ການສູ້ຮົບເລີ່ມຂຶ້ນ ເມື່ອໃດທີ່ໂມເຊຍົກແຂນຂຶ້ນ ຊາວອິດສະຣາເອນກໍເປັນຝ່າຍໄດ້ໄຊຊະນະ, ແຕ່ພໍໂມເຊປ່ອຍແຂນລົງ ຝ່າຍອາມາເຫຼັກກໍເລີ່ມເປັນຝ່າຍໄດ້ໄຊຊະນະ. ເມື່ອເຫັນແຂນຂອງໂມເຊອ່ອນລົງເພາະຄວາມອິດເມື່ອຍ ອາໂຣນກັບຮູເຣກໍໄດ້ຫາກ້ອນຫີນມາໃຫ້ໂມເຊນັ່ງ; ໃນເວລາດຽວກັນນັ້ນ ພວກເຂົາກໍຢືນຈັບແຂນໂມເຊຍົກຂຶ້ນຈົນກວ່າຕາເວັນຕົກດິນ.