1 ໂກຣິນໂທ 12:8-10
1 ໂກຣິນໂທ 12:8-10 ພຄພ
ພຣະເຈົ້າຊົງປະທານໂດຍທາງພຣະວິນຍານ ໃຫ້ຄົນໜຶ່ງມີຖ້ອຍຄຳທີ່ປະກອບດ້ວຍສະຕິປັນຍາ ແລະໂຜດໃຫ້ຄົນໜຶ່ງອີກ ມີຖ້ອຍຄຳທີ່ປະກອບດ້ວຍວິຊາຄວາມຮູ້, ແຕ່ແມ່ນພຣະວິນຍານອົງດຽວກັນ. ແລະໃຫ້ຄົນໜຶ່ງມີຄວາມເຊື່ອ ແຕ່ແມ່ນພຣະວິນຍານອົງດຽວກັນ ແລະໂຜດໃຫ້ຄົນໜຶ່ງອີກ ມີຣິດອຳນາດໃຫ້ຄົນດີພະຍາດ ແຕ່ແມ່ນພຣະວິນຍານອົງດຽວ. ແລະໃຫ້ຄົນໜຶ່ງມີຣິດອຳນາດເຮັດການອັດສະຈັນ ແລະໃຫ້ຄົນໜຶ່ງມີຂອງປະທານໃນການປະກາດພຣະທຳ ແລະໂຜດໃຫ້ຄົນໜຶ່ງອີກຮູ້ສັງເກດວິນຍານຕ່າງໆ ແລະໃຫ້ຄົນໜຶ່ງມີຄວາມສາມາດເວົ້າພາສາແປກໆ ແລະໂຜດໃຫ້ຄົນໜຶ່ງອີກມີຄວາມສາມາດແປພາສາແປກໆ.

