ອົບພະຍົບ 9:9-10
ອົບພະຍົບ 9:9-10 ພຄພ
ແລ້ວຂີ້ເຖົ່ານັ້ນກໍຈະປິວໄປດັ່ງຂີ້ຝຸ່ນດິນເມັດນ້ອຍໆທົ່ວປະເທດເອຢິບ ແລະທຸກບ່ອນທີ່ຂີ້ຝຸ່ນດິນນີ້ຕົກຖືກຈະເກີດຕຸ່ມຝີຕາມຕົນຕົວ ຊຶ່ງແຕກເປັນບາດລາມໄປຕາມຮ່າງກາຍຂອງຄົນແລະສັດ.” ສະນັ້ນ ໂມເຊກັບອາໂຣນຈຶ່ງກຳເອົາຂີ້ເຖົ່າໄຟໄປຢືນຢູ່ຕໍ່ໜ້າກະສັດຟາໂຣ; ໂມເຊຫວ່ານຂີ້ເຖົ່າໄຟນັ້ນຂຶ້ນສູ່ອາກາດ ແລະມັນກໍປິວໄປຕົກໃສ່ຄົນ ແລະສັດອັນເປັນເຫດໃຫ້ເກີດຕຸ່ມຝີ ແລະແຕກເປັນບາດແຜຕາມຕົນຕົວ.