ດານີເອນ 12
12
ວາລະສຸດທ້າຍ
1“ໃນເວລານັ້ນມີຄາເອນ ເຊິ່ງເປັນເທວະດາຕົນໃຫຍ່ທີ່ປົກປັກຮັກສາປະຊາຊົນຂອງເຈົ້າຈະມາ. ຈະເກີດຊ່ວງແຫ່ງຄວາມທຸກຍາກລຳບາກຢ່າງທີ່ບໍ່ເຄີຍມີມາກ່ອນຕັ້ງແຕ່ມີປະຊາຊາດຂຶ້ນ. ແຕ່ໃນເວລານັ້ນປະຊາຊົນຂອງເຈົ້າ ຄືທຸກຄົນທີ່ມີຊື່ຢູ່ໃນໜັງສືນັ້ນຈະໄດ້ຮັບການກອບກູ້. 2ຄົນເປັນຈຳນວນຫລວງຫລາຍທີ່ຕາຍໄປແລ້ວຈະຟື້ນຂຶ້ນຄື: ບາງຄົນກໍເຂົ້າສູ່ຊີວິດອັນຕະຫລອດໄປເປັນນິດ, ບາງຄົນກໍເຂົ້າສູ່ຄວາມອັບອາຍ ແລະ ຖືກດູຖູກຕະຫລອດໄປ. 3ບັນດາຜູ້ມີປັນຍາ#12:3 ຫລື ຜູ້ໃຫ້ປັນຍາຈະສ່ອງແສງເໝືອນຄວາມສະຫວ່າງແຫ່ງຟ້າສະຫວັນ ແລະ ບັນດາຜູ້ທີ່ນຳຄົນທັງຫລາຍມາສູ່ຄວາມຊອບທຳຈະສ່ອງແສງເໝືອນດວງດາວຕະຫລອດໄປເປັນນິດ. 4ແຕ່ສ່ວນເຈົ້າ, ດານີເອນ ຈົ່ງມ້ວນ ແລະ ປະທັບຕາໃສ່ຖ້ອຍຄຳແຫ່ງໜັງສືມ້ວນນີ້ໄວ້ຈົນເຖິງວາລະສຸດທ້າຍ. ຄົນຈຳນວນຫລວງຫລາຍຈະໄປທີ່ນີ້ ແລະ ໄປທີ່ນັ້ນເພື່ອເພີ່ມເຕີມຄວາມຮູ້”.
5ແລ້ວຂ້າພະເຈົ້າ, ດານີເອນ, ກໍໄດ້ແນມໄປ ແລະ ເຫັນຊາຍສອງຄົນຢືນຕໍ່ໜ້າຂ້າພະເຈົ້າ, ຄົນໜຶ່ງຢືນຢູ່ທີ່ຝັ່ງແມ່ນ້ຳຟາກນີ້ ແລະ ອີກຄົນໜຶ່ງຢູ່ທີ່ຝັ່ງແມ່ນ້ຳຟາກທີ່ກົງກັນຂ້າມ. 6ຄົນໜຶ່ງກ່າວຕໍ່ຜູ້ທີ່ນຸ່ງຜ້າຝ້າຍລິນິນທີ່ຢືນຢູ່ເໜືອແມ່ນ້ຳວ່າ, “ອີກດົນປານໃດທີ່ສິ່ງອັດສະຈັນເຫລົ່ານີ້ຈະສຳເລັດຄົບຖ້ວນ?”
7ຊາຍຜູ້ທີ່ນຸ່ງຜ້າຝ້າຍລິນິນທີ່ຢືນຢູ່ເໜືອແມ່ນ້ຳກໍໄດ້ຍົກມືຂວາ ແລະ ມືຊ້າຍຂອງຕົນຂຶ້ນສູ່ຟ້າສະຫວັນ ແລະ ຂ້າພະເຈົ້າໄດ້ຍິນເພິ່ນປະຕິຍານອ້າງພຣະອົງຜູ້ມີຊີວິດຢູ່ຕະຫລອດໄປເປັນນິດວ່າ, “ຈະເປັນໜຶ່ງວາລະ, ຫລາຍວາລະ ແລະ ເຄິ່ງວາລະ.#12:7 ຫລື ໜຶ່ງປີ ສອງປີ ແລະ ເຄິ່ງປີ ເມື່ອອຳນາດຂອງປະຊາຊົນຂອງພຣະເຈົ້າໝົດສິ້ນລົງ, ໃນທີ່ສຸດ, ສິ່ງທັງໝົດເຫລົ່ານີ້ກໍຈະສຳເລັດສົມບູນ”.
8ຂ້າພະເຈົ້າໄດ້ຍິນ, ແຕ່ຂ້າພະເຈົ້າບໍ່ເຂົ້າໃຈ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຖາມວ່າ, “ນາຍເອີຍ, ເຫດການທັງໝົດເຫລົ່ານີ້ຈະຢ່າງໃດ?”
9ຜູ້ນັ້ນໄດ້ຕອບວ່າ, “ດານີເອນ, ຈົ່ງໄປຕາມທາງຂອງເຈົ້າ, ເພາະຖ້ອຍຄຳເຫລົ່ານີ້ຖືກມ້ວນເກັບໄວ້ ແລະ ຖືກປະທັບຕາໄວ້ຈົນເຖິງວາລະສຸດທ້າຍ. 10ຄົນທັງຫລາຍຈະຖືກຫລອມ ແລະ ໄດ້ຮັບການຊໍາລະໃຫ້ບໍລິສຸດປາດສະຈາກຕຳໜິ. ສ່ວນຄົນຊົ່ວກໍຍັງເຮັດຊົ່ວຕໍ່ໄປ. ບໍ່ມີຄົນຊົ່ວຄົນໃດຈະເຂົ້າໃຈ, ແຕ່ບັນດາຄົນທີ່ມີປັນຍາກໍຈະເຂົ້າໃຈ.
11“ຕັ້ງແຕ່ຍົກເລີກການຖວາຍເຄື່ອງບູຊາປະຈຳວັນຈົນເຖິງວາລະທີ່ສິ່ງທີ່ໜ້າກຽດຊັງອັນເປັນຕົ້ນເຫດຂອງວິບັດນັ້ນຖືກຕັ້ງຂຶ້ນເປັນເວລາ 1.290 ວັນ 12ຜູ້ທີ່ລໍຖ້າ ແລະ ຢູ່ຈົນຄົບ 1.335 ວັນກໍເປັນສຸກ.
13“ສ່ວນເຈົ້ານັ້ນ, ຈົ່ງໄປຕາມທາງຂອງເຈົ້າຈົນເຖິງວາລະສຸດທ້າຍ. ເຈົ້າຈະພັກສະຫງົບ ແລະ ຫລັງຈາກນັ້ນ ເມື່ອສິ້ນຍຸກເຈົ້າຈະເປັນຂຶ້ນມາເພື່ອຮັບມໍລະດົກສ່ວນທີ່ເປັນຂອງເຈົ້າ”.
اکنون انتخاب شده:
ດານີເອນ 12: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.