1
ໂຣມ 7:25
ພຣະຄຳພີສັກສິ
ພຄພ
ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ອົງທີ່ດຳເນີນການນີ້ໂດຍທາງພຣະເຢຊູຄຣິດເຈົ້າ ພຣະອົງເຈົ້າຂອງພວກເຮົາ. ເຫດສະນັ້ນ ທາງດ້ານຈິດໃຈຂອງເຮົາ ເຮົາກໍເປັນທາດກົດບັນຍັດຂອງພຣະເຈົ້າ ແຕ່ດ້ານຮ່າງກາຍເຮົາກໍເປັນທາດຂອງກົດແຫ່ງຄວາມຜິດບາບ.
Lee anya n'etiti ihe abụọ
Nyochaa ໂຣມ 7:25
2
ໂຣມ 7:18
ເພາະເຮົາຮູ້ວ່າໃນຕົວເຮົາ ຄືໃນສັນດານມະນຸດນັ້ນ ບໍ່ມີການດີຈັກຢ່າງຢູ່ນຳ. ເຖິງແມ່ນວ່າ ການຢາກເຮັດດີມີຢູ່ໃນຕົວເຮົາ, ແຕ່ເຮົາກໍບໍ່ສາມາດເຮັດດີໄດ້.
Nyochaa ໂຣມ 7:18
3
ໂຣມ 7:19
ເຮົາບໍ່ໄດ້ເຮັດການດີທີ່ເຮົາຢາກເຮັດ, ແຕ່ເຮົາຊໍ້າພັດເຮັດການຊົ່ວທີ່ເຮົາບໍ່ຢາກເຮັດ.
Nyochaa ໂຣມ 7:19
4
ໂຣມ 7:20
ຖ້າເຮົາເຮັດສິ່ງທີ່ເຮົາບໍ່ຢາກເຮັດ ກໍບໍ່ແມ່ນຕົວເຮົາເອງເປັນຜູ້ເຮັດ, ແຕ່ແມ່ນຄວາມບາບທີ່ຢູ່ໃນຕົວເຮົາເປັນຜູ້ເຮັດ.
Nyochaa ໂຣມ 7:20
5
ໂຣມ 7:21-22
ດັ່ງນັ້ນ ເຮົາຈຶ່ງຄົ້ນພົບກົດຢ່າງໜຶ່ງ ຄືເມື່ອເຮົາຢາກເຮັດໃນສິ່ງທີ່ດີ ສິ່ງທີ່ຊົ່ວກໍມາຕັນເຮົາໄວ້. ສ່ວນເລິກໃນຈິດໃຈຂອງເຮົາແລ້ວ ເຮົາກໍພໍໃຈປິຕິຍິນດີກັບກົດບັນຍັດຂອງພຣະເຈົ້າ.
Nyochaa ໂຣມ 7:21-22
6
ໂຣມ 7:16
ໃນເມື່ອສິ່ງທີ່ເຮົາເຮັດນັ້ນ ແມ່ນສິ່ງທີ່ເຮົາບໍ່ຢາກເຮັດ ກໍສະແດງວ່າເຮົາເຫັນພ້ອມວ່າ ກົດບັນຍັດນັ້ນຖືກຕ້ອງ.
Nyochaa ໂຣມ 7:16
Ebe Mmepe Nke Mbụ Nke Ngwá
Akwụkwọ Nsọ
Atụmatụ Ihe Ogụgụ Gasị
Vidiyo Gasị