ເມື່ອພວກລູກຫລານຖາມວ່າ, ‘ພິທີນີ້ມີຄວາມໝາຍວ່າຢ່າງໃດ?’ ໃຫ້ພວກເຈົ້າຕອບວ່າ, ‘ແມ່ນພິທີສະຫລອງປັດສະຄາ ເພື່ອຖວາຍແກ່ພຣະເຈົ້າຢາເວ ເພາະວ່າພຣະອົງໄດ້ຜ່ານເວັ້ນເຮືອນຂອງຊາວອິດສະຣາເອນຢູ່ໃນປະເທດເອຢິບ. ພຣະອົງໄດ້ຂ້າຊາວເອຢິບ ແຕ່ໄດ້ໄວ້ຊີວິດພວກເຮົາ.”’
ຈາກນັ້ນ ຊາວອິດສະຣາເອນກໍໄດ້ພາກັນຄຸເຂົ່າລົງແລະນ້ອມນະມັດສະການ.