ອົບພະຍົບ 9:18-19
ອົບພະຍົບ 9:18-19 ພຄພ
ສະນັ້ນ ມື້ອື່ນໃນເວລາດຽວກັນນີ້ ເຮົາຈະໃຫ້ໝາກເຫັບລູກໃຫຍ່ຕົກລົງຢ່າງໜັກ ຢ່າງບໍ່ເຄີຍມີມາຈັກເທື່ອໃນປະຫວັດສາດຂອງປະເທດເອຢິບ. ບັດນີ້ ຈົ່ງຕ້ອນຝູງສັດ ແລະສິ່ງຂອງຕ່າງໆໃນກາງແຈ້ງເຂົ້າສູ່ບ່ອນກຳບັງ. ຄົນທຸກຄົນແລະສັດທຸກໂຕທີ່ຢູ່ນອກ ຈະຖືກໝາກເຫັບລູກໃຫຍ່ຕົກໃສ່ຕາຍໝົດ.”’