວກເຈົ້າອາໄສຢູ່ໃນດິນແດນຂອງເຫຼົ່າສັດຕູຂອງພວກເຈົ້າ. ເມື່ອນັ້ນແຜ່ນດິນຈະໄດ້ພັກຜ່ອນ ແລະຊົມຊື່ນຍິນດີກັບປີຊະບາໂຕ.
36ເຮົາຈະໃຫ້ຫລາຍຄົນໃນພວກເຈົ້າ ຄືຜູ້ທີ່ຢູ່ໃນຕ່າງຖິ່ນອົກສັ່ນຂວັນເສຍ ຈົນສຽງລົມພັດໃບໄມ້ກໍເຮັດໃຫ້ພວກເຈົ້າແລ່ນເປີດໜີໄປ. ພວກເຈົ້າຈະແລ່ນປົບໜີເໝືອນດັ່ງກັບວ່າ ຖືກສັດຕູໄລ່ຕິດຕາມໃນສະໜາມຮົບ ແລະພວກເຈົ້າຈະລົ້ມລົງໃນບ່ອນທີ່ບໍ່ມີສັດຕູໃດໆໄລ່ມາໃກ້ພວກເຈົ້າ. 37ພວກເຈົ້າຈະສະດຸ້ງຕື່ນກັນເອງ ທັງໆທີ່ບໍ່ມີໃຜໄລ່ຕິດຕາມມາ ແລະພວກເຈົ້າຈະບໍ່ສາມາດຕໍ່ສູ້ສັດຕູໃດໆໄດ້. 38ພວກເຈົ້າຈະສິ້ນຊີວິດຢູ່ໃນປະເທດຕ່າງໆ ບ່ອນດິນແດນຂອງສັດຕູຈະກືນກິນພວກເຈົ້າ. 39ຜູ້ທີ່ລອດຊີວິດມາໄດ້ ຕ່າງກໍຈະໝົດເຫື່ອໝົດແຮງຕາຍໄປໃນທີ່ສຸດ ເພາະບາບກຳຂອງພວກເຈົ້າເອງ ແລະບາບກຳບັນພະບຸລຸດຂອງພວກເຈົ້າ.
40ແຕ່ຖ້າພວກເຈົ້າຈະສາລະພາບການບາບຂອງພວກເຂົາ ແລະການບາບຂອງບັນພະບຸລຸດຜູ້ທີ່ໄດ້ກະບົດຕໍ່ເຮົາ 41ອັນເປັນຕົ້ນເຫດໃຫ້ເຮົາຫັນມາຕໍ່ສູ້ພວກເຂົາ ແລະສົ່ງພວກເຂົາເຂົ້າໄປອາໄສຢູ່ໃນດິນແດນຂອງເຫຼົ່າສັດຕູ. ໃນທີ່ສຸດ ເມື່ອເຊື້ອສາຍຂອງພວກເຂົາຍອມຖ່ອມຕົວລົງ ແລະຍອມຮັບໂທດ ອັນເນື່ອງມາຈາກການບາບ ແລະການກະບົດຂອງພວກເຂົານັ້ນແລ້ວ 42ເຮົາກໍຈະລະນຶກເຖິງພັນທະສັນຍາຂອງເຮົາ ທີ່ໄດ້ມີໄວ້ກັບຢາໂຄບ, ອີຊາກ ແລະອັບຣາຮາມ ແລະເຮົາຈະຮື້ຟື້ນພັນທະສັນຍາຂອງເຮົາໃໝ່ ເພື່ອມອບດິນແດນໃຫ້ປະຊາຊົນຂອງເຮົາ. 43ເຖິງຢ່າງໃດກໍດີ ໃນຂັ້ນຕົ້ນດິນແດນຈະຕ້ອງບໍ່ໃຫ້ມີຄົນພັກພາອາໄສຢູ່ ເພື່ອວ່າມັນຈະຊົມຊື່ນຍິນດີກັບປີຊະບາໂຕ (ປີແຫ່ງການພັກຜ່ອນ) ແລະພວກເຂົາຕ້ອງຮັບໂທດຢ່າງພຽງພໍເສຍກ່ອນ ຍ້ອນການທີ່ພວກເຂົາໄດ້ປະຖິ້ມກົດບັນຍັດ ແລະຂໍ້ຄຳສັ່ງຂອງເຮົາ. 44ແຕ່ເຖິງປານນັ້ນກໍດີ ເມື່ອພວກເຂົາໄດ້ອາໄສຢູ່ໃນດິນແດນຂອງສັດຕູນັ້ນ ເຮົາຈະບໍ່ປະຖິ້ມພວກເຂົາຢ່າງໝົດສິ້ນ ຫລືທຳລາຍພວກເຂົາໃຫ້ໝົດໄປ. ການກະທຳເຊັ່ນນັ້ນ ກໍເທົ່າກັບເປັນການຕັດຂາດຕໍ່ພັນທະສັນຍາຂອງເຮົາທີ່ມີໄວ້ກັບພວກເຂົາ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. 45ເຮົາຈະຮື້ຟື້ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ເມື່ອເຮົາໄດ້ສຳແດງໃຫ້ທຸກຊົນຊາດໄດ້ເຫັນຣິດອຳນາດຂອງເຮົາ ໂດຍໄດ້ນຳພາປະຊາຊົນຂອງເຮົາອອກມາຈາກປະເທດເອຢິບ ເພື່ອວ່າເຮົາຈະໄດ້ເປັນພຣະເຈົ້າຂອງພວກເຂົາ ເຮົາແມ່ນພຣະເຈົ້າຢາເວ.”
46ທັງໝົດນີ້ແມ່ນກົດບັນຍັດ ແລະຂໍ້ຄຳສັ່ງຕ່າງໆ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ໂມເຊ ທີ່ເທິງພູເຂົາຊີນາຍສຳລັບປະຊາຊົນອິດສະຣາເອນ.
Nke Ahọpụtara Ugbu A:
ລະບຽບ^ພວກເລວີ 26: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.

: