ອົບພະຍົບ 24:16-18
ອົບພະຍົບ 24:16-18 ພຄພ
ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍລົງມາທີ່ເທິງພູເຂົາຊີນາຍ. ໃນສາຍຕາຂອງຊາວອິດສະຣາເອນແລ້ວ ແສງນັ້ນເບິ່ງຄືໄຟທີ່ກຳລັງໄໝ້ເທິງພູເຂົາ. ເມກໄດ້ປົກຄຸມພູຢູ່ເປັນເວລາຫົກວັນ ແລະໃນວັນທີເຈັດ ພຣະເຈົ້າຢາເວໄດ້ເອີ້ນໂມເຊຈາກເມກທີ່ປົກຄຸມນັ້ນ. ໂມເຊໄດ້ຍ່າງຂຶ້ນໄປເທິງພູເຂົາ ແລະເຂົ້າໄປໃນເມກນັ້ນ. ເພິ່ນໄດ້ຢູ່ໃນທີ່ນັ້ນເປັນເວລາສີ່ສິບວັນ ແລະສີ່ສິບຄືນ.

