ລະບຽບ^ພວກເລວີ 12
12
ພິທີຊຳລະຜູ້ຍິງໃຫ້ບໍຣິສຸດຫລັງຈາກເກີດລູກ
1ພຣະເຈົ້າຢາເວໄດ້ມອບລະບຽບການດັ່ງຕໍ່ໄປນີ້ໃຫ້ໂມເຊ 2ສຳລັບປະຊາຊົນອິດສະຣາເອນ. ເຈັດມື້ຫລັງຈາກຜູ້ຍິງເກີດລູກເປັນຜູ້ຊາຍແລ້ວ ນາງເປັນມົນທິນຕາມກົດບັນຍັດ ເໝືອນກັນກັບໄລຍະທີ່ນາງເປັນປະຈຳເດືອນ. 3ໃນມື້ທີແປດ ເດັກນ້ອຍຜູ້ນີ້ຈະຕ້ອງຮັບພິທີຕັດ. 4ແລ້ວອີກສາມສິບສາມວັນຕໍ່ມາ ນາງຈຶ່ງບໍ່ເປັນມົນທິນຕາມກົດບັນຍັດ ອັນເນື່ອງມາຈາກການເສຍເລືອດນັ້ນ; ນາງຕ້ອງບໍ່ແຕະຕ້ອງສິ່ງໃດໆທີ່ສັກສິດ ຫລືເຂົ້າໄປໃນຫໍເຕັນ ຈົນກວ່າການຊຳລະຕົວໃຫ້ບໍຣິສຸດໄດ້ຜ່ານພົ້ນໄປແລ້ວ.
5ຫລັງຈາກເກີດລູກເປັນຜູ້ຍິງໄດ້ສິບສີ່ວັນ ຜູ້ຍິງນັ້ນເປັນມົນທິນຕາມກົດບັນຍັດເໝືອນກັນກັບໃນໄລຍະທີ່ນາງເປັນປະຈຳເດືອນ. ແລ້ວອີກຫົກສິບຫົກວັນຕໍ່ມາ ນາງຈຶ່ງບໍ່ເປັນມົນທິນຕາມກົດບັນຍັດ ອັນເນື່ອງມາຈາກການເສຍເລືອດນັ້ນ.
6ເມື່ອກຳນົດຊຳລະຕົວໃຫ້ບໍຣິສຸດໄດ້ຜ່ານພົ້ນໄປແລ້ວ ບໍ່ວ່າໄດ້ລູກຜູ້ຍິງຫລືລູກຜູ້ຊາຍກໍດີ ນາງຈະຕ້ອງນຳລູກແກະອາຍຸໜຶ່ງປີ ມາໃຫ້ປະໂຣຫິດທີ່ຫໍເຕັນບ່ອນຊຸມນຸມ ເພື່ອເຮັດພິທີເຜົາຖວາຍບູຊາ ແລະນົກກາງແກຫລືນົກເຂົາໜຶ່ງໂຕ ເພື່ອຖວາຍບູຊາລຶບລ້າງບາບ. 7ປະໂຣຫິດຈະເອົາເຄື່ອງຖວາຍຂອງນາງມາຖວາຍຕໍ່ໜ້າພຣະເຈົ້າຢາເວ ແລະຖວາຍບູຊາຊຳລະມົນທິນໃຫ້ແກ່ນາງ ແລ້ວນາງກໍຈະບໍ່ເປັນມົນທິນຕາມກົດບັນຍັດ. ນີ້ແມ່ນລະບຽບການທີ່ຜູ້ຍິງຕ້ອງປະຕິບັດ ຫລັງຈາກທີ່ນາງໄດ້ອອກລູກແລ້ວ.
8ຖ້ານາງບໍ່ສາມາດຖວາຍລູກແກະໄດ້ ຕ້ອງໃຫ້ນຳນົກເຂົາຫລືນົກກາງແກສອງໂຕມາ; ໂຕໜຶ່ງເພື່ອເຜົາຖວາຍບູຊາ ແລະອີກໂຕໜຶ່ງເພື່ອຖວາຍລຶບລ້າງບາບ. ປະໂຣຫິດຈະຖວາຍບູຊາຊຳລະມົນທິນໃຫ້ແກ່ນາງ ແລະຍິງນັ້ນກໍຈະບໍ່ເປັນມົນທິນຕາມກົດບັນຍັດ.
Nke Ahọpụtara Ugbu A:
ລະບຽບ^ພວກເລວີ 12: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.

: