ດານີເອນ 11
11
1ແລະ ໃນປີທີໜຶ່ງຂອງການປົກຄອງຂອງກະສັດດາຣິອຸດຊາວເມເດຍ, ເຮົາໄດ້ຢືນການເພື່ອສະໜັບສະໜູນ ແລະ ປົກປ້ອງເທວະດາມີຄາເອນ).
ກະສັດຝ່າຍເໜືອ ແລະ ຝ່າຍໃຕ້
2“ບັດນີ້ ເຮົາຈະບອກຄວາມຈິງແກ່ເຈົ້າດັ່ງນີ້: ຈະມີກະສັດອີກສາມຄົນໃນເປີເຊຍ ແລ້ວຈະມີຄົນທີສີ່, ເຊິ່ງຮັ່ງມີກວ່າຄົນອື່ນໆທັງໝົດ. ເມື່ອລາວມີອຳນາດເຂັ້ມແຂງຂຶ້ນມາດ້ວຍຊັບສົມບັດຂອງຕົນນັ້ນ, ລາວກໍຈະປຸກລະດົມທຸກຄົນໃຫ້ຕໍ່ສູ້ກັບອານາຈັກກຣີກ. 3ຫລັງຈາກນັ້ນ ກໍຈະມີກະສັດຜູ້ຍິ່ງໃຫຍ່ຄົນໜຶ່ງຂຶ້ນມາ, ເຊິ່ງຈະປົກຄອງດ້ວຍອຳນາດຍິ່ງໃຫຍ່ ແລະ ເຮັດຕາມຄວາມພໍໃຈຂອງຕົນເອງ. 4ຫລັງຈາກທີ່ລາວມີອຳນາດຂຶ້ນບໍ່ດົນ, ຈັກກະພົບຂອງລາວກໍຈະແຕກຫັກ ແລະ ແຍກອອກເປັນສ່ວນໆ ຕາມທິດທາງລົມທັງສີ່ແຫ່ງຟ້າສະຫວັນ, ເຊິ່ງຈະບໍ່ໄດ້ຕົກແກ່ເຊື້ອສາຍຂອງລາວ ແລະ ຈະບໍ່ມີອຳນາດເທົ່າລາວ, ເພາະຈັກກະພົບຂອງລາວຈະຖືກຖອນຮາກ ແລະ ມອບໃຫ້ຄົນ.
5“ກະສັດຝ່າຍໃຕ້ຈະເຂັ້ມແຂງຂຶ້ນ ແຕ່ຜູ້ບັນຊາການກອງທັບຄົນໜຶ່ງຈະເຂັ້ມແຂງກວ່າລາວ ແລະ ຈະປົກຄອງອານາຈັກຂອງຕົນດ້ວຍອໍານາດຍິ່ງໃຫຍ່. 6ຫລັງຈາກຫລາຍປີຜ່ານໄປທັງສອງຈະເປັນພັນທະມິດກັນ. ລູກສາວຂອງກະສັດຝ່າຍໃຕ້ຈະໄປເຮັດພັນທະມິດກັບກະສັດຝ່າຍເໜືອ, ແຕ່ນາງຈະບໍ່ສາມາດຮັກສາອຳນາດຂອງນາງໄດ້ ແລະ ກະສັດຝ່າຍໃຕ້ກັບອຳນາດ#11:6 ຫລື ລູກຫລານຂອງລາວຈະບໍ່ໝັ້ນຄົງ. ໃນເວລານັ້ນ ນາງ ແລະ ບັນດາຜູ້ທີ່ຕິດຕາມພໍ່#11:6 ຫລື ບຸດຂອງນາງ ແລະ ຜູ້ທີ່ສະໜັບສະໜູນນາງຈະຖືກທໍລະຍົດດ້ວຍ.
7“ຄົນໜຶ່ງໃນເຊື້ອສາຍຂອງນາງຈະຂຶ້ນມາແທນນາງ. ລາວຈະໂຈມຕີກອງກຳລັງຂອງກະສັດຝ່າຍເໜືອ ແລະ ເຂົ້າໄປໃນປ້ອມປ້ອງກັນຂອງກະສັດໄດ້; ລາວຈະຕໍ່ສູ້ພວກເຂົາ ແລະ ໄດ້ຮັບໄຊຊະນະ. 8ລາວຈະຢຶດບັນດາພະຕ່າງໆຂອງພວກເຂົາ, ຮູບປັ້ນຂອງພວກເຂົາທີ່ເຮັດດ້ວຍໂລຫະ ແລະ ເຄື່ອງໃຊ້ຕ່າງໆທີ່ມີຄ່າ ເຊິ່ງເຮັດດ້ວຍເງິນ ແລະ ຄຳ ແລ້ວຂົນເອົາສິ່ງເຫລົ່ານີ້ກັບໄປທີ່ເອຢິບ. ລາວຈະປ່ອຍກະສັດຝ່າຍເໜືອຢູ່ຢ່າງໂດດດ່ຽວເປັນເວລາຫລາຍປີ. 9ແລ້ວກະສັດຝ່າຍເໜືອຈະບຸກລຸກອານາຈັກຂອງກະສັດຝ່າຍໃຕ້ ແຕ່ຈະຖອຍທັບກັບປະເທດຂອງຕົນ. 10ບັນດາລູກຊາຍຂອງລາວຈະຕຽມສູ້ຮົບ ແລະ ຈະຮວບຮວມກຳລັງເປັນກອງທັບໃຫຍ່, ເຊິ່ງຈະພຸ່ງເຂົ້າມາເໝືອນກັບນ້ຳຖ້ວມຊັດທີ່ບໍ່ມີອັນໃດຕ້ານທານໄດ້ ແລະ ສູ້ຮົບມາເຖິງປ້ອມຂອງເພິ່ນ.
11“ແລ້ວກະສັດຝ່າຍໃຕ້ຈະຍົກທັບເຂົ້າມາດ້ວຍຄວາມໂກດຮ້າຍ ແລະ ຕໍ່ສູ້ກັບກະສັດຝ່າຍເໜືອ, ເຊິ່ງໄດ້ລະດົມກອງທັບໃຫຍ່ຂຶ້ນມາ ແຕ່ຈະພ່າຍແພ້. 12ເມື່ອຝ່າຍເໜືອຖອຍທັບກັບໄປແລ້ວ, ກະສັດຝ່າຍໃຕ້ຈະພາກພູມໃຈຫລາຍ ແລະ ຈະຂ້າທະຫານເປັນຈຳນວນຫລາຍພັນຄົນ ແຕ່ກໍມີໄຊຊະນະຢູ່ໄດ້ບໍ່ດົນ. 13ເພາະກະສັດຝ່າຍເໜືອຈະຍົກທັບມາອີກ ເປັນທັບທີ່ໃຫຍ່ກວ່າຄັ້ງທຳອິດ ແລະ ຫລັງຈາກນັ້ນ ອີກຫລາຍປີ, ລາວຈະຍົກທັບຂະໜາດໃຫຍ່ທີ່ມີອາວຸດຄົບຊຸດບຸກເຂົ້າມາ.
14“ເມື່ອເຖິງເວລານັ້ນ ຫລາຍຄົນຈະລຸກຮື້ຂຶ້ນຕໍ່ສູ້ກະສັດຝ່າຍໃຕ້. ເພື່ອໃຫ້ເປັນໄປຕາມນິມິດທີ່ໄດ້ກ່າວມາແລ້ວວ່າພວກຫົວຮຸນແຮງໃນທ່າມກາງພີ່ນ້ອງຮ່ວມຊາດຂອງເຈົ້າຈະກະບົດ, ແຕ່ກໍບໍ່ສໍາເລັດ. 15ແລ້ວກະສັດຝ່າຍເໜືອຈະມາ ແລະ ກໍ່ຄູອ້ອມເມືອງ ແລະ ຢຶດເມືອງທີ່ມີປ້ອມປ້ອງກັນໄດ້ເມືອງໜຶ່ງ. ກອງກຳລັງຂອງຝ່າຍໃຕ້ຈະໝົດກໍາລັງທີ່ຈະຕ້ານທານໄດ້; ແມ່ນແຕ່ກອງທະຫານທີ່ດີທີ່ສຸດກໍບໍ່ມີກຳລັງທີ່ຈະຕັ້ງໝັ້ນຢູ່. 16ຜູ້ຮຸກຮານຈະເຮັດຕາມທີ່ລາວພໍໃຈ; ບໍ່ມີຜູ້ໃດທີ່ຈະສາມາດຢັບຢັ້ງລາວໄດ້. ລາວຈະສະຖາປະນາຕົນເອງໃນດິນແດນອັນງົດງາມນັ້ນ ແລະ ຈະມີອຳນາດທີ່ຈະທຳລາຍດິນແດນນັ້ນ. 17ກະສັດຝ່າຍເໜືອຈະຕັດສິນໃຈຍົກກຳລັງທັງໝົດຂອງອານາຈັກມາ ແລະ ຈະສ້າງພັນທະມິດກັບກະສັດຝ່າຍໃຕ້. ແລ້ວລາວກໍຈະມອບລູກສາວໃຫ້ແຕ່ງງານກັບກະສັດຝ່າຍໃຕ້ ເພື່ອຈະໂຄ່ນລົ້ມອານາຈັກຝ່າຍໃຕ້, ແຕ່ແຜນການຂອງລາວ#11:17 ຫລື ແຕ່ນາງຈະບໍ່ປະສົບຄວາມສຳເລັດ ແລະ ຊ່ວຍຫຍັງລາວບໍ່ໄດ້ເລີຍ. 18ຫລັງຈາກນັ້ນ ລາວກໍຈະຫັນຄວາມສົນໃຈຂອງຕົນໄປທີ່ດິນແດນແຖບແຄມຝັ່ງທະເລ ແລະ ຈະຢຶດດິນແດນຂອງພວກເຂົາໄດ້ຢ່າງຫລວງຫລາຍ. ແຕ່ຜູ້ບັນຊາການຄົນໜຶ່ງຈະເຮັດໃຫ້ລາວໝົດຄວາມຈອງຫອງ ແລະ ຖອຍທັບກັບໄປດ້ວຍຄວາມອັບອາຍ. 19ຫລັງຈາກນີ້, ລາວກໍຈະກັບໄປທີ່ປ້ອມປ້ອງກັນຕ່າງໆໃນປະເທດຂອງຕົນ ແຕ່ລາວຈະສະດຸດ ແລະ ລົ້ມລົງ ບໍ່ມີຜູ້ໃດພົບເຫັນອີກ.
20“ຜູ້ຄອງລາດສືບຕໍ່ຈາກລາວຈະສົ່ງຄົນອອກໄປເກັບພາສີ ເພື່ອຮັກສາຄວາມຮຸ່ງເຮືອງຂອງຕົນໄວ້. ແຕ່ໃນເວລາບໍ່ເທົ່າໃດປີລາວກໍຈະຖືກທຳລາຍ, ແຕ່ກໍບໍ່ແມ່ນຈາກຄວາມໃຈຮ້າຍ ຫລື ຈາກສົງຄາມ.
21“ຜູ້ທີ່ຄອງລາດສຶບຕໍ່ຈາກ ເປັນບຸກຄົນທີ່ໜ້າຢຽດຢາມ ເພາະວ່າລາວບໍ່ມີສິດໃນບັນລັງເລີຍ. ລາວຈະຮຸກຮານອານາຈັກໃນຂະນະທີ່ປະຊາຊົນຮູ້ສຶກປອດໄພ, ແລະ ລາວກໍຈະເຂົ້າມາຢຶດອານາຈັກດ້ວຍກົນອຸບາຍ. 22ແລ້ວກອງທັບຂະໜາດໃຫຍ່ຈະຖືກກວາດລ້າງໄປຕໍ່ໜ້າລາວ; ທັງກອງທັບນັ້ນ ແລະ ເຈົ້ານາຍແຫ່ງຄຳໝັ້ນສັນຍາຈະຖືກທຳລາຍດ້ວຍ. 23ຫລັງຈາກທີ່ມີການເຮັດຂໍ້ຕົກລົງກັບລາວແລ້ວ, ລາວກໍຈະໃຊ້ກົນອຸບາຍ ແລະ ມີອຳນາດຂຶ້ນມາໂດຍອາໄສຄົນພຽງເລັກນ້ອຍ. 24ເມື່ອບັນດາແຂວງທີ່ຮັ່ງມີທີ່ສຸດຮູ້ສຶກປອດໄພແລ້ວ ລາວກໍຈະຮຸກຮານພວກເຂົາ ແລະ ເຮັດໃນສິ່ງທີ່ບັນພະບຸລຸດຂອງຕົນບໍ່ເຄີຍເຮັດ. ລາວຈະແບ່ງຊັບສົມບັດ ແລະ ເຄື່ອງຂອງທີ່ປຸ້ນມາໄດ້ໃຫ້ພັກພວກຂອງຕົນ. ລາວຈະວາງແຜນທໍາລາຍປ້ອມປ້ອງກັນຕ່າງໆ ແຕ່ກໍພຽງໄລຍະເວລາໜຶ່ງເທົ່ານັ້ນ.
25“ລາວຈະລະດົມກຳລັງ ແລະ ຄວາມກ້າຫານຂອງລາວດ້ວຍກອງທັບໃຫຍ່ ແລະ ສູ້ຮົບກັບກະສັດຝ່າຍໃຕ້. ສ່ວນກະສັດຝ່າຍໃຕ້ກໍຈະຍົກກອງທັບໃຫຍ່ ແລະ ເປັນກອງທັບທີ່ມີອຳນາດຫລາຍມາສູ້ຮົບນຳ, ແຕ່ລາວຈະບໍ່ສາມາດຕ້ານທານໄດ້ ເພາະແຜນການຮ້າຍຕ່າງໆ ທີ່ຄົນໄດ້ວາງໄວ້ເພື່ອຕໍ່ສູ້ກັບລາວ. 26ບັນດາຜູ້ທີ່ຮ່ວມໂຕະກິນອາຫານກັບກະສັດກໍຈະພະຍາຍາມທຳລາຍລາວ; ກອງທັບຂອງລາວຈະຖືກກວາດລ້າງໄປ ແລະ ຄົນເປັນຈໍານວນຫລວງຫລາຍຈະລົ້ມຕາຍໃນສະໜາມຮົບ. 27ກະສັດສອງຄົນທີ່ມີຈິດໃຈຄິດຊົ່ວກໍຈະນັ່ງຮ່ວມໂຕະດຽວກັນ ແລະ ພວກເຂົາຈະເວົ້າຕົວະຕໍ່ກັນ, ແຕ່ກໍບໍ່ມີຜົນຫຍັງ, ເພາະຈຸດຈົບຍັງຄົງຈະມາເຖິງໃນເວລາທີ່ກຳນົດໄວ້, 28ກະສັດຝ່າຍເໜືອຈະກັບຄືນໄປປະເທດຂອງຕົນພ້ອມດ້ວຍຊັບສົມບັດເປັນຈໍານວນຫລວງຫລາຍ. ແຕ່ຈິດໃຈຂອງລາວພັດມຸ່ງຮ້າຍຕໍ່ພັນທະສັນຍາບໍລິສຸດ. ລາວຈະລົງມືເຮັດການຕໍ່ຕ້ານພັນທະສັນຍານັ້ນ ແລ້ວຈຶ່ງກັບກັບຄືນໄປທີ່ດິນແດນຂອງຕົນ.
29“ເມື່ອເຖິງເວລາທີ່ກຳນົດແລ້ວ ລາວຈະຮຸກຮານດິນແດນຝ່າຍໃຕ້ອີກ, ແຕ່ຄັ້ງນີ້ຜົນທີ່ໄດ້ຮັບກໍຈະແຕກຕ່າງຈາກຄັ້ງກ່ອນ. 30ກອງເຮືອແຫ່ງແຄມຝັ່ງຕາເວັນຕົກ#11:30 ພາສາເຮັບເຣີວ່າ ແຫ່ງຄິດທິມຈະຕໍ່ຕ້ານລາວ ແລະ ລາວຈະເສຍຂວັນ. ຫລັງຈາກນັ້ນ ລາວກໍຈະຫັນກັບຄືນໄປ ແລະ ລະບາຍຄວາມຄຽດແຄ້ນຕໍ່ພັນທະສັນຍາບໍລິສຸດ. ລາວຈະກັບໄປ ແລະ ສະແດງຄວາມກະລຸນາແກ່ບັນດາຜູ້ທີ່ປະຖິ້ມພັນທະສັນຍາບໍລິສຸດ.
31“ກອງກຳລັງຂອງລາວຈະລຸກຂຶ້ນມາເຮັດໃຫ້ປ້ອມປ້ອງກັນຂອງວິຫານໃຫ້ເປັນມົນທິນ ແລະ ຍົກເລີກການຖວາຍເຄື່ອງບູຊາປະຈຳວັນ. ຫລັງຈາກນັ້ນ ພວກເຂົາຈະຕັ້ງສິ່ງທີ່ໜ້າກຽດຊັງຂຶ້ນ ເຊິ່ງເປັນຕົ້ນເຫດຂອງວິບັດ. 32ລາວຈະທໍາລາຍພວກຜູ້ທີ່ໄດ້ລະເມີດພັນທະສັນຍາ, ແຕ່ປະຊາຊົນທີ່ຮູ້ຈັກພຣະເຈົ້າຂອງຕົນຈະຕໍ່ຕ້ານລາວຢ່າງເຂັ້ມແຂງ.
33“ບັນດາຜູ້ທີ່ມີປັນຍາຈະແນະນຳສັ່ງສອນຄົນຈຳນວນຫລາຍ, ເຖິງແມ່ນວ່າໃນໄລຍະເວລາໜຶ່ງພວກເຂົາຈະຕາຍດ້ວຍຄົມດາບ ຫລື ຖືກເຜົາ ຫລື ຖືກຈັບເປັນຊະເລີຍ ຫລື ຖືກປຸ້ນ. 34ເມື່ອພວກເຂົາລົ້ມລົງ, ພວກເຂົາກໍຈະໄດ້ຮັບຄວາມຊ່ວຍເຫລືອພຽງເລັກນ້ອຍ ແລະ ມີຫລາຍຄົນທີ່ບໍ່ຈິງໃຈຈະມາຮ່ວມກັບພວກເຂົາ. 35ຜູ້ມີປັນຍາບາງຄົນຈະສະດຸດລົ້ມ ກໍເພື່ອພວກເຂົາຈະໄດ້ຮັບການຫລອມ, ຖືກຊຳລະໃຫ້ບໍລິສຸດ ແລະ ບໍ່ມີຈຸດດ່າງພອຍ ຈົນເຖິງເວລາວາລະສຸດທ້າຍ ເຊິ່ງຈະມາເຖິງຕາມທີ່ກຳນົດໄວ້.
ກະສັດຜູ້ຍົກຕົນເອງ
36“ກະສັດຄົນນັ້ນຈະເຮັດຕາມຄວາມພໍໃຈຂອງຕົນເອງ. ລາວຈະຍົກຕົນຂຶ້ນ ແລະ ເຮັດໃຫ້ຕົນຢູ່ເໜືອພະທັງໝົດ ແລະ ຈະເວົ້າລົບຫລູ່ພຣະເຈົ້າຜູ້ຢູ່ເໜືອພະທັງໝົດຢ່າງທີ່ບໍ່ເຄີຍໄດ້ຍິນມາກ່ອນ. ລາວຈະພົບຄວາມສຳເລັດຈົນຄົບເວລາແຫ່ງຄວາມໂກດຮ້າຍ. ເພາະສິ່ງທີ່ໄດ້ກຳນົດໄວ້ນັ້ນຈະຕ້ອງເກີດຂຶ້ນ. 37ລາວຈະບໍ່ສົນໃຈບັນດາພະຂອງບັນພະບູລຸດຂອງຕົນ ຫລື ຜູ້ທີ່ບັນດາຜູ້ຍິງໄຝ່ຫາ ຫລື ລາວຈະບໍ່ສົນໃຈພະໃດ, ແຕ່ລາວຈະຍົກຕົນເອງເໜືອບັນດາພະທັງໝົດ. 38ລາວຈະຍົກຍ້ອງພະແຫ່ງປ້ອມປ້ອງກັນ; ເຊິ່ງບັນພະບຸລຸດຂອງລາວບໍ່ຮູ້ນັກແທນພະເຫລົ່ານັ້ນ, ລາວຈະຍົກຍ້ອງເຊີດຊູດ້ວຍເງິນ, ຄໍາ, ເພັດນິນຈິນດາ ແລະ ຂອງຂັວນທີ່ມີຄ່າ. 39ລາວຈະໂຈມຕີປ້ອມປ້ອງກັນອັນແຂງແກ່ນທີ່ສຸດໂດຍຄວາມຊ່ວຍເຫລືອຂອງພະຕ່າງຊາດ ແລະ ຈະຍົກຍ້ອງເຊີດຊູບັນດາຜູ້ທີ່ຍອມຮັບລາວ. ລາວຈະຕັ້ງຄົນເຫລົ່ານັ້ນໃຫ້ມີອຳນາດປົກຄອງຄົນເປັນຈຳນວນຫລາຍ ແລະ ຈະມອບທີ່ດິນໃຫ້ເປັນລາງວັນ.
40“ໃນວາລະສຸດທ້າຍ ກະສັດຝ່າຍໃຕ້ຈະຕໍ່ສູ້ລາວໃນສະໜາມຮົບ ແລະ ກະສັດຝ່າຍເໜືອນັ້ນຈະລະດົມລົດມ້າຮົບ, ກອງທັບມ້າ ແລະ ກອງທັບເຮືອໃຫຍ່. ລາວຈະຮຸກຮານຫລາຍປະເທດ ແລະ ກວາດລ້າງໄປທົ່ວເໝືອນນ້ຳຖ້ວມ. 41ລາວຈະຮຸກຮານດິນແດນອັນງົດງາມດ້ວຍ. ຫລາຍປະເທດຈະຫລົ້ມຈົມ, ແຕ່ເອໂດມ, ໂມອາບ ແລະ ບັນດາຜູ້ນຳອຳໂມນຈະໄດ້ຮັບການຊ່ວຍກອບກູ້ອອກຈາກມືຂອງລາວ. 42ລາວຈະຂະຫຍາຍອຳນາດອອກໄປຫລາຍປະເທດ; ແມ່ນແຕ່ເອຢິບກໍຈະບໍ່ພົ້ນມືລາວ. 43ລາວຈະຄອບຄອງຄັງຄຳ, ຄັງເງິນ ແລະ ຊັບສົມບັດທັງໝົດຂອງເອຢິບ, ຊາວລີເບຍ ແລະ ຊາວກູເຊກໍຍອມຈຳນົນຕໍ່ລາວ. 44ຂ່າວທີ່ມາຈາກທິດຕາເວັນອອກ ແລະ ທາງທິດເໜືອຈະເຮັດໃຫ້ລາວຕື່ນຕົກໃຈ ແລະ ລາວຈະຍົກທັບອອກໄປດ້ວຍຄວາມໃຈຮ້າຍຢ່າງຮຸນແຮງ ເພື່ອທຳລາຍລ້າງຄົນເປັນຈຳນວນຫລວງຫລາຍ. 45ລາວຈະກາງເຕັນຫລວງຂຶ້ນລະຫວ່າງທະເລທີ່#11:45 ຫລື ທະເລ ແລະພູເຂົາບໍລິສຸດອັນງົດງາມ. ແຕ່ລາວກໍຈະເຖິງຈຸດຈົບ ແລະ ບໍ່ມີຜູ້ໃດຈະຊ່ວຍລາວ.
اکنون انتخاب شده:
ດານີເອນ 11: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: