ໂກໂລຊາຍ 2:6-7
ໂກໂລຊາຍ 2:6-7 ພຄພ
ໃນເມື່ອພວກເຈົ້າຮັບເອົາພຣະຄຣິດເຈົ້າເຢຊູ ເປັນອົງພຣະຜູ້ເປັນເຈົ້າໄວ້ແລ້ວ ຈົ່ງດຳເນີນຊີວິດຢູ່ໃນພຣະອົງດ້ວຍ. ຈົ່ງຢັ່ງຮາກແລະກໍ່ຮ່າງສ້າງຊີວິດຂອງພວກເຈົ້າຂຶ້ນເທິງພຣະອົງ ແລະຈົ່ງຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ ຕາມທີ່ພວກເຈົ້າໄດ້ຮັບຄຳສັ່ງສອນມາແລ້ວນັ້ນ ຈົ່ງໃຫ້ຈິດໃຈເຕັມລົ້ນດ້ວຍການຂອບພຣະຄຸນ.









