ດານີເອນ 7
7
ຄວາມຝັນຂອງດານີເອນກ່ຽວກັບສັດສີ່ໂຕ
1ໃນປີທຳອິດຂອງການປົກຄອງຂອງເບັນຊັດຊາເຣ ກະສັດແຫ່ງບາບີໂລນ, ດານີເອນໄດ້ຝັນ ແລະ ເຫັນນິມິດຂະນະທີ່ເພິ່ນກໍາລັງນອນຫລັບຢູ່. ເພິ່ນໄດ້ບັນທຶກຄວາມຝັນນັ້ນໄວ້.
2ດານີເອນໄດ້ເວົ້າວ່າ: “ໃນນິມິດຂອງຂ້າພະເຈົ້າໃນຄືນນັ້ນ ຂ້າພະເຈົ້າໄດ້ແນມໄປ, ຢູ່ທາງດ້ານໜ້າຂ້າພະເຈົ້າມີລົມສີ່ທິດຈາກຟ້າສະຫວັນກໍາລັງພັດກະໜ່ຳເຮັດໃຫ້ທະເລໃຫຍ່ປັ່ນປ່ວນ. 3ແລ້ວສັດໃຫຍ່ສີ່ໂຕກໍໂຜ່ຂຶ້ນມາຈາກທະເລ ສັດແຕ່ລະໂຕມີລັກສະນະບໍ່ຄືກັນ.
4“ໂຕທຳອິດແມ່ນຄ້າຍຄືກັບໂຕສິງ ແລະ ມີປີກເໝືອນນົກອິນຊີ. ຂ້າພະເຈົ້າໄດ້ເຝົ້າເບິ່ງຈົນເຫັນປີກຂອງມັນກໍຖືກຈີກອອກ ແລະ ມັນຖືກຍົກຂຶ້ນມາຈາກພື້ນເພື່ອໃຫ້ມັນຢືນດ້ວຍສອງຂາຄືກັບມະນຸດ, ແລ້ວມັນກໍໄດ້ຮັບຈິດໃຈຄືກັບມະນຸດ.
5“ແລະ ຢູ່ຕໍ່ໜ້າຂ້າພະເຈົ້າກໍມີສັດໂຕທີສອງ, ເຊິ່ງເບິ່ງຄ້າຍຄືໝີ. ມັນໂຜ່ຂຶ້ນມາທາງຂ້າງ. ປາກມັນຄາບກະດູກສາມຊີກໄວ້ ມີຜູ້ບອກມັນວ່າ, ‘ຈົ່ງລຸກຂຶ້ນ ແລະ ກິນຊີ້ນນັ້ນໃຫ້ອິ່ມ!’
6“ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ແນມໄປ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າກໍມີສັດອີກໂຕໜຶ່ງ, ສັດໂຕນັ້ນເບິ່ງຄືກັບເສືອດາວ ແລະ ຢູ່ທີ່ຫລັງຂອງມັນມີສີ່ປີກຄ້າຍຄືກັບປີກນົກ. ສັດໂຕນີ້ມີສີ່ຫົວ ແລະ ມັນໄດ້ຮັບອຳນາດໃຫ້ປົກຄອງ.
7“ຫລັງຈາກນັ້ນ ໃນນິມິດຂອງຂ້າພະເຈົ້າໃນຄືນນັ້ນ ຂ້າພະເຈົ້າໄດ້ແນມໄປ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າກໍມີສັດໂຕທີສີ່ ເຊິ່ງເປັນຕາຢ້ານ ແລະ ໂຫດຮ້າຍ ແລະ ມີລິດອຳນາດຫລາຍ. ມັນມີແຂ້ວເຫລັກເຫລັ້ມໃຫຍ່; ມັນຫຍ້ຳເຫຍື່ອຂອງມັນ ແລະ ກືນກິນເຫຍື່ອຂອງມັນ ແລ້ວຢຽບຢໍ່າສ່ວນອື່ນໆທີ່ເຫລືອ. ສັດໂຕນີ້ແຕກຕ່າງຈາກສັດໂຕອື່ນໆ ແລະ ມັນມີເຂົາສິບເຂົາ.
8“ໃນຂະນະທີ່ຂ້າພະເຈົ້າກຳລັງຄິດເລື່ອງເຂົາຕ່າງໆຢູ່ນັ້ນ, ຢູ່ຕໍ່ໜ້າຂ້າພະເຈົ້າກໍມີເຂົານ້ອຍໆອີກອັນໜຶ່ງ, ເຊິ່ງໂຜ່ຂຶ້ນມາທ່າມກາງເຂົາອື່ນໆ; ແລ້ວເຮັດໃຫ້ສາມເຂົາທຳອິດນັ້ນຖືກຖອນອອກໄປ. ເຂົານ້ອຍນີ້ມີຕາຄືກັບຕາຂອງມະນຸດ ແລະ ມີປາກເວົ້າທີ່ເວົ້າໂອ້ອວດ.
9“ໃນຂະນະທີ່ຂ້າພະເຈົ້າແນມເບິ່ງ ຂ້າພະເຈົ້າກໍເຫັນ,
“ບັນລັງຕ່າງໆຈັດຕັ້ງໄວ້ແລ້ວ,
ແລະ ອົງຜູ້ດຳລົງຢູ່ຕັ້ງແຕ່ດຶກດຳບັນນັ່ງຢູ່ທີ່ບັນລັງຂອງພຣະອົງ.
ເຄື່ອງນຸ່ງຂອງພຣະອົງຂາວເໝືອນດັ່ງຫິມະ;
ຜົມທີ່ຢູ່ເທິງຫົວຂອງພຣະອົງກໍຂາວເໝືອນດັ່ງຂົນແກະ.
ບັນລັງຂອງພຣະອົງກໍມີແປວໄຟລຸກຢູ່,
ແລະ ຢູ່ທີ່ກົງລໍ້ກໍເປັນໄຟລຸກຢູ່.
10ແມ່ນ້ຳໄຟກຳລັງໄຫລ,
ມາຈາກເບື້ອງໜ້າຂອງພຣະອົງ.
ຜູ້ຮັບໃຊ້#7:10 ຫລືເທວະດາເປັນລ້ານຄອຍຖ້າບົວລະບັດພຣະອົງ;
ມີຄົນຫລາຍລ້ານໄດ້ຢືນຢູ່ຕໍ່ໜ້າພຣະອົງ.
ການພິຈາລະນາຄະດີກໍໄດ້ເລີ່ມຂຶ້ນ,
ແລະ ໜັງສືເຫລັ້ມຕ່າງໆກໍຖືກເປີດອອກ.
11“ແລ້ວຂ້າພະເຈົ້າກໍໄດ້ເຝົ້າເບິ່ງຕໍ່ໄປ ເພາະຄຳໂອ້ອວດຂອງເຂົານ້ອຍໆນັ້ນກໍາລັງເວົ້າຢູ່. ຂ້າພະເຈົ້າຍັງເຝົ້າເບິ່ງຈົນສັດນັ້ນຖືກຂ້າ ແລະ ຊາກສົບຂອງມັນຖືກທຳລາຍ ແລ້ວກໍຖືກໂຍນລົງໃນໄຟທີ່ກໍາລັງລຸກຢູ່. 12(ສ່ວນສັດໂຕອື່ນໆກໍຖືກຢຶດອຳນາດໄປໝົດ, ແຕ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ຕໍ່ໄປອີກຊົ່ວໄລຍະໜຶ່ງ).
13“ໃນນິມິດຂອງຂ້າພະເຈົ້າໃນຄືນນັ້ນ ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າກໍມີຜູ້ໜຶ່ງຄ້າຍຄືກັບບຸດມະນຸດ, ພຣະອົງກໍາລັງມາພ້ອມດ້ວຍໝູ່ເມກແຫ່ງສະຫວັນ. ພຣະອົງໄດ້ເຂົ້າມາໃກ້ອົງຜູ້ດຳລົງຢູ່ຕັ້ງແຕ່ດຶກດຳບັນ ແລະ ຖືກນໍາເຂົ້າໄປໃນບ່ອນສະຖິດຂອງພຣະອົງ. 14ພຣະອົງໄດ້ຮັບສິດອຳນາດ, ສະຫງ່າລາສີ ແລະ ອຳນາດປົກຄອງສູງສຸດ; ຄົນທຸກຊາດ ແລະ ທຸກພາສາໄດ້ນະມັດສະການພຣະອົງ. ອຳນາດຂອງພຣະອົງດຳລົງຢູ່ຕະຫລອດໄປ ອຳນາດທີ່ຈະບໍ່ມີວັນສິ້ນສຸດ ແລະ ອານາຈັກຂອງພຣະອົງຈະບໍ່ມີວັນຖືກທຳລາຍ.
ຄວາມຫມາຍຂອງຄວາມຝັນ
15“ຂ້າພະເຈົ້າດານີເອນທຸກໃຈຫລາຍ ແລະ ນິມິດທີ່ຜ່ານເຂົ້າມາໃນຈິດໃຈຂອງຂ້າພະເຈົ້ານັ້ນກໍລົບກວນຂ້າພະເຈົ້າ. 16ຂ້າພະເຈົ້າໄດ້ເຂົ້າໄປໃກ້ຜູ້ໜຶ່ງທີ່ຢືນຢູ່ທີ່ນັ້ນ ແລະ ຂໍໃຫ້ເພິ່ນອະທິບາຍຄວາມຫມາຍຂອງສິ່ງທັງໝົດນີ້.
“ດັ່ງນັ້ນ ເພິ່ນຈຶ່ງໄດ້ບອກຂ້າພະເຈົ້າ ແລະ ໃຫ້ຄຳອະທິບາຍກ່ຽວກັບສິ່ງເຫລົ່ານີ້ແກ່ຂ້າພະເຈົ້າວ່າ: 17‘ສັດໃຫຍ່ທັງສີ່ໂຕແມ່ນກະສັດທັງສີ່ທີ່ຈະຮຸ່ງເຮືອງຂຶ້ນໃນແຜ່ນດິນໂລກ. 18ແຕ່ປະຊາຊົນບໍລິສຸດຂອງອົງຜູ້ສູງສຸດຈະໄດ້ຮັບອານາຈັກ ແລະ ຄອບຄອງຕະຫລອດໄປເປັນນິດ’.
19“ຫລັງຈາກນັ້ນ ຂ້າພະເຈົ້າກໍຢາກຮູ້ຄວາມຫມາຍຂອງສັດໂຕທີສີ່, ເຊິ່ງແຕກຕ່າງຈາກສັດໂຕອື່ນໆ ແລະ ເປັນຕາຢ້ານທີ່ສຸດ, ພ້ອມທັງມີແຂ້ວເຫລັກ ແລະ ມີເລັບທອງສຳຣິດ ມັນຫຍ້ຳເຫຍື່ອຂອງມັນ ແລະ ກືນກິນເຫຍື່ອຂອງມັນ ແລ້ວຢຽບຢໍ່າສ່ວນອື່ນໆທີ່ເຫລືອ. 20ແລະ ຂ້າພະເຈົ້າຍັງຢາກຮູ້ກ່ຽວກັບເຂົາທັງສິບທີ່ຢູ່ເທິງຫົວຂອງມັນ ແລະ ເຂົາອີກອັນໜຶ່ງທີ່ໂຜ່ຂຶ້ນມາ, ເຮັດໃຫ້ສາມເຂົາຖືກຖອນອອກໄປ, ເຂົານັ້ນເບິ່ງໂດດເດັ່ນກວ່າເຂົາອື່ນໆ ແລະ ມັນມີຕາກັບມີປາກທີ່ເວົ້າໂອ້ອວດ. 21ໃນຂະນະທີ່ຂ້າພະເຈົ້າເບິ່ງຢູ່ນັ້ນ, ເຂົານີ້ກໍກໍາລັງເຮັດສົງຄາມກັບປະຊາຊົນບໍລິສຸດ ແລະ ໄດ້ຊະນະພວກເຂົາ. 22ຈົນອົງຜູ້ດຳລົງຢູ່ຕັ້ງແຕ່ດຶກດຳບັນໄດ້ມາ ແລະ ປະກາດຄຳຕັດສິນໃຫ້ປະຊາຊົນບໍລິສຸດຂອງອົງຜູ້ສູງສຸດຊະນະ ແລະ ເປັນເວລາທີ່ພວກເຂົາໄດ້ຄອບຄອງອານາຈັກ.
23“ເພິ່ນໄດ້ອະທິບາຍໃຫ້ຂ້າພະເຈົ້າຟັງດັ່ງນີ້: ‘ສັດໂຕທີສີ່ແມ່ນອານາຈັກທີສີ່ທີ່ຈະເກີດຂຶ້ນເທິງແຜ່ນດິນໂລກ. ອານາຈັກນີ້ຈະແຕກຕ່າງຈາກອານາຈັກອື່ນໆທັງໝົດ ແລະ ຈະທຳລາຍແຜ່ນດິນໂລກທັງໝົດ, ແລ້ວຢຽບຢໍ່າລົງ ແລະ ເຮັດໃຫ້ໝຸ່ນ. 24ເຂົາສິບເຂົາແມ່ນກະສັດສິບຄົນທີ່ຈະມາຈາກອານາຈັກນີ້. ພາຍຫລັງມາກໍຈະມີກະສັດອີກຄົນໜຶ່ງຂຶ້ນມາ, ເຊິ່ງແຕກຕ່າງຈາກກະສັດຄົນກ່ອນໆ; ເພິ່ນຈະໂຄ່ນລົ້ມກະສັດສາມຄົນນັ້ນລົງ. 25ກະສັດຄົນນີ້ຈະກ່າວຕໍ່ສູ້ອົງຜູ້ສູງສຸດ ແລະ ກົດຂີ່ຂົ່ມເຫັງປະຊາຊົນບໍລິສຸດຂອງພຣະເຈົ້າ ແລະ ຈະພະຍາຍາມປ່ຽນແປງກຳນົດເວລາ ແລະ ກົດບັນຍັດ. ປະຊາຊົນບໍລິສຸດຂອງພຣະເຈົ້າຈະຕົກຢູ່ໃນກຳມືຂອງກະສັດຄົນນີ້ຕະຫລອດໜຶ່ງວາລະ ແລະ ເຄິ່ງວາລະ.#7:25 ຫລື ໜຶ່ງປີ, ສອງປີ ແລະ ເຄິ່ງປີ
26“ ‘ແຕ່ການພິຈາລະນາຄະດີຈະເລີ່ມຂຶ້ນແລ້ວ ແລະ ອຳນາດຂອງກະສັດຈະຖືກນຳອອກໄປ ແລ້ວຈະຖືກທຳລາຍລ້າງໄປຈົນໝົດສິ້ນ. 27ຫລັງຈາກນັ້ນ ປະຊາຊົນຂອງອົງຜູ້ສູງສຸດຈະໄດ້ຮັບສິດທິຄອບຄອງອຳນາດສູງສຸດ ແລະ ຄວາມຍິ່ງໃຫຍ່ຂອງອານາຈັກທັງໝົດທົ່ວໃຕ້ຟ້າສະຫວັນ, ອານາຈັກຂອງພຣະເຈົ້າຈະເປັນອານາຈັກທີ່ໝັ້ນຄົງຕະຫລອດໄປ ແລະ ບັນດາຜູ້ມີອຳນາດປົກຄອງທັງໝົດຈະນະມັດສະການ ແລະ ເຊື່ອຟັງພຣະອົງ’.
28“ຈົບເລື່ອງລາວພຽງເທົ່ານີ້. ແລ້ວຂ້າພະເຈົ້າດານີເອນກໍທຸກໃຈຫລາຍຂຶ້ນເພາະຄວາມຄິດຕ່າງໆຂອງຂ້າພະເຈົ້າ ແລະ ໃບໜ້າຂອງຂ້າພະເຈົ້າຊີດໄປ ແຕ່ຂ້າພະເຈົ້າໄດ້ເກັບເລື່ອງນີ້ໄວ້ກັບຕົນເອງ”.
اکنون انتخاب شده:
ດານີເອນ 7: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.