Akara Njirimara YouVersion
Akara Eji Eme Ọchịchọ

ຄາລາເຕຍ 2:15-16

ຄາລາເຕຍ 2:15-16 ພຄພ

ແມ່ນ​ຢູ່ ພວກເຮົາ​ເປັນ​ຢິວ​ໂດຍ​ກຳເນີດ ແລະ​ບໍ່ແມ່ນ “ພວກ​ຕ່າງຊາດ​ທີ່​ເປັນ​ຄົນ​ບາບ”, ແຕ່​ພວກເຮົາ​ກໍ​ຮູ້​ຢູ່​ວ່າ ບໍ່ມີ​ຜູ້ໃດ​ຖືກ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ແຕ່​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ​ເທົ່ານັ້ນ ເຖິງ​ແມ່ນ​ພວກເຮົາ​ກໍ​ຍັງ​ເຊື່ອວາງໃຈ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ “ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ໄດ້.”