ໂຮເສອາ ຄຳນຳ
ຄຳນຳ
ຜູ້ທຳນວາຍໂຮເສອາໄດ້ກ່າວຕໍ່ອານາຈັກທາງພາກເໜືອຂອງອິດສະຣາເອນໃນຊ່ວງເວລາທີ່ສັບສົນວຸ້ນວາຍຂອງສະຕະວັດທີ 8 ກ່ອນ ຄສ. ຫລັງຈາກທີ່ກະສັດເຢໂຣໂບອາມທີສອງຕາຍໄປແລ້ວ, ອິດສະຣາເອນມີການປ່ຽນກະສັດເຖິງ 6 ຄົນໃນເວລາແຕ່ຊາວກວ່າປີ; ກະສັດ 4 ຄົນຖືກຂ້າ ແລະ ຄົນສຸດທ້າຍຖືກບັງຄັບໃຫ້ອອກຈາກບັນລັງ. ອານາຈັກອັດຊີເຣຍທີ່ກຳລັງຮຸ່ງເຮືອງໄດ້ບຸກໂຈມຕີອິດສະຣາເອນ ແລະ ກ່ອນເຖິງປີ 722 ກ່ອນຄສ. ກໍໄດ້ຢຶດຄອງອິດສະລາເອນທັງໝົດຢ່າງສົມບູນ ແລະ ໄດ້ເນລະເທດຄົນຈຳນວນຫລວງຫລາຍ.
ອິດສະຣາເອນໄດ້ເຮັດຜິດພາດທີ່ເອີ້ນພຣະເຈົ້າຢາເວສັບສົນກັບພະບາອານ, ຜູ້ເປັນພະແຫ່ງທຳມະຊາດຂອງຊາວການາອານ. ພວກເຂົາອາດເລີ່ມຕົ້ນຢ່າງບໍລິສຸດໃຈ ເນື່ອງຈາກວ່າ “ບາອານ” ກໍແປວ່າ “ເຈົ້ານາຍ”. ແຕ່ວ່າເມື່ອເຖິງສະໄໝຂອງໂຮເສອາ ຄົນທັງຫລາຍກໍໄປຫາໂສເພນີຢູ່ສະຖານບູຊາ ແລະ ເຮັດຕາມແນວທາງມະຫັດສະຈັນຂອງລັດທິຈະເລີນພັນ. ໂຮເສອາປະນາມການນະມັດສະການທີ່ເສື່ອມຊາມນີ້ຫລາຍຄັ້ງວ່າເປັນໂສເພນີຝ່າຍວິນຍານ. ນອກຈາກນີ້ ເພິ່ນຍັງປະນາມການວາງແຜນຂອງອິດສະຣາເອນທີ່ຊັບຊ້ອນ ແລະ ໂງ່ຈ້າກ່ຽວກັບຕ່າງຊາດ, ການປະຕິເສດທາງສິນທຳ ແລະ ຄວາມໂລບເຫັນແກ່ຕົວ, ແຕ່ອິດສະຣາເອນກໍເມີນເສີຍ ແລະ ເຢາະເຢີ້ຍໂຮເສອາ.
ໜັງສືເຫລັ້ມນີ້ມີສອງສ່ວນຫລັກ. ສ່ວນທຳອິດແມ່ນສັ້ນກວ່າ, ເລົ່າເລື່ອງທີ່ພຣະເຈົ້າສັ່ງໂຮເສອາໃຫ້ແຕ່ງງານກັບໂກເມ ຍິງນອກໃຈ. ນາງເປັນສັນຍາລັກຂອງຄວາມພັກດີທີ່ໂລເລຂອງອິດສະລາເອນຕໍ່ພຣະເຈົ້າຢາເວ. ຊີວິດຂອງໂຮເສອາສະແດງເຖິງຄວາມປະສົງຂອງພຣະເຈົ້າຕໍ່ອິດສະຣາເອນຜູ້ດື້ດ້ານ. ສ່ວນທີສອງແມ່ນຄຳພະຍາກອນຈາກພຣະເຈົ້າຫລັງຈາກສະໄໝກະສັດເຢໂຣໂບອາມ, ເປັນຂໍ້ຄວາມແຫ່ງຄວາມຫວັງ ແລະ ຄວາມຈິບຫາຍສະຫລັບກັນໄປ. ໂຮເສອາ ທັງໄດ້ຂູ່ ແລະ ອ້ອນວອນອານາຈັກອິດສະຣາເອນໃນຊ່ວງເວລາຫລາຍປີສຸດທ້າຍກ່ອນອິດສະຣາເອນຈະຖືກເນລະເທດ.
اکنون انتخاب شده:
ໂຮເສອາ ຄຳນຳ: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.