ເຮົາຈະຢູ່ທ່າມກາງປະຊາຊົນອິດສະຣາເອນ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ. ພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຜູ້ໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບ ກໍເພື່ອເຮົາຈະຢູ່ທ່າມກາງພວກເຂົາ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”