ລະບຽບ^ພວກເລວີ 18
18
ການສົມສູ່ທາງເພດທີ່ຕ້ອງຫ້າມ
1ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, 2“ໃຫ້ບອກປະຊາຊົນອິດສະຣາເອນວ່າ, ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 3ຢ່າເຮັດຕາມຮີດຄອງຂອງປະຊາຊົນຊາວເອຢິບ ບ່ອນທີ່ຄັ້ງໜຶ່ງນັ້ນພວກເຈົ້າເຄີຍໄດ້ອາໄສຢູ່; ຫລືເຮັດຕາມຮີດຄອງຂອງປະຊາຊົນທີ່ການາອານ ບ່ອນທີ່ເຮົາກຳລັງນຳພາພວກເຈົ້າເຂົ້າໄປ. 4ຈົ່ງເຊື່ອຟັງກົດບັນຍັດຂອງເຮົາ ແລະເຮັດແຕ່ສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ເທົ່ານັ້ນ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 5ຈົ່ງເຮັດຕາມຮີດຄອງແລະກົດບັນຍັດທີ່ເຮົາໄດ້ມອບໃຫ້ພວກເຈົ້າ; ການປະຕິບັດຕາມຄຳສັ່ງດັ່ງກ່າວນີ້ເປັນການຊ່ວຍຊີວິດຂອງພວກເຈົ້າເອງ. ເຮົາແມ່ນພຣະເຈົ້າຢາເວ.
6ຢ່າສົມສູ່ກັບຍາດຕິພີ່ນ້ອງຂອງຕົນ ເຮົາແມ່ນພຣະເຈົ້າຢາເວ. 7ຢ່າເຮັດໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍໜ້າ ໂດຍສົມສູ່ກັບແມ່ຂອງຕົນ. ຢ່າເຮັດໃຫ້ແມ່ຂອງຕົນຕ້ອງອັບອາຍຂາຍໜ້າ. 8ຢ່າເຮັດໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍໜ້າ ໂດຍສົມສູ່ກັບເມຍຄົນອື່ນໆຂອງເພິ່ນ. 9ຢ່າສົມສູ່ກັບເອື້ອຍ ຫລືນ້ອງສາວຂອງພວກເຈົ້າ ເພາະນາງກໍໄດ້ໃຫຍ່ຂຶ້ນຮ່ວມເຮືອນດຽວກັນກັບພວກເຈົ້າ. 10ຢ່າໄດ້ສົມສູ່ກັບຫລານສາວຂອງຕົນ; ອັນນີ້ແມ່ນການອັບອາຍຂາຍໜ້າທີ່ສຸດ. 11ຢ່າສົມສູ່ກັບເອື້ອຍຕ່າງພໍ່ ຫລືຕ່າງແມ່; ນາງແມ່ນເອື້ອຍຂອງພວກເຈົ້າຄືກັນ. 12-13ຢ່າສົມສູ່ກັບປ້າຫລືອາ ບໍ່ວ່າຈະເປັນນ້ອງ ຫລືເອື້ອຍຂອງພໍ່ ຫລືນ້ອງຫລືເອື້ອຍຂອງແມ່ພວກເຈົ້າກໍຕາມ. 14ຢ່າສົມສູ່ກັບເມຍຂອງລຸງ ເພາະນາງເປັນປ້າຂອງພວກເຈົ້າເອງ. 15ຢ່າສົມສູ່ກັບລູກໃພ້ 16ຫລືກັບເອື້ອຍໃພ້ ຫລືກັບນ້ອງໃພ້ຂອງຕົນ. 17ຢ່າສົມສູ່ກັບລູກສາວ ຫລືຫລານສາວຂອງຍິງທີ່ຕົນໄດ້ສົມສູ່ຢູ່ຮ່ວມກັບນາງ; ພວກເຂົາອາດເປັນພີ່ນ້ອງຂອງພວກເຈົ້າກໍໄດ້. ການກະທຳເຊັ່ນນັ້ນເປັນການຜິດຊາຍຍິງ ທີ່ຮ່ວມພໍ່ແມ່ດຽວກັນ. 18ຢ່າໄດ້ເອົາເອື້ອຍຫລືນ້ອງເມຍ ມາເປັນເມຍຂອງພວກເຈົ້າ ຕາບໃດທີ່ເມຍຂອງຕົນຍັງມີຊີວິດຢູ່.
19ຢ່າສົມສູ່ກັບຍິງທີ່ເປັນປະຈຳເດືອນ ເພາະວ່ານາງເປັນມົນທິນຕາມກົດບັນຍັດ. 20ຢ່າສົມສູ່ກັບເມຍຂອງຄົນອື່ນ; ຕາມກົດບັນຍັດແລ້ວຈະເຮັດໃຫ້ຜູ້ນັ້ນເປັນມົນທິນ. 21ຢ່າຖວາຍລູກຂອງພວກເຈົ້າ ເປັນເຄື່ອງມືໃນການຂາບໄຫວ້ພະໂມເລັກ ເພາະມັນນຳຄວາມເສື່ອມເສຍມາໃຫ້ນາມຊື່ຂອງພຣະເຈົ້າຂອງເຈົ້າ, ເຮົາແມ່ນພຣະເຈົ້າຢາເວ. 22ຊາຍຢ່າໄດ້ສົມສູ່ກັບຊາຍ ເພາະການກະທຳເຊັ່ນນີ້ພຣະເຈົ້າກຽດຊັງທີ່ສຸດ. 23ຊາຍກໍດີຫລືຍິງກໍດີ ຢ່າໄດ້ສົມສູ່ທາງເພດກັບສັດ; ເພາະການເຮັດຢ່າງບ້າຄັ່ງເຊັ່ນນີ້ ພາໃຫ້ພວກເຈົ້າເປັນມົນທິນຕາມກົດບັນຍັດ.
24ຢ່າປະພຶດຕົນໃຫ້ເປັນມົນທິນໂດຍກະທຳສິ່ງເຫຼົ່ານີ້ ເພາະວ່າຄົນບໍ່ນັບຖືພຣະເຈົ້າທີ່ເຮົາຂັບໄລ່ອອກໄປຕໍ່ໜ້າພວກເຈົ້າ ກໍໄດ້ປະພຶດຕົນໃຫ້ເປັນມົນທິນໂດຍວິທີນີ້. 25ການກະທຳຂອງພວກເຂົາເຮັດໃຫ້ດິນແດນເປັນມົນທິນ; ສະນັ້ນ ເຮົາຈຶ່ງລົງໂທດດິນແດນນັ້ນ ໂດຍເຮັດໃຫ້ເປັນສ້ຽນໜາມຕໍ່ຄົນທີ່ເຄີຍຢູ່ອາໄສ. 26-27ພວກທີ່ໄດ້ຢູ່ໃນດິນແດນກ່ອນພວກເຈົ້າໄດ້ເຮັດແຕ່ສິ່ງເບື່ອໜ່າຍ ເຮັດໃຫ້ດິນແດນເປັນມົນທິນ ແຕ່ພວກເຈົ້າຢ່າໄດ້ເຮັດສິ່ງເຫຼົ່ານັ້ນ. ພວກເຈົ້າທຸກຄົນ ບໍ່ວ່າຄົນອິດສະຣາເອນຫລືຄົນຕ່າງດ້າວກໍຕາມທີ່ອາໄສຢູ່ກັບພວກເຈົ້າ ຕ້ອງຢຶດຖືກົດບັນຍັດແລະຂໍ້ຄຳສັ່ງທັງຫລາຍຂອງເຮົາ. 28ແລ້ວດິນແດນນີ້ກໍຈະບໍ່ເປັນສ້ຽນໜາມຕໍ່ພວກເຈົ້າ ດັ່ງທີ່ເຄີຍໄດ້ເປັນມາ ຕໍ່ພວກບໍ່ນັບຖືພຣະເຈົ້າ ທີ່ເຄີຍອາໄສຢູ່ທີ່ນັ້ນກ່ອນພວກເຈົ້າ. 29ພວກເຈົ້າກໍຮູ້ແລ້ວວ່າຜູ້ໃດກໍຕາມທີ່ເຮັດສິ່ງເບື່ອໜ່າຍເຫຼົ່ານີ້ ຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
30ເຫດສະນັ້ນ ຈົ່ງເຊື່ອຟັງຂໍ້ຄຳສັ່ງທີ່ເຮົາໃຫ້ພວກເຈົ້າ ແລະຢ່າເຮັດຕາມຮີດຄອງຂອງປະຊາຊົນ ທີ່ໄດ້ອາໄສຢູ່ໃນດິນແດນນີ້ກ່ອນພວກເຈົ້າ ແລະຢ່າເຮັດໃຫ້ພວກເຈົ້າເປັນມົນທິນ ໂດຍປະຕິບັດຕາມຮີດຄອງເຫຼົ່ານັ້ນ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
Nke Ahọpụtara Ugbu A:
ລະບຽບ^ພວກເລວີ 18: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.

: