ອົບພະຍົບ 39
39
ໂມເຊເຮັດເຄື່ອງແຕ່ງກາຍຂອງປະໂຣຫິດ
(ອພຍ 28:1-14)
1ພວກເຂົາໄດ້ໃຊ້ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ເຮັດເຄື່ອງແຕ່ງກາຍອັນງົດງາມຂອງປະໂຣຫິດ ເພື່ອນຸ່ງເຂົ້າໄປບົວລະບັດຮັບໃຊ້ໃນບ່ອນສັກສິດ. ພວກເຂົາໄດ້ເຮັດເຄື່ອງແຕ່ງກາຍຂອງປະໂຣຫິດໃຫ້ອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
2ພວກເຂົາໄດ້ໃຊ້ຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ແລະດ້າຍຄຳເຮັດເສື້ອຄຸມສັ້ນເອໂຟດ. 3ພວກເຂົາໄດ້ຕີຄຳໃຫ້ແບນອອກເປັນແຜ່ນບາງໆ ແລະໄດ້ຕັດເປັນເສັ້ນນ້ອຍໆ ເພື່ອຕໍ່າເຂົ້າກັນກັບຜ້າປ່ານເນື້ອລະອຽດດີ ແລະຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ. 4ພວກເຂົາໄດ້ຕັດຜ້າສອງແຜ່ນນ້ອຍໆ ຊຶ່ງສົ້ນທັງສອງສາມາດມັດຕິດກັບເສື້ອຄຸມສັ້ນເອໂຟດໄດ້. 5ສ່ວນສາຍຮັດນັ້ນ ໄດ້ໃຊ້ຜ້າປ່ານເນື້ອລະອຽດດີເຮັດ ໂດຍຫຍິບຕິດໃສ່ກັບເສື້ອຄຸມສັ້ນເອໂຟດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 6ພວກເຂົາໄດ້ຝັງແກ້ວໂກເມນໃສ່ກະໂບກຄຳຢ່າງຊຳນິຊຳນານ ພ້ອມທັງຈາລຶກຊື່ລູກຊາຍຂອງຢາໂຄບສິບສອງຄົນໃສ່ດ້ວຍ. 7ພວກເຂົາປະດັບມັນໄວ້ທີ່ເທິງຜ້າຮັດເສື້ອຄຸມສັ້ນເອໂຟດ ເພື່ອໃຫ້ລະນຶກເຖິງສິບສອງເຜົ່າຂອງຊາດອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ໂມເຊເຮັດແຜ່ນປົກເອິກ
(ອພຍ 28:15-30)
8ແຜ່ນປົກເອິກນັ້ນແມ່ນໄດ້ໃຊ້ວັດຖຸຊະນິດດຽວກັນກັບເຮັດເສື້ອຄຸມສັ້ນເອໂຟດ ແລະຫຍິບແສ່ວແບບດຽວກັນ. 9ສ່ວນແຜ່ນປົກເອິກນັ້ນໄດ້ເຮັດເປັນສີ່ຫລ່ຽມມົນທົນ ພັບເຄິ່ງກາງໄດ້ ແລະແຕ່ລະຂ້າງມີຊາວສອງເຊັນ. 10ພວກເຂົາຍັງຕີຂອບຄຳແລະຝັງແກ້ວສີ່ແຖວໃສ່ເທິງແຜ່ນປົກເອິກນັ້ນຄື: ໃນແຖວທີໜຶ່ງໄດ້ຝັງທັບທິມ, ພອຍເຫລືອງ, ໂກເມນ; 11ໃນແຖວທີສອງໄດ້ຝັງມໍຣະກົດ, ໄພທູນ ແລະເພັດ; 12ໃນແຖວທີສາມໄດ້ຝັງນິນ, ໂມລາ ແລະເພທາຍສີມ່ວງ; 13ແລະໃນແຖວທີສີ່ໄດ້ຝັງເພທາຍ, ພອຍສີແດງໃສ ແລະມະນີໂຊດ. 14ແກ້ວແຕ່ລະຢ່າງໃນຈຳນວນສິບສອງຊະນິດນັ້ນ ໄດ້ຈາລຶກຊື່ພວກລູກຊາຍຂອງຢາໂຄບໃສ່ ຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນ. 15ສຳລັບແຜ່ນປົກເອິກນັ້ນ ພວກເຂົາໄດ້ຕີສາຍສ້ອຍຄຳສົດຖັກກ້ຽວກັນຄືເຊືອກ. 16ພວກເຂົາໄດ້ເຮັດຂອບຄຳສອງອັນ ເຮັດແຫວນສອງວົງ ແລະຈອດຕິດກັບສົ້ນເບື້ອງເທິງຂອງແຜ່ນປົກເອິກ. 17ພວກເຂົາໄດ້ມັດສົ້ນຂອງສາຍສ້ອຍຄຳສອງສາຍໃສ່ກັບແຫວນຄຳສອງວົງ ທີ່ໄດ້ຈອດຕິດກັບແຜ່ນປົກເອິກ 18ແລະມັດສົ້ນສາຍສ້ອຍຄຳສອງສາຍອີກ ໃສ່ກັບແຜ່ນປົກເອິກ ເພື່ອໃຫ້ຮັດເອິກຕິດກັບບ່າ ແລະຕິດກັບແຖບເສື້ອຄຸມສັ້ນເອໂຟດໄດ້. 19ພວກເຂົາເຮັດແຫວນຄຳສອງວົງ ເພື່ອໃຊ້ເປັນຫູຕິດໃສ່ກັບສົ້ນເສື້ອເບື້ອງລຸ່ມ ຂອງແຜ່ນປົກເອິກຂ້າງໃນໂດຍໃຫ້ມັນຕິດກັບເສື້ອຄຸມສັ້ນເອໂຟດ. 20ພວກເຂົາໄດ້ເຮັດແຫວນຄຳອີກສອງວົງ ເພື່ອຜູກຕິດກັບທາງລຸ່ມຂອງສາຍດຶງທັງສອງຂ້າງ ທີ່ເບື້ອງໜ້າບ່າໄຫລ່ຂອງເສື້ອຄຸມສັ້ນເອໂຟດ ຄືໃກ້ກັບສາຍດຶງແລະເທິງສາຍແອວປ່ານ. 21ເພື່ອບໍ່ໃຫ້ມັນຫລວມແລະຫລຸດລົງໄດ້ ພວກເຂົາຍັງໄດ້ຜູກຫູແຜ່ນປົກເອິກ ໃຫ້ຮັດຕິດກັບເອິກທີ່ເທິງສາຍແອວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ໂມເຊເຮັດເຄື່ອງແຕ່ງກາຍອື່ນໆຂອງປະໂຣຫິດ
(ອພຍ 28:31-43)
22ເສື້ອຄຸມຍາວທີ່ຢູ່ລຸ່ມເສື້ອຄຸມສັ້ນເອໂຟດນັ້ນ ໄດ້ເຮັດດ້ວຍຜ້າຂົນແກະສີຟ້າທັງໝົດ. 23ເສື້ອນີ້ໄດ້ຫຍິບເປັນເສື້ອຄໍສຸບ ແລະແນບດ້ວຍຜ້າໜາເພື່ອບໍ່ໃຫ້ຂາດງ່າຍ. 24-26ຢູ່ທີ່ຕີນຂອງເສື້ອຄຸມນັ້ນ ພວກເຂົາໄດ້ປັກຮູບໝາກພີລາເປັນຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມສັບກັນໄປກັບໝາກກະດິ່ງທີ່ເຮັດດ້ວຍຄຳສົດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
27ພວກເຂົາໄດ້ຫຍິບເສື້ອຄຸມຍາວມີແຂນສຳລັບອາໂຣນ ແລະພວກລູກຊາຍຂອງລາວ, 28ພ້ອມທັງເຮັດຜ້າປົກຫົວ, ໝວກສຸບ, ສົ້ງຂາສັ້ນ, 29ແລະສາຍແອວ ດ້ວຍຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ໂດຍຕົບແຕ່ງດ້ວຍການຫຍິບແສ່ວຢ່າງງາມ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 30ສ່ວນເຄື່ອງເອ້ທີ່ເປັນເຄື່ອງໝາຍເຖິງການອຸທິດຕົວ ພ້ອມທັງຈາລຶກຖ້ອຍຄຳວ່າ, “ອຸທິດຖວາຍແດ່ພຣະເຈົ້າຢາເວ” ນັ້ນແມ່ນເຮັດດ້ວຍຄຳສົດທັງໝົດ. 31ພວກເຂົາໄດ້ມັດເຄື່ອງເອ້ນັ້ນຕິດໃສ່ກັບໝວກທີ່ດ້ານໜ້າດ້ວຍເຊືອກສີຟ້າ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ວຽກງານສ້າງສຳເລັດ
(ອພຍ 35:10-19)
32ໃນທີ່ສຸດ ການສ້າງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ກໍສຳເລັດລົງທຸກຢ່າງ. ຊາວອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 33ພວກເຂົາໄດ້ນຳເອົາຫໍເຕັນສັກສິດພ້ອມທັງເຄື່ອງໃຊ້ທັງໝົດປະຈຳຫໍເຕັນ ມາໃຫ້ໂມເຊເບິ່ງເຊັ່ນ: ຂໍເກາະ, ຮ່າງຂອບໄມ້, ໄມ້ຂາງ, ເສົາ ແລະຕີນຮອງເສົາ; 34ຜ້າປົກຄຸມທີ່ເຮັດດ້ວຍໜັງແກະເຖິກຍ້ອມສີແດງ, ຜ້າປົກຄຸມທີ່ເຮັດດ້ວຍໜັງສັດອັນລະອຽດດີແລະຜ້າກັ້ງບັງ; 35ຫີບໃສ່ແຜ່ນຫີນພັນທະສັນຍາພ້ອມທັງຄານຫາມ ແລະຝາອັດຫີບ; 36ໂຕະແລະເຄື່ອງໃຊ້ທຸກຢ່າງປະຈຳໂຕະແລະເຂົ້າຈີ່ຖວາຍ; 37ຫລັກຕັ້ງຕະກຽງທີ່ເຮັດດ້ວຍຄຳສົດ, ຕະກຽງ ແລະເຄື່ອງໃຊ້ທຸກຢ່າງສຳລັບຕະກຽງ ແລະນໍ້າມັນສຳລັບໄຕ້ຕະກຽງ; 38ແທ່ນຄຳ ນໍ້າມັນເຈີມສັກສິດ ເຄື່ອງຫອມສຳລັບການເຜົາຖວາຍບູຊາ; ຜ້າກັ້ງທາງປະຕູເຂົ້າຫໍເຕັນ; 39ແທ່ນທອງສຳຣິດພ້ອມດ້ວຍຕະຂ່າຍທີ່ເຮັດດ້ວຍທອງສຳຣິດ, ຄານຫາມປະຈຳແທ່ນ ແລະເຄື່ອງໃຊ້ທັງໝົດປະຈຳແທ່ນ; ຂັນຊຳລະ ແລະພານຮອງຂັນ; 40ຜ້າກັ້ງສຳລັບອ້ອມຮອບຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ພ້ອມທັງເສົາ ແລະຕີນຮອງເສົາ; ຜ້າກັ້ງສຳລັບປະຕູທາງເຂົ້າ ແລະເຊືອກເນັ່ງ, ຫລັກສຽບຂອງຫໍເຕັນ, ອຸປະກອນທັງໝົດທີ່ໃຊ້ປະຈຳຫໍເຕັນ; 41ແລະເຄື່ອງແຕ່ງກາຍອັນສະຫງ່າງາມປະຈຳຕຳແໜ່ງປະໂຣຫິດ, ເພື່ອໃສ່ເມື່ອເຂົ້າໄປໃນບ່ອນສັກສິດ ຄືເຄື່ອງແຕ່ງກາຍສຳລັບອາໂຣນ ແລະສຳລັບພວກລູກຊາຍຂອງລາວ. 42ຊາວອິດສະຣາເອນໄດ້ເຮັດວຽກທຸກຢ່າງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 43ແລ້ວໂມເຊກໍກວດເບິ່ງທຸກໆສິ່ງ ແລະເຫັນວ່າ ພວກເຂົາໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. ດັ່ງນັ້ນ ໂມເຊຈຶ່ງໄດ້ອວຍພອນພວກເຂົາ.
Nke Ahọpụtara Ugbu A:
ອົບພະຍົບ 39: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.