ປະຖົມມະການ 49:24-25
ປະຖົມມະການ 49:24-25 ພຄພ
ແຕ່ໂຢເຊັບຖືໜ້າທະນູໄວ້ໃນກຳມືຢ່າງໝັ້ນແກ່ນ ແລະແຂນລາວຈຶ່ງໄດ້ຮັບຊ່ວຍຊູຂຶ້ນໃຫ້ແຂງແຮງ; ເປັນເພາະຣິດອຳນາດຂອງພຣະອົງ ຄືພຣະເຈົ້າອົງຊົງນຳພາຢາໂຄບມາຕະຫລອດ. ພຣະອົງເປັນທັງຜູ້ປົກປ້ອງຄຸ້ມຄອງຕະຫລອດມາ ທັງເປັນພຣະຜູ້ລ້ຽງຊົນເຜົ່າຊາດອິດສະຣາເອນດ້ວຍ. ຍ້ອນຄວາມຊ່ວຍຊູຂອງພຣະເຈົ້າແຫ່ງພຣະບິດາ ອົງຊົງຣິດອຳນາດຍິ່ງໃຫຍ່ຖອກເທພອນລົງມາ ເໝືອນດັ່ງຫ່າຝົນເທລົງມາສູ່ພິພົບ ປັດຖະພີບໍ່ຫລົບຫລີກໄດ້ເລີຍໄປສູ່ພື້ນທ້ອງທາລາ. ໂດຍອວຍພອນໃຫ້ມີລົ້ນ ທັງຝູງງົວແລະລູກຫລານຕື່ມ ໃຫ້ເປັນກໍເປັນເຫງົ້າຢ່າງຫລວງຫລາຍ.