ຈົ່ງສັ່ງປະຊາຊົນອິດສະຣາເອນໃຫ້ນຳນໍ້າມັນໝາກກອກເທດອັນດີທີ່ສຸດ ມາໃຫ້ເຈົ້າສຳລັບໄຕ້ຕະກຽງໃນເວລາກາງຄືນ ເພື່ອມັນຈະສ່ອງແສງສະຫວ່າງຢູ່ສະເໝີ. ໃຫ້ອາໂຣນ ແລະພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາໃນຫໍເຕັນບ່ອນຊຸມນຸມເບື້ອງນອກ ຄືຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າພຣະເຈົ້າຢາເວ. ຈົ່ງໃຫ້ຊາວອິດສະຣາເອນກັບເຊື້ອສາຍຂອງພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄຳສັ່ງນີ້ຕະຫລອດໄປ.”