Akara Njirimara YouVersion
Akara Eji Eme Ọchịchọ

ລະບຽບ^ພວກເລວີ 1

1
ເຄື່ອງ​ບູຊາ​ເຜົາ​ສັດ​ທັງ​ໂຕ
1ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ 2ໃຫ້​ໄປ​ບອກ​ຊາວ​ອິດສະຣາເອນ ປະຕິບັດ​ຕາມ​ລະບຽບການ​ດັ່ງ​ຕໍ່ໄປນີ້: ເມື່ອ​ພວກເຂົາ​ມີ​ການ​ຖວາຍບູຊາ.
ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຕ້ອງການ​ຖວາຍ​ສັດ​ໂຕໜຶ່ງ​ໃນ​ຝູງ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອາດ​ຈະ​ເປັນ​ງົວ ຫລື​ແກະ ຫລື​ແບ້​ກໍຕາມ. 3ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ. 4ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ພຣະອົງ​ພໍໃຈ​ຮັບ​ເອົາ​ສັດ​ນັ້ນ ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ. 5ລາວ​ຈະ​ຕ້ອງ​ຂ້າປາດຄໍ​ງົວເຖິກ​ຢູ່​ທີ່​ນັ້ນ ແລະ​ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ຖວາຍ​ເລືອດ​ສັດ​ນັ້ນ ແລ້ວ​ຖອກ​ເລືອດ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ ທີ່​ຕັ້ງ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. 6ແລ້ວ​ລາວ​ກໍ​ຈະ​ລອກ​ໜັງ​ສັດ​ອອກ​ແລະ​ຕັດ​ສັດ​ເປັນ​ຕ່ອນໆ. 7ລູກຊາຍ​ຂອງ​ອາໂຣນ​ຜູ້​ເປັນ​ປະໂຣຫິດ​ກໍ​ຈະ​ກອງ​ຟືນ ແລະ​ດັງ​ໄຟ​ຂຶ້ນ​ທີ່​ເທິງ​ແທ່ນ. 8ແລ້ວ​ພວກເຂົາ​ກໍ​ຈະ​ເອົາ​ຕ່ອນ​ສັດ​ທັງໝົດ ພ້ອມ​ກັບ​ຫົວ​ແລະ​ໄຂມັນ​ເຜົາ​ໃສ່​ໄຟ. 9ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ພວກ​ປະໂຣຫິດ​ທີ່​ເຮັດ​ພິທີ​ຈະ​ເຜົາ​ຕ່ອນ​ຊີ້ນ​ງົວ​ທັງໝົດ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.
10ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ ຫລື​ແບ້​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ ຕ້ອງ​ໃຫ້​ເປັນ​ໂຕ​ເຖິກ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ. 11ລາວ​ຈະ​ຕ້ອງ​ຂ້າປາດຄໍ​ສັດ​ນັ້ນ​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ບັນດາ​ພວກ​ລູກຊາຍ​ຂອງ​ອາໂຣນ​ຊຶ່ງ​ເປັນ​ປະໂຣຫິດ ກໍ​ຈະ​ຖອກ​ເລືອດ​ສັດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ. 12ຫລັງຈາກ​ຊາຍ​ຄົນ​ນັ້ນ​ໄດ້​ຕັດ​ຊີ້ນ​ສັດ​ເປັນ​ຕ່ອນໆ​ແລ້ວ ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເອົາ​ຊີ້ນ​ສັດ ເຜົາ​ໃສ່​ໄຟ​ພ້ອມ​ທັງ​ຫົວ​ແລະ​ໄຂມັນ. 13ຜູ້​ທີ່​ນຳ​ສັດ​ມາ​ຖວາຍ​ນັ້ນ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ປະໂຣຫິດ​ກໍ​ຈະ​ນຳ​ສ່ວນ​ທັງໝົດ​ມາ​ຖວາຍ​ເຜົາ​ບູຊາ​ທີ່​ເທິງ​ແທ່ນບູຊາ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.
14ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ນົກ​ເປັນ​ເຄື່ອງ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ແມ່ນ​ນົກເຂົາ​ຫລື​ນົກ​ກາງແກ. 15ປະໂຣຫິດ​ຈະ​ຕ້ອງ​ນຳ​ນົກ​ນັ້ນ​ມາ​ທີ່​ແທ່ນບູຊາ ບິດ​ຄໍ​ນົກ​ໃຫ້​ຕາຍ ແລະ​ເຜົາ​ຫົວ​ນົກ​ເທິງ​ແທ່ນບູຊາ, ບີບ​ເລືອດ​ນົກ​ໃຫ້​ໄຫຼ​ອອກ​ທາງ​ຂ້າງ​ແທ່ນບູຊາ. 16ລາວ​ຕ້ອງ​ດຶງ​ໜຽງ​ອອກ ແລະ​ຖິ້ມ​ໃສ່​ບ່ອນ​ຖິ້ມ​ຂີ້ເຖົ່າ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແທ່ນບູຊາ. 17ລາວ​ຈະ​ຕ້ອງ​ພື​ປີກ​ຈີກ​ທ້ອງ​ນົກ​ອອກ ໂດຍ​ບໍ່​ໃຫ້​ປີກ​ຂາດ​ອອກ​ຈາກ​ໂຕ ແລະ​ໃຫ້​ປະໂຣຫິດ​ເຜົາ​ນົກ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

Mee ka ọ bụrụ isi

Kesaa

Mapịa

None

Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye