ອົບພະຍົບ 16:3-4
ອົບພະຍົບ 16:3-4 ພຄພ
ພວກເຂົາເວົ້າວ່າ, “ພວກເຮົາຢາກໃຫ້ພຣະເຈົ້າຢາເວຂ້າພວກເຮົາຖິ້ມຢູ່ປະເທດເອຢິບ ບ່ອນທີ່ພວກເຮົາໄດ້ກິນເຂົ້າປາອາຫານເຕັມອີ່ມພຸ້ນສາ! ແຕ່ທ່ານຊໍ້າພັດນຳພວກເຮົາມາອຶດຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.” ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ບັດນີ້ ເຮົາຈະບັນດານໃຫ້ເຂົ້າຈີ່ຕົກລົງມາຈາກສະຫວັນ ດັ່ງຫ່າຝົນໃຫ້ພວກເຈົ້າທຸກຄົນໄດ້ກິນ. ຈົ່ງບອກປະຊາຊົນໄປເກັບເອົາແຕ່ລະວັນ ໃຫ້ພໍດີກິນສຳລັບວັນໜຶ່ງ. ໂດຍວິທີນີ້ເຮົາຈຶ່ງທົດສອບເບິ່ງໄດ້ວ່າ ພວກເຂົາຈະເຮັດຕາມຂໍ້ຄຳສັ່ງຂອງເຮົານັ້ນຫລືບໍ່.

