ແລ້ວພວກເຂົາກໍໄດ້ມາຮອດບ່ອນໜຶ່ງທີ່ເອີ້ນວ່າ ມາຣາ, ແຕ່ນໍ້າໃນທີ່ນັ້ນຂົມຫລາຍຈົນດື່ມບໍ່ໄດ້. ສະນັ້ນ ບ່ອນນີ້ຈຶ່ງມີຊື່ວ່າ ມາຣາ. ປະຊາຊົນໄດ້ຈົ່ມຮ້າຍໃສ່ໂມເຊ ແລະຖາມເພິ່ນວ່າ, “ພວກເຮົາຈະຫານໍ້າມາແຕ່ໃສດື່ມ?” ໂມເຊຈຶ່ງໄດ້ໄຫວ້ວອນພາວັນນາອະທິຖານດ້ວຍໃຈຮ້ອນຮົນຕໍ່ພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍໄດ້ສຳແດງໃຫ້ໂມເຊເຫັນໄມ້ທ່ອນໜຶ່ງ. ໂມເຊໄດ້ຈັບເອົາໄມ້ທ່ອນນັ້ນຖິ້ມລົງໃສ່ນໍ້າ. ດັ່ງນັ້ນ ນໍ້າຈຶ່ງເຊົາຂົມແລະດື່ມໄດ້.
ໃນທີ່ນັ້ນ ພຣະເຈົ້າຢາເວໄດ້ໃຫ້ກົດບັນຍັດຕ່າງໆເພື່ອການດຳເນີນຊີວິດ ແລະໃນທີ່ນັ້ນພຣະອົງໄດ້ທົດສອບພວກເຂົາດ້ວຍ.