Akara Njirimara YouVersion
Akara Eji Eme Ọchịchọ

ອົບພະຍົບ 27:20-21

ອົບພະຍົບ 27:20-21 ພຄພ

ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ນຳ​ນໍ້າມັນ​ໝາກກອກເທດ​ອັນ​ດີທີ່ສຸດ ມາ​ໃຫ້​ເຈົ້າ​ສຳລັບ​ໄຕ້​ຕະກຽງ​ໃນ​ເວລາ​ກາງຄືນ ເພື່ອ​ມັນ​ຈະ​ສ່ອງ​ແສງ​ສະຫວ່າງ​ຢູ່​ສະເໝີ. ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”